ສະຫວັນ ກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນໃນນາມເປັນແຂວງຕົວແທນຂອງລາວ

 ກອງປະຊຸມຄົ້ນຄວ້າປຶກສາຫາລືກະກຽມຄວາມພ້ອມໃນການເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ (CA EXPO) ຄັ້ງທີ 17 ປີ 2020 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ໃນນາມແຂວງສະຫວັນນະເຂດເປັນຕົວແທນເມືອງແຫ່ງສະເໜ່ຂອງ ສປປ ລາວຊຶ່ງໃຫ້ກຽດເປັນປະທານໃນກອງປະຊຸມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກຳ-ການຄ້າ (ອຄ), ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ອຄ ແຂວງ,ບັນດາກຳມະການກອງເລຂາ CAEXPO, ບໍລິສັດອອກແບບບຣູກາດ, ບໍລິສັດ, ຫົວໜ່ວຍທຸລະກິດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທີ່ຫ້ອງປະຊຸມພະແນກ ອຄ ແຂວງໃນວັນທີ 14 ກໍລະກົດ 2020 ນີ້.

  ໃນກອງປະຊຸມກໍ່ໄດ້ລາຍງານຄວາມຄືບໜ້າໃນການກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນຄັ້ງທີ 17 ແລະແຜນການກະກຽມໃນຕໍ່ໜ້າຂອງແຂວງສະຫວັນນະເຂດ, ເລີ່ມແຕ່ກອງປະຊຸມປຶກສາຫາລືຄັ້ງວັນທີ 13/5/2020 ຫາປະຈຸບັນ(ວຽກແບບຈຳລອງເມືອງແຫ່ງສະເໜ່, ວຽກສ້າງສາລະຄະດີ, ກຳນົດຮູບພາບ+ເນື້ອໃນຮູບພາບ, ການກະກຽມຄະນະສິລະປະ, ບັນຊີຮຽກການລົງທຶນແຂວງ ແລະວຽກລະດົມທຸລະກິດທີ່ມີທ່າແຮງຂອງແຂວງ).

  ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳບາງບັນຫາບາງໜ້າວຽກທີ່ກ່ຽວຂ້ອງກັບງານດັ່ງກ່າວເປັນຕົ້ນແມ່ນສາກຫຼັງຂອງຮ້ານວາງສະແດງຄວນຈະຕື່ມໂຕສັດຕ່າງໆທີ່ເປັນເອກະລັກຂອງແຂວງທີ່ບໍ່ຄືໃຜເປັນຕົ້ນ: ໄດໂນເສົາ, ລີງ, ນົກຍາງຂາວ, ໂອງ-ມັ່ງ, ດ້ານການສະແດງຮູບພາບ, ວີດີໂອ, ການສ້າງສາລະຄະດີ ແລະຂໍ້ມູນຂ່າວສານອື່ນໆ ແມ່ນໃຫ້ດຶງເອົາຈຸດເດັ່ນໆຂອງແຕ່ເມືອງທີ່ມີຄວາມແຕກຕ່າງກັນຊຶ່ງລ້ວນແລ້ວແຕ່ເປັນສະເໜ່ຂອງແຂວງສະຫວັນນະເຂດທີ່ຈະເປັນຈຸດໂຄສະນາດຶງດູດເອົານັກທ່ອງທ່ຽວ, ນັກລົງທຶນ ເພື່ອໃຫ້ເຂົ້າມາແຂວງພວກເຮົານັບມື້ນັບເພີ່ມຂຶ້ນ.

  ພາຍຫຼັງສຳເລັດກອງປະຊຸມດັ່ງກ່າວແລ້ວ, ກໍ່ຈະໄດ້ລົງເຮັດວຽກຮ່ວມກັບພະແນກການທີ່ກ່ຽວຂ້ອງເພື່ອເກັບກຳຂໍ້ມູນ ແລະຮູບພາບປະກອບໃສ່ຮ້ານວາງສະແດງແຫ່ງ ຊາດ, ລົງເກັບກຳຂໍ້ມູນສະຖານທີ່ສຳຄັນເພື່ອກະກຽມໃຫ້ແກ່ການເຂົ້າຮ່ວມງານເຊັ່ນ: ສະຖານທີ່ປະຫວັດສາດ, ສະຖານທີ່ການຜະລິດເປັນສິນຄ້າ, ສະຖານທີ່ທ່ອງທ່ຽວ ແລະສະຖານທີ່ອື່ນຕາມການຊີ້ນຳຂອງແຂວງ.