ພະນັກງານອາກອນ 7 ແຂວງພາກເໜືອຍົກລະດັບຫຼັກສູນ 3 ເດືອນ

  ວັນທີ 13 ກໍລະກົດ 2020 ທີ່ຫ້ອງປະຊຸມຂອງວິທະຍາໄລການເງິນພາກເໜືອແຂວງຫຼວງພະບາງໄດ້ຈັດພິທີເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສ່ວຍສາອາກອນ 7 ແຂວງ ຫຼັກສູດ 3 ເດືອນປະຈໍາປີ 2020 ໂດຍ ການເປັນປະທານຮ່ວມຂອງທ່ານ ສິດທິສອນ ເທບພາສີ ຫົວໜ້າກົມຈັດຕັ້ງ-ພະນັກງານ, ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ,ມີຫົວໜ້າພະແນກການທີ່ກ່ຽວຂ້ອງ, ວິທະຍາກອນ ແລະສໍາມະນາກອນ 7 ແຂວງພາກເໜືອເຂົ້າ ຮ່ວມ.

  ທ່ານ ແກ່ນຈັນ ບຸນເຕີມ ອໍານວຍການວິທະຍາໄລການເງິນພາກເໜືອໄດ້ຂຶ້ນຜ່ານວຽກງານການຫ້າງຫາກະກຽມໃນການເປີດຊຸດຝຶກອົບຮົມຄັ້ງນີ້ວ່າ: ຈຸດປະສົງກໍເພື່ອເປັນການເສີມສ້າງທັກສະດ້ານວິຊາສະເພາະໃຫ້ແກ່ພະນັກງານຂະແໜງສ່ວຍສາອາກອນນໍາໄປໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃນການຄຸ້ມຄອງ, ກວດກາຕິດຕາມການໄລ່ລຽງອາກອນ, ຊຸກຍູ້ ແລະ ຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາທັງເປັນການເສີມສ້າງບົດຮຽນອັນໃໝ່ໃຫ້ແກ່ຜູ້ທີ່ເຮັດໜ້າທີ່ໂຄສະນາເຜີຍແຜ່ລະບຽບກົດໝາຍ, ໂຄສະນາເຜີຍແຜ່ໃຫ້ກັບຫົວໜ່ວຍທຸລະກິດ ແລະສັງຄົມໃຫ້ມີສ່ວນຮ່ວມໃນການປະຕິບັດພັນທະເຂົ້າງົບປະມານໃຫ້ຖືກຕ້ອງ ແລະໂປ່ງໃສ,ຊຸດຝຶກອົບຮົມຄັ້ງນີ້ມີສຳມະນາກອນເຂົ້າຮ່ວມທັງໝົດ 47 ທ່ານ ຊຶ່ງມາຈາກ 7 ແຂວງຄື: ໄຊຍະບູລີ,ຫຼວງພະບາງອຸດົມໄຊ, ຫຼວງນໍ້າທາບໍ່ແກ້ວຫົວພັນ ແລະແຂວງຜົ້ງສາລີ ແລະສໍາມະນາກອນຈະໄດ້ຮຽນຮູ້ຫຼັກການບັນຊີວິສະຫະກິດ, ການຈົດກາຍບັນຊີ,ລະບົບການເງິນບັນຊີການສ້າງເອກະ ສານບັນຊີ ແລະການສ້າງເອກະສານລາຍງານການເງິນ, ຂັ້ນຕອນການກວດກາລາຍຮັບ-ຂັ້ນຕອນການກວດກາລາຍຈ່າຍ, ຂັ້ນຕອນການກວດກາທຶນ, ຊັບສິນ ແລະໜີ້ສີນ, ກົດໝາຍວ່າດ້ວຍສວຍສາອາກອນ, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ,ວິທີຄິໄລ່ອາກອນຊົມໃຊ້ອາກອນມູນຄ່າເພີ່ມ, ການແຈ້ງອາກອນປະ ເພດຕ່າງໆຜ່ານເອກເລັກໂຕນິກ ແລະວຽກງານກວດກາອາກອນໂດຍຈະໄດ້ໃຊ້ເວລາຮຽນທັງໝົດ 528 ຊົ່ວໂມງ, ພາກທິດສະດີ 146 ຊົ່ວໂມງ, ປະຕິບັດຕົວຈິງ 364 ຊົ່ວໂມງ, ຈະໄດ້ດໍາເນີນໄປເປັນເວລາ 3 ເດືອນຈຶ່ງສຳເລັດ.

___________

ຂຽນໂດຍ: ສີສຸວັນ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ