ລັດຖະບານເຫັນດີຫຼຸດລາຄາໄຟຟ້າແຕ່ເດືອນເມສາຫາເດືອນທັນວາ

  ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດຄ່າໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ເດືອນເມສາຫາເດືອນທັນວາ 2020 ຕາມການສະເໜີຂອງກະຊວງພະລັງານ ແລະບໍ່ແຮ່.

 ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 752/ຫສນຍ ລົງວັນ ທີ 14 ກໍລະກົດ 2020 ວ່າ: ເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດຄ່າໄຟຟ້າໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບພາກທີ່ຢູ່ອາໄສນັບແຕ່ເດືອນເມສາຫາເດືອນທັນ 2020 ໃນນີ້ສຳລັບຜູ້ຊົມໃຊ້ໄຟຟ້າແຕ່ 0-150 ກິໂລວັດໂມງຕໍ່ເດືອນແມ່ນໃຫ້ເອົາພະລັງງານທັງໝົດຄູນ 350 ກີບຕໍ່ກິໂລວັດໂມງເປັນລາຄາໄຟຟ້າຂອງເດືອນ, ສ່ວນກຸ່ມຜູ້ຊົມໃຊ້ໄຟຟ້າ 151-461 ກິໂລວັດໂມງຕໍ່ເດືອນແມ່ນໃຫ້ເອົາພະລັງງານ 150 ກິໂລວັດໂມງທຳອິດຄູນລາຄາ 355 ກີບຕໍ່ກິໂລວັດໂມງ ສ່ວນພະລັງງານທີ່ເຫຼືອແມ່ນຄູນລາຄາ 710 ກີບຕໍ່ກິໂລວັດໂມງ, ແລ້ວເອົາທັງສອງຂັ້ນມາບວກກັນເປັນລາຄາໄຟຟ້າຂອງເດືອນ.

ພ້ອມນັ້ນໃຫ້ກະຊວງພະລັງງານ ແລະບໍ່ແຮ່ສົມທົບກັບພາກສ່ວນກ່ຽຂ້ອງໄລ່ລຽງຄືນໃຫ້ລະອຽດສຳລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນຄ່າໄຟຟ້າໄປແລ້ວໃນເດືອນຜ່ານມາພ້ອມທັງໃຫ້ຄົ້ນຄວ້າໂຄງສ້າງລາຄາໄຟຟ້າໃໝ່ໄລຍະຍາວປັບປຸງໃໝ່ຢ່າງລະອຽດໂດຍມີປະກອບຄຳເຫັນຢ່າງກວ້າງຂວາງຈາກຫຼາຍພາກສ່ວນໃນສັງຄົມເພື່ອໃຫ້ໄດ້ທາງເລືອກທີ່ເໝາະສົມ ແລະສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ໃນແຕ່ລະໄລຍະແລ້ວນຳສະເໜີລັດຖະບານພິຈາລະນາພາຍໃນເດືອນຕຸລາ 2020.

_____________

ຂຽນໂດຍ: ແພງຕາ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ