ເຄີ່ງປີສະຫວັນນະເຂດເກັບລາຍຮັບໄດ້ພຽງ 38,44%

  ການເກັບລາຍຮັບງົບປະມານຂອງພະແນກການເງິນແຂວງສະຫວັນນະເຂດໃນເຄິ່ງປີ 2020 ນີ້ແມ່ນບໍ່ສາມາດປະຕິບັດໄດ້ຕາມແຜນເນື່ອງມາຈາກຫຼາຍສາເຫດເປັນຕົ້ນແມ່ນຜົນກະທົບຈາກພະຍາດໂຄວິດ-19, ຊຶ່ງໃນ 6 ເດືອນຜ່ານມານີ້ປະຕິບັດໄດ້ພຽງແຕ່ 622,04 ຕື້ກີບ ເທົ່າກັບ 38,44% ຂອງແຜນການປີ,ສ່ວນລາຍຈ່າຍປະຕິບັດໄດ້ 319,67 ຕື້ກີບ, ເທົ່າກັບ 37,42% ຂອງແຜນການປີ.

  ອີງຕາມຂໍ້ມູນຈາກພະແນກການເງິນແຂວງສະຫວັນນະເຂດໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020 ພະແນກການເງິນແຂວງສະຫວັນນະເຂດສາມາດເກັບລາຍຮັບໄດ້ທັງໝົດ 622,04 ຕື້ກີບ, ເທົ່າກັບ 38,44% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 4,09% ໃນນີ້ລາຍຮັບພູດຂອງສູນກາງປະຕິບັດໄດ້ 366,70 ຕື້ກີບ, ເທົ່າກັບ 42,93% ຂອງແຜນການປີ,ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 4,25% (ລາຍຮັບຈາກພາສີ 365,68 ຕື້ກີບ, ເທົ່າກັບ 43,02% ຂອງແຜນການປີ); ສ່ວນລາຍຮັບພູດຂອງທ້ອງຖິ່ນປະຕິບັດໄດ້ 255,34 ຕື້ກີບ, ເທົ່າກັບ 33,43% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 13,99% (ລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 244,39 ຕື້ກີບ, ເທົ່າກັບ 33,03% ຂອງແຜນການປີ, ລາຍຮັບຈາກຊັບສິນລັດປະຕິບັດໄດ້ 10,95 ຕື້ກີບເທົ່າກັບ 45,89% ຂອງແຜນການປີ), ສໍາລັບດ້ານລາຍຈ່າຍໃນ 6 ເດືອນຜ່ານມາປະຕິບັດໄດ້ 319,67 ຕື້ກີບ, ເທົ່າກັບ 37,42% ຂອງແຜນການປີ, ໃນນີ້ເບີກຈ່າຍເງິນເດືອນ ແລະເງິນອຸດໜູນປະຕິບັດໄດ້ 279,60 ຕື້ກີບ ເທົ່າກັບ 48,10%, ເງິນນະໂຍບາຍ ແລະຊ່ວຍໜູນ 17,53 ຕື້ກີບ ເທົ່າກັບ 21,48%, ລາຍຈ່າຍບໍລິຫານ 11,10 ຕື້ກີບ ເທົ່າກັບ 13,66%, ລາຍຈ່າຍດັດສົມ-ສົ່ງເສີມ 2,63 ຕື້ກີບ ເທົ່າກັບ 9,87%, ລາຍຈ່າຍເງິນແຮ່600 ລ້ານກີບ ເທົ່າກັບ 25,01%, ລາຍຈ່າຍຊື້ຊັບສົມບັດຮັບໃຊ້ບໍລິຫານ 70 ລ້ານກີບ ເທົ່າກັບ 5,86%, ລາຍຈ່າຍລົງທຶນຂອງລັດ 8,12 ຕື້ກີບ ເທົ່າກັບ10,18% (ລາຍຈ່າຍຄ່າບໍລິການວິຊາການຈົດຮັບ-ຈົດຈ່າຍ 7,57 ຕື້ກີບ ເທົ່າກັບ 19,67% ຂອງແຜນການປີ).

  ທັງນີ້ສາຍເຫດທີ່ເຮັດໃຫ້ການເກັບລາຍຮັບ ແລະການປະຕິບັດລາຍຈ່າຍບໍ່ໄປຕາມແຜນທີ່ໄດ້ວາງໄວ້ນັ້ນແມ່ນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ຊຶ່ງສົ່ງຜົນກະທົບໜັກຕໍ່ການຈັດເກັບລາຍຮັບເປັນຕົ້ນ: ແມ່ນການປິດດ່ານຊາຍແດນລະຫວ່າງປະເທດ, ການເຂົ້າອອກພາຫະນະ, ຜູ້ໂດຍສານ, ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຫຼຸດລົງ, ການຢຸດກິດຈະການຊົ່ວຄາວຂອງໂຮງງານ, ບໍລິສັດ, ຫ້າງຮ້ານຕ່າງໆ ແລະບັນຫາອື່ນໆອີກ, ຊຶ່ງຄາດຄະເນວ່າໝົດປີນີ້ຈະປະຕິບັດໄດ້ພຽງແຕ່ 1.312 ຕື້ກີບ ຫຼື ເທົ່າກັບ 81,09% ຂອງແຜນການປີ, ໃນນີ້ລາຍຮັບພູດຂອງສູນກາງ 730,54 ຕື້ກີບ ເທົ່າກັບ 85,52% ແລະ ລາຍຮັບພູດທ້ອງຖິ່ນ 581,54 ຕື້ກີບ ເທົ່າກັບ 76,13%; ສ່ວນລາຍຈ່າຍຄາດວ່າຈະປະຕິບັດໄດ້ 832,80 ຕື້ກີບຫຼື ເທົ່າກັບ97,84% ຂອງແຜນການປີ.

____________

ຂຽນໂດຍ: ແປ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ