ສທຄ ສຳມະນາບົດບາດວິຊາຊີບການບັນຊີ ແລະກວດສອບຕໍ່ການພັດທະນາ

  ສະຖາບັນການທະນາຄານ (ສທຄ) ຮ່ວມກັບສະພາວິຊາຊີບການບັນຊີ ແລະນັກກວດສອບ (ສວ-ບລກ) ໄດ້ຈັດການສໍາມະນາພາຍໃຕ້ຫົວຂໍ້: “ຄວາມສໍາຄັນ ແລະພາ ລະບົດບາດວິຊາຊີບການບັນຊີ ແລະກວດສອບທີ່ມີຕໍ່ການພັດທະນາເສດຖະກິດແລະການເຊັນບົດບັນທຶກຄວາມເຂົ້າໃຈກັນລະຫວ່າງ 2 ພາກສ່ວນຊຶ່ງຈັດຂຶ້ນໃນວັນທີ 15 ສິງຫາ 2020 ທີ່ ສທຄ ໂດຍການເຂົ້າຮ່ວມຂອງທ່ານ ປອ. ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ແລະທ່ານ ນາງ ພິລານີ ພິດສະໄໝປະທານ ສວ-ບລກ ແລະມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໃນການສໍາມະນາຄັ້ງນີ້, ຍັງໄດ້ນໍາສະເໜີຄວາມເປັນມາ ແລະການເຄື່ອນໄຫວຂອງ ສວ-ບລກ ໃນໄລຍະຜ່ານມາF ພ້ອມນີ້ກໍ່ນໍາສະເໜີປະສົບການຈາກຜູ້ປະກອບອາ ຊີບຕົວຈິງຂອງນັກຊ່ຽວຊານບັນຊີ ແລະນັກກວດສອບໃນເວທີພາກພື້ນ ແລະ ສາກົນແລະການນໍາສະເໜີທາງເລືອກອາຊີບຫຼັງຈາກຮຽນຈົບຫຼັກສູດນັກຊ່ຽວຊານບັນຊີ ແລະນັກກວດສອບໃນອະນາຄົດເພື່ອເປັນແຮງບັນດານໃຈໃນການປະກອບອາຊີບໃຫ້ແກ່ນັກສຶກສາ ແລະໃນຂະນະດຽວກັນນັ້ນກໍ່ໄດ້ມີການສົນທະນາແລກປ່ຽນກ່ຽວກັບຄວາມສໍາຄັນ ແລະພາລະບົດບາດວິຊາຊີບການບັນຊີ ແລະກວດສອບທີ່ມີຕໍ່ການພັດທະນາເສດຖະກິດໂດຍມີຕົວແທນຈາກກົມບັນຊີກະຊວງການເງິນF ຕົວແທນຈາກກົມບັນຊີ ແລະ ການເງິນທະນາຄານ ແຫ່ງ ສປປ ລາວ, ຕົວແທນຈາກທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ຕົວແທນຈາກ PWC, ຕົວແທນຈາກສທຄ ແລະຕົວແທນຈາກ ສວ-ບລກ ແລະຜູ້ທີ່ເຂົ້າຮ່ວມຍັງມີການປະກອບຄໍາຄິດຄໍາເຫັນທີ່ສ້າງສັນ ແລະຕິດພັນກັບວຽກງານດັ່ງກ່າວຕື່ມອີກ.

ໃນເວລາຕໍ່ມາ, ກໍໄດ້ມີການສະເໜີຄໍາເຫັນຕໍ່ການເຊັນບົດບັນທຶກຄວາມເຂົ້າໃຈກັນ, ສະເໜີແຜນການຮ່ວມມື ແລະການເຊັນການບົດບັນທຶກຄວາມເຂົ້າໃຈກັນລະຫວ່າງທ່ານ ປອ.ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ແລະທ່ານ ນາງ ພິລານີ ພິດສະໄໝ ປະທານສວ-ບລກ ໂດຍຊ້ອງໜ້າຄະນະນໍາ ແລະພະນັກງານທີ່ກ່ຽວຂ້ອງຂອງ 2 ພາກສ່ວນ.

  ການຈັດສໍາມະນາ ແລະການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ເປັນນິມິດໝາຍທີ່ດີລະຫວ່າງ ສທຄ ແລະ ສວ-ບລກ ຊຶ່ງຈະເຮັດໃຫ້ຜູ້ບໍລິຫານອາຈານ, ພະນັກ ງານ ແລະນັກສຶກສາ ສທຄ ຈະໄດ້ເພີ່ມການຍົກລະດັບວຽກງານວິຊາຊີບການບັນຊີ ແລະກວດສອບເພາະວຽກງານດັ່ງກ່າວແມ່ນມີຄວາມຈໍາເປັນຕໍ່ຂະແໜງການເສດຖະ ກິດລວມທັງຂະແໜງການເງິນ-ການທະນາຄານ, ພ້ອມນີ້ຍັງມີຄວາມສໍາຄັນສຳລັບຖັນແຖວຄູອາຈານ ແລະນັກສຶກສາທີ່ຈະໄດ້ຮັບການພັດທະນາຕົວເອງໃຫ້ມີຄວາມຮູ້ດ້ານນີ້ໃຫ້ສູງຂຶ້ນເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃນຕໍ່ໜ້າ.

_____________

ຂຽນໂດຍ: ຣັດສະໝີ ດວງສັດຈະ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ