ວັດທະນະທໍາ” ແມ່ນສິ່ງທີ່ບົ່ງບອກເອກະລັກ, ແມ່ນຄຸນຄ່າ ອັນລວມຍອດຂອງການສະສົມບັນດາຜະລິດທະພັນທາງວັດຖຸ ແລະ ຈິດໃຈທີ່ມວນມະນຸດໄດ້ປະດິດສ້າງຂຶ້ນມາໂດຍຜ່ານຂະບວນວິວັດທາງປະຫັວດສາດ ຫຼືເວົ້າອີກຢ່າງໜຶ່ງວ່າແມ່ນໝາກຜົນຂອງຄວາມຈະເລີນງອກງາມ, ຄວາມດີ, ຄວາມງາມທີ່ສັງຄົມນັ້ນໆປະດິດສ້າງຂຶ້ນ ແລະ ສະສົມຖ່າຍທອດມາຮອດປະຈຸບັນ.
ສະນັ້ນ “ວັດທະນະທໍາ” ຈຶ່ງ ລວມເອົາທຸກສິ່ງທຸກຢ່າງທີ່ມວນມະນຸດປະດິດສ້າງໃນແຕ່ລະຍຸກສະໄໝອັນເກີດຈາກປະສົບການ, ບົດຮຽນຊີວິດ ແລະບັນດາຫົວຄິດປະດິດສ້າງຂອງຄົນໃນຊາດໜຶ່ງໆ ເຊັ່ນ: ພາສາປາກເວົ້າ, ກິລິຍາ ມາລະຍາດ, ການທໍາມາຫາກິນ, ນິໄສໃຈຄໍ, ທີ່ຢູ່ອາໄສຕະຫຼອດເຖິງ ວັດຖຸອຸປະກອນການຜະລິດຕ່າງໆ, ດ້ວຍເຫດນີ້ການສະສົມວັດທະນະ ທໍາ ຈຶ່ງແມ່ນການສະສົມບັນດາປະ ສົບການ, ຄວາມຮູ້ຄວາມສາມາດ, ພູມປັນຍາຊາວບ້ານ ແລະຕະຫຼອດ ເຖິງໝາກຜົນຂອງການຄົ້ນຄິດວິ ທະຍາສາດອີກດ້ວຍ.
ວັດທະນະທຳປະກອບມີ 2 ປະເພດຄື: ວັດທະນະທໍາທີ່ເປັນວັດຖຸ ແລະວັດທະນະທໍາທາງດ້ານຈິດໃຈ, ສໍາລັບວັດທະນະທໍາທີ່ເປັນ ວັດຖຸໝາຍເຖິງສິ່ງວັດຖຸຕ່າງໆທີ່ມວນມະນຸດໃນຊາດໜຶ່ງໆປະດິດ ສ້າງຂຶ້ນມາໃນຂະບວນວິວັດຂອງຍຸກສະໄໝຕ່າງໆມີຄຸນຄ່າທາງດ້ານສິລະປະອັນເປັນທີ່ຍອມຮັບໃນສັງຄົມ ຊຶ່ງສາມາເບິ່ງເຫັນ, ຈັບບາຍໄດ້, ເຄື່ອນຍ້າຍໄດ້ເຊັ່ນ: ປະຕິມາກຳ, ວິຈິດຕະກຳ, ເຄຫະສະຖານ, ອຸປະກອນ, ເຄື່ອງໃຊ້ ສອຍ, ເຄື່ອງນຸ່ງຫົ່ມ, ເຄື່ອງເກົ່າ ແກ່, ວັດຖຸບູຮານຕະຫຼອດເຖິງສິ່ງ ຂອງຕ່າງໆທີ່ມີຄຸນຄ່າທາງສິລະປະ ປະຈຳຊາດ, ສ່ວນວັດທະນະທໍາທາງດ້ານຈິດໃຈແມ່ນການສະແດງອອກແບບນາມມະທໍາ, ບໍ່ເຫັນເປັນ ຮູບຮ່າງ, ບໍ່ສາມາດຈັບບາຍໄດ້ ຊຶ່ງແມ່ນຂະບວນການທີ່ເກີດຈາກ ຈິດສໍານຶກເຊັ່ນ: ພາສາປາກເວົ້າ, ແນວຄວາມຄິດ,ຄວາມເຊື່ອຖື,ສິລະທໍາ,ຄຸນນະທໍາ, ຈັນຍາບັນ, ມາລະຍາດ, ຈາຮີດປະເພນີ, ວັນນະ ຄະດີ, ສຽງດົນຕີ ແລະອື່ນໆ.
ດັ່ງນັ້ນຄວາມສໍາຄັນຂອງວັດທະນະທໍາເປັນສິ່ງວັດແທກຄຸນຄ່າຂອງມະນຸດໃນຊາດ, ແມ່ນອົງປະກອບສ້າງທີ່ສໍາຄັນທາງດ້ານຄຸນຄ່າສິລະປະທີ່ຊ່ວຍພັດທະນາຈິດໃຈ, ຝຶກຝົນແນວຄິດ, ການປະພຶດປະຕິບັດເພື່ອສ້າງໃຫ້ຄົນໃນສັງຄົນກາຍເປັນພົນລະເມືອງດີ, ມີຄວາມ ຈະເລີນກ້າວໜ້າ ຊຶ່ງສາມາດດຳລົງຄົງຕົວຢູ່ຮ່ວມສັງຄົມໄດ້ຢ່າງໝັ້ນຄົງ.
--------
ໜັງພິມເສດຸະກິດ-ສັງສັງຄົມ