ໂຄງການສຸພານິມິດມອບເຄື່ອງໃຫ້ 10 ບ້ານເປົ້າໝາຍ

  ວັນທີ 14 ກໍລະກົດ 2020 ທີ່ບ້ານດົງຫົງຄຳ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອຸປະກອນເຄື່ອງຊ່ວຍເຫຼືອໃຫ້ 10 ບ້ານເປົ້າໝາຍຂອງໂຄງການຈາກອົງການສຸພານິມິດສາກົນປະຈຳ ສປປ ລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຄອນສະຫວັນ ແກ້ວດວງດີ ຄະນະປະຈຳພັກເມືອງຮອງເຈົ້າເມືອງຊົນນະບູລີ ທັງເປັນປະທານຊີ້ນຳໂຄງການຂັ້ນເມືອງ, ທ່ານ ນາງ ສຸກສະຫວັນ ພະສະຫວັດ ຫົວໜ້າທີມງານໂຄງການຮ່ວມມືປັບປຸງໂພຊະນາການຜະລິດກະສິກຳເພື່ອໂພຊະນາການ ແລະສຸຂະພາບທີ່ດີປະຈຳ ເເຂວງສະຫວັນນະເຂດ,ມີຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຄະນະສະຫະພັນແມ່ຍິງເມືອງນາຍບ້ານພ້ອມດ້ວຍພໍ່ແມ່ປະຊາຊົນໃນບ້ານເປົ້າໝາຍເຂົ້າຮ່ວມ.

  ຊຶ່ງເຄື່ອງຊ່ວຍເຫຼືອທີ່ໄດ້ມອບ-ຮັບກັນໃນຄັ້ງນີ້ແມ່ນເຕົາໄຟໄວໂດຍຈະມອບໃຫ້ 10 ບ້ານເປົ້າໝາຍຂອງໂຄງການໃນນັ້ນກຸ່ມເປົ້າໝາຍແມ່ນຄອບຄົວທີ່ມີເດັກນ້ອຍຕໍ່າກວ່າ 5 ປີລົງມາ ທີ່ນຳໃຊ້ກ້ອນເສົ້າ, ເຕົາຄຽງ ແລະດັງຟືນໃນການປຸງແຕ່ງອາຫານສຳລັບສະມາຊິກໃນຄອບຄົວ. ມີຈຳນວນກຸ່ມບ້ານເປົ້າໝາຍຂອງໂຄງການທັງໝົດ 10 ບ້ານຄື: ບ້ານນາບົງ, ໜອງເບັນ, ບຶງຊ້າງ, ດົງຫົງຄຳແກ້ວຄຳດີ, ໂນນຍາງ, ໂພນຕານ, ໜອງບົວຫຼວງ, ຕັ່ງຫວາຍໂຄກ ແລະ ບ້ານກະລຶມ-ວັງແຂ້ການສະ ໜອງເຕົາໄຟໄວໃນຄັ້ງນີ້ມີທັງໝົດ 1.988 ໜ່ວຍ, ລວມມູນຄ່າທັງໝົດ 795 ລ້ານກວ່າກີບ. ໃຫ້ກຽດມອບໂດຍ ທ່ານນາງ ຄອນສະຫວັນ ແກ້ວດວງດີ ທັງນີ້ກໍ່ເພື່ອເປັນການຫຼຸດຜ່ອນເເຮງງານສຳລັບແມ່ຍິງ ແລະເດັກນ້ອຍໃນການໄປຫາຟືນ, ຕັກນໍ້າດື່ມ-ນໍ້າໃຊ້ ເພື່ອໃຫ້ແມ່ມີເວລາເພີ່ມຂຶ້ນໃນການດູແລເບິ່ງແຍງລູກນ້ອຍເພື່ອໃຫ້ມີໂພຊະນາການທີ່ດີຂຶ້ນ.