ຄວາມຄືມໜ້າການພັດທະນາເຂດພັດທະນາກວມລວມໄຊເສດຖາ

  ເຂດພັດທະນາກວມລວມໄຊເສດຖາ ແມ່ນ 1 ໃນຈຳນວນ 5 ເຂດເສດຖະກິດພິເສດໃນນະຄອນຫຼວງວຽງຈັນ, ເປັນການຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ຕາງໜ້າໂດຍອົງການປົກຄອງນະຄອນຫຼວງວຽງຈັນ ແລະບໍລິສັດລົງທຶນຕ່າງປະເທດ ແຂວງຢຸນນານ ຈຳກັດ ຕາງໜ້າໃຫ້ລັດຖະບານ ສປ ຈີນ, ປະຈຸບັນເຂດດັ່ງກ່າວໄດ້ສໍາເລັດການພັດທະນາໂຄງລ່າງພື້ນຖານແບບຄົບຊຸດ ແລະພວມກ້າວເຂົ້າສູ່ໄລຍະແຫ່ງການດຶງດູດການລົງທຶນ.
 ອີງຕາມບົດລາຍງານຂອງ ທ່ານ ຫຼິວຫູ້ ປະທານບໍລິສັດຮ່ວມມືລາວ-ຈີນ ໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເສດຖາແມ່ນ 1 ໃນຈຳນວນ 5 ເຂດເສດຖະກິດພິເສດໃນນະຄອນຫຼວງວຽງຈັນ ແລະ ເປັນເຂດທີ່ມີການພັດທະນາຫຼາຍກວ່າໜູ່, ເຂດດັ່ງກ່າວເປັນການຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ຕາງໜ້າໂດຍອົງການປົກ ຄອງນະຄອນຫຼວງວຽງຈັນ ຊຶ່ງຖືເອົາການຊົດເຊີຍເນື້ອທີ່ດິນ ແລະສິ່ງປຸກສ້າງໃນມູນຄ່າບໍ່ເກີນ 30 ລ້ານໂດລາ ໃນເນື້ອທີ່ 1 ພັນເຮັກຕາ ປະກອບເປັນຮຸ້ນ 25% ແລະບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ ຈຳກັດ ຕາງໜ້າໃຫ້ລັດຖະບານ ສປ ຈີນ ຖືເອົາມູນຄ່າການກໍ່ສ້າງສະໜາມກີລາແຫ່ງຊາດຫຼັກ 16 ມູນຄ່າ 98 ລ້ານໂດລາ ປະກອບເປັນຮຸ້ນ 75% ແລະມີອາຍຸສຳປະທານ 70 ປີ.


  ໂຄງການເຂດພັດທະນາກວມລວມໄຊເສດຖາມີເປົ້າໝາຍການພັດທະນາເປັນຂົງເຂດອຸດສາຫະກໍາໃນເບື້ອງຕົ້ນ, ສ້າງ ແລະພັດທະນາເປັນຕົວເມືອງໃໝ່ຂອງນະຄອນ ຫຼວງວຽງຈັນ,ແຜນການລົງທຶນທັງໝົດແມ່ນ 3 ຕື້ໂດລາ, ປະຈຸບັນເຂດພັດທະນາໄລຍະທີ 1 ໄດ້ສໍາເລັດ ພື້ນຖານໂຄງລ່າງ ແລະປັບພຽງໜ້າດິນໂດຍພື້ນຖານໃນຂອບ ເຂດເນື້ອທີ່ 4 ກິ ໂລຕາແມັດ, ໃນປີ 2019 ໄດ້ປັບປຸງແຜນແມ່ບົດການພັດທະນາຂອງເຂດຕື່ມ, ອີງຕາມແຜນພັດທະນາໃໝ່ເຂດພັດທະນາກໍາລັງສຸມການລົງທຶນໃສ່ການກໍ່ສ້າງເປັນຕົວເມືອງໃໝ່ນະຄອນຫຼວງວຽງຈັນກາຍເປັນການພັດທະນາຮູບແບບໃໝ່ຮອບດ້ານ (ຂະແໜງອຸດສາຫະກໍາສົ່ງເສີມຕົວເມືອງ, ຕົວເມືອງນໍາພາອຸດສາ ຫະກໍາ, ອຸດສາຫະກໍາ ແລະຕົວເມືອງຢູ່ຮ່ວມກັນປະສົມປະສານກັນຢ່າງລົງໂຕ).
  ປະຈຸບັນໂຄງການເຂດພັດທະນາກວມລວມໄຊເສດຖາສໍາເລັດການລົງທຶນແລ້ວ 1,2 ຕື້ໂດລາ, ສໍາເລັດການພັດທະນາໂຄງລ່າງພື້ນຖານແບບຄົບຊຸດ ແລະພວມກ້າວເຂົ້າສູ່ໄລຍະແຫ່ງການດຶງດູດການລົງທຶນ, ຊຶ່ງມາຮອດເດືອນມິຖຸນາ 2020ນີ້ ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົມທຶນໃນເຂດດັ່ງກ່າວຈໍານວນ 81 ຫົວ ໜ່ວຍ, ຄາດວ່າບັນດາວິສາຫະກິດພ້ອມດໍາເນີນການຜະລິດໝົດໂດຍສະເລ່ຍມູນຄ່າການຜະລິດພາຍໃນປີແມ່ນ 1,8 ຕື້ໂດລາ(ບໍລິສັດເປໂຕເຄມີ ລາວ ຈໍາກັດ, ບໍລິສັດ ໂຮຢາລາວຈໍາກັດ, ບໍລິສັດເຕັກໂນໂລຊີສື່ສານ, ບໍລິສັດໂກເດີ້ນແລະບໍລິສັດອື່ນໆ), ຈະສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວຫຼາຍກວ່າ 10 ພັນຄົນ.