ເປີດນຳໃຊ້ແທ່ນສີລາຈາລືກກອງຮ້ອຍຫີນເພັດວິລະຊົນ

 ວັນທີ 17 ກໍລະກົດຜ່ານມາທີ່ສູນກາງແນວລາວສ້າງຊາດໄດ້ມີພິທີເປີດນຳໃຊ້ແທ່ນສີລາຈາລືກ “ກອງຮ້ອຍຫີນເພັດວິລະຊົນ” ຢູ່ວຽງຈັນໂດຍເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າບັນດາກະຊວງ, ອະດີດນັກຮົບກອງຮ້ອຍຫີນເພັດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


 ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ການສ້າງອານຸສອນສະຖານກອງຮ້ອຍຫີນເພັດມີຄວາມໝາຍສໍາຄັນທາງປະຫວັດສາດຂອງການປະຕິວັດຢູ່ປະເທດເຮົາພາຍຫຼັງສັນຍາເຊີແນວວັນ ທີ 23 ກໍລະກົດ 1962 ກ່ຽວກັບລາວຊຶ່ງກໍໄດ້ຮັບການຈັດຕັ້ງລັດຖະບານປະສົມ 3 ຝ່າຍຢູ່ລາວພ້ອມທັງເປັນການລວມລາວຄັ້ງທີ 2 ຢູ່ໃນສັນຍາໄດ້ຮັບຮອງໃຫ້ຝ່າຍແນວລາວຮັກຊາດນໍາເອົາກອງທະຫານໜຶ່ງກອງຮ້ອຍພ້ອມອາວຸດຄົບຊຸດເພື່ອເຮັດໜ້າທີ່ປ້ອງກັນຜູ້ນໍາແນວລາວຮັກຊາດຢູ່ວຽງຈັນ, ດັ້ງນັ້ນກອງບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວຈຶ່ງຕົກລົງຊັບຊ້ອນເອົາພະນັກງານ-ນັກຮົບໃນກອງພັນ 24 ຈໍານວນໜຶ່ງຈາກກອງຮ້ອຍ 2 ຊຶ່ງເປັນກົມກອງທີ່ເຄີຍໄດ້ຜ່ານການເຄື່ອນໄຫວສູ້ລົບ, ມາປະຈໍາການຢູ່ເມືອງວຽງຈັນ ແລະເພື່ອຈາລືກຜົນງານ, ຄຸນງາມຄວາມດີຂອງອ້າຍນ້ອງໃນກົມກອງໄວ້ໃນປະຫວັດສາດຂອງລາວ ແລະຖອດຖອນບົດຮຽນທາງດ້ານທິດສະດີ, ພຶດຕິກຳອັນປີຊາສາມາດ, ກ້າແກ່ນ, ບໍ່ຍອມຈຳນົນຕໍ່ສັດຕູ້ໃນການຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດອາເມລິກາຜູ້ຮຸກຮານ ແລະລູກແຫຼ້ງຕີນມືກ້າວຂຶ້ນປົດປ່ອຍປະເທດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຂຶ້ນ ຢ່າງສະຫງ່າງາມ, ຕາມການສະເໜີຂອງກະ ຊວງປ້ອງກັນປະເທດ ແລະສູນກາງແນວລາວສ້າງຊາດ, ກົມການເມືອງສູນກາງພັກຈຶ່ງໄດ້ມີມະຕິຕົກລົງໃຫ້ສ້າງອານຸສອນສະຖານ “ ກອງຮ້ອຍຫີນເພັດວິລະຊົນ ” ໄວ້ສະຖານທີ່ແຫ່ງນີ້.


  ພ້ອມດຽວກັນນີ້ກໍເພື່ອຈາລຶກຜົນງານ, ຄຸນງາມຄວາມດີແລະເສີມຂະຫຍາຍສາງຄັງທາງດ້ານທິດສະດີ ແລະພຶດຕິກຳແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດໃຕ້ການນຳພາຂອງພັກ-ຂອງສູນກາງແນວລາວຮັກຊາດທັງເປັນການຢັງຢືນເຖິງຜົນງານອັນໂດດເດັ່ນ, ຄວາມສະຫຼຽວສະຫຼາດ-ເກັ່ງກ້າ, ອາດຫານບໍ່ຍອມຈຳນົນຂອງບັນດາສະຫາຍພະນັກງານ-ນັກຮົບທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ, ໂດຍບໍ່ຫວັ່ນໄຫວຕໍ່ເຫດການໃດໆ ແລະເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນັກ ຮຽນ, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດເຊື່ອມຊືມກຳແໜ້ນປະຫວັດສາດມູນເຊື້ອແຫ່ງການຈັດຕັ້ງ ແລະ ນຳພາຂອງພັກໃນການຕໍ່ສູ້ທາງດ້ານການ ເມືອງ, ການທະຫານ, ການຕ່າງປະເທດ ແລະບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການເມືອງຂອງສູນກາງພັກປະຊາຊົນປະຕິວັດລາວໃນການນຳໃຊ້ຍຸດທະວິທີຕໍ່ສູ້ກັບຝ່າຍກົງກັນຂ້າມ ແລະເພື່ອເຜີຍແຜ່ໂຄສະນາວິລະກຳອັນລໍ້າລຶກຂອງ “ ກອງຮ້ອຍເພັດວິລະຊົນ” ໃຫ້ຄົນລຸ້ນຕໍ່ໆ ໄປກໍຄືບັນດາເພື່ອນມິດທີ່ຮັກຫອມສັນຕີພາບ, ເອກະລາດ ແລະຄວາມກ້າວໜ້າທາງສັງຄົມໃນທົ່ວໂລກຮັບຮູ້ ແລະເຂົ້າໃຈເຫດການປະຫວັດສາດໜຶ່ງໆແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໃນຊຸມປີ 1962-1974 ຢູ່ວຽງຈັນ.

---------------

ຂຽນໂດຍ: ວົງມະນີ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ