2 ພາກສ່ວນຈັບມືເຊັນສັນຍາຮ່ວມທຶນສ້າງຕັ້ງບໍລິສັດທ່າບົກວັງເຕົ່າຈຳກັດ

   ລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນຕາງໜ້າໃຫ້ລັດຖະບານລາວຮ່ວມກັບບໍລິສັດ ດວງດີ ກໍ່ສ້າງຂົວ-ທາງຈໍາກັດລົງນາມຮ່ວມກັນສ້າງຕັ້ງບໍລິສັດທ່າບົກວັງເຕົ່າຈໍາກັດ ເພື່ອພັດທະນາເຂດເສດຖະກິດວັງເຕົ່າ-ໂພນທອງ ຊຶ່ງທີ່ຕັ້ງຢູ່ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ກາຍເປັນສູນການຄ້າ-ການລົງທຶນ ແລະເຂດໂລຈິສຕິກໃນເຂດພາກໃຕ້ຂອງລາວໃນເນື້ອທີ່ 25 ເຮັກຕາ ດ້ວຍມູນຄ່າການລົງທຶນເບື້ອງຕົ້ນ 155 ຕື້ກີບ.

  ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 17 ກໍລະກົດຜ່ານມາທີ່ກະຊວງການເງິນຊຶ່ງເປັນການລົງນາມຮ່ວມກັນ 4 ທ່ານ ໄດ້ແກ່: ທ່ານ ອຸດອນ ແກ້ວດວງດີ ອໍານວຍການບໍລິ ສັດດວງດີກໍ່ສ້າງຂົວ-ທາງຈໍາກັດ, ທ່ານ ສຸລິຍາ ມະນີວົງ ຜູ້ອໍານວຍການລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ(ລລບສ), ທ່ານ ປອ.ສອນເພັດ ອິນທະວົງ ຫົວ ໜ້າກົມຄຸ້ມຄອງລັດວິສາຫະກິດ ແລະການປະກັນໄພ, ທ່ານ ສຸລິດ ແກ້ວດວງດີ ຮອງອໍານວຍການບໍລິສັດດວງດີກໍ່ສ້າງຂົວ-ທາງຈໍາກັດໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນພ້ອມດ້ວຍຜູ້ຕາງໜ້າຈາກກະຊວງແຜນການ ແລະການລົງທຶນ, ຫ້ອງການ ຂພສ, ກະຊວງການເງິນ, ກະ ຊວງ ຍທຂ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໂອກາດນີ້, ທ່ານ ສຸລິຍາ ມະນີວົງ ກ່າວວ່າ: ປະຈຸບັນລະບົບທ່າບົກຂອງ ສປປ ລາວ ຍັງຢູ່ໃນໄລຍະເລີ່ມຕົ້ນຂອງການພັດທະນາໂຄງລ່າງພື້ນຖານ ແລະລະບົບການຄຸ້ມ ຄອງຍັງບໍ່ທັນສະໄໝເທົ່າທີ່ຄວນ, ຂະນະດຽວກັນການພັດທະນາລະບົບໂລຈິສຕິກນັ້ນມີບົດບາດສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດດັ່ງນັ້ນ ໂຄງການພັດທະນາທ່າບົກວັງເຕົ່າຈະກາຍເປັນສູນລວມດ້ານການຄ້າ-ການລົງທຶນ, ການໃຫ້ບໍລິການນໍາເຂົ້າ-ສົ່ງອອກທີ່ຄົບວົງຈອນ ແລະທັນສະໄໝທີ່ສຸດຢູ່ພາກໃຕ້ຂອງລາວເນື່ອງຈາກນໍາໃຊ້ລະບົບເຕັກໂນໂລຊີທັນສະໄໝທຽບເທົ່າສາກົນເຂົ້າມາໃຫ້ບໍລິການລູກຄ້າໂດຍມີອາຍຸສັນຍາ 30 ປີ (2020-2050) ລະສາມາດຕໍ່ໄດ້ອີກບົນພື້ນ ຖານການເຫັນດີຂອງກອງປະຊຸມຜູ້ຖືຮຸ້ນ.

  ທ່ານກ່າວຕື່ມວ່າ: ບໍລິສັດ ທ່າບົກວັງເຕົ່າ ຈໍາກັດ ແມ່ນຊື່ຂອງບໍລິສັດຮ່ວມທຶນທີ່ນອນໃນໂຄງການພັດທະນາຊຶ່ງລັດວິສາຫະກິດລາວບໍລິການສິນຄ້າຜ່ານແຜນຕາງໜ້າໃຫ້ລັດຖະບານຖືຮຸ້ນ 30% ແລະບໍລິສັດດວງດີກໍ່ສ້າງຂົວ-ທາງຈໍາ ກັດຖືຮຸ້ນ 70% ຊຶ່ງມີມູນຄ່າການລົງທຶນ 155 ຕື້ກີບ ໃນເນື້ອທີ່ກໍ່ສ້າງເບື້ອງຕົ້ນ 25 ເຮັກຕາ.

   ຂໍ້ມູນຂອງໂຄງການໃຫ້ຮູ້ວ່າ: ປະຈຸບັນໂຄງການທ່າບົກຂອງບໍລິສັດ ທ່າບົກວັງເຕົ່າ ຈໍາກັດ ແມ່ນໄດ້ສໍາຫຼວດ-ອອກແບບຕາມທິດຊີ້ນໍາຂອງລັດຖະບານໂດຍອີງໃສ່ຜົນຂອງການສຶກສາຄວາມເປັນໄປໄດ້ທີ່ຜ່ານມາຂອງອົງການໄຈກາໄດ້ສໍາເລັດການອອກແບບ ແລະໄດ້ຮັບໜັງສືຮັບຮອງທາງດ້ານຫຼັກການຂອງບົດວິພາກເສດຖະກິດ-ເຕັກ ນິກຈາກກະຊວງ ຍທຂ.

  ຢ່າງໃດກໍຕາມ, ຕະຫຼອດໄລຍະການດໍາເນີນເອກະສານ ແລະຂັ້ນຕອນການສ້າງຕັ້ງທາງບໍລິສັດທ່າບົກວັງເຕົ່າຈໍາກັດໄດ້ສືບຕໍ່ດໍາເນີນການກໍ່ສ້າງນັບແຕ່ປີ 2019 ເປັນຕົ້ນມາ ແລະຮອດປະຈຸບັນໄດ້ສໍາເລັດແລ້ວປະມານ 50% ຄາດວ່າຈະໃຫ້ສໍາເລັດພ້ອມເປີດບໍລິການຢ່າງເປັນທາງການໃນຕົ້ນປີ2021.