ຫວຍພັດທະນາມີສະມາຊິກຂາຍເກືອບ 10 ພັນຄົນ ກາງປີປະຕິບັດພັນທະໄດ້ 24,58 ຕື້ກີບ

  ບໍລິສັດລັດວິສາຫະກິດຫວຍພັດທະນາໄດ້ເຄື່ອນໄຫວທຸລະກິດພາຍໃຕ້ການຊີ້ນໍາຂອງລັດຖະບານ, ປະຈຸບັນໃນຂອບເຂດທົ່ວປະເທດມີຕົວແທນຈໍາໜ່າຍທັງໝົດ 41 ຕົວແທນ, ມີສະມາຊິກຜູ້ຂາຍຫວຍປະມານ 9.689 ຄົນ, ຊຶ່ງໃນ 6 ເດືອນຕົ້ນປີນີ້ບໍລິສັດຄາດຄະເນຈະມີກຳໄລ 30 ຕື້ກວ່າກີບ ເທົ່າກັບ 106,27% ຂອງແຜນ ການ ແລະສາມາດປະຕິບັດພັນທະເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 24,58 ຕື້ກວ່າກີບ ຫຼືເທົ່າກັບ 106,27% ຂອງແຜນການ.

  ໃນໂອກາດທີ່ ທ່ານ ບຸນເຫຼືອສິນໄຊ ວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ເຄື່ອນໄຫວຊີ້ນຳວຽກງານຢູ່ບໍລິສັດລັດວິສາຫະກິດຫວຍພັດທະນາເມື່ອວັນທີ 10 ກໍ ລະກົດຜ່ານມາ, ທ່ານ ອັກຄະວອນຫຼວງ ສຸວັນນະວົງ ຜູ້ອຳນວຍການບໍລິສັດລັດວິສາຫະກິດຫວຍພັດທະນາໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານຫວຍພັດ ທະນາໃນໄລຍະຜ່ານມາໃຫ້ຮູ້ວ່າ: ປະຈຸບັນລັດວິສາຫະກິດຫວຍພັດທະນາ, ປະກອບມີສະພາບໍລິຫານ 7 ທ່ານ, ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ປະກອບມີຄະນະອຳນວຍການ 3 ທ່ານ, ມີ 6 ພະແນກ, ມີພະນັກງານທັງໝົດ 58 ທ່ານ, ຍິງ 26 ທ່ານ, ມີຕົວແທນຈຳໜ່າຍຫວຍພັດທະນາປະຈຳນະຄອນຫຼວງວຽງຈັນ, ແຂວງນະຄອນ, ເມືອງໃນຂອບເຂດທົ່ວປະເທດທັງໝົດ 41 ຕົວແທນ, ມີສະມາຊິກຜູ້ຂາຍຫວຍທັງໝົດປະມານ 9.689 ຄົນ.

  ສ່ວນຜົນການດຳເນີນທຸລະກິດບໍລິສັດລັດວິສາຫະກິດຫວຍພັດທະນາ, ໄດ້ຄົ້ນຄວ້າຜະລິດຕະພັນໃບຫວຍພັດທະນາທຸກປະເພດນຳສະເໜີສະພາບໍລິຫານ ແລະ ກະ ຊວງການເງິນພິຈາລະນາ, ຄົ້ນຄວ້າອອກນິຕິກຳລະບຽບການຕ່າງໆຄຸ້ມຄອງໃບຫວຍທຸກປະເພດກ່ອນວາງຈຳໜ່າຍ, ຊຸກຍູ້ຕິດຕາມ, ກວດກາການເຄື່ອນໄຫວຂອງບັນ ດາຫົວໜ່ວຍຈຳໜ່າຍຫວຍພັດທະນາເປັນປົກກະຕິ, ໄປຄຽງຄູ່ກັບການປະກອບສ່ວນຄືນຜົນປະໂຫຍດແກ່ສັງຄົມ.

  ໃນປະຈຸບັນຫວຍພັດທະນາອອກເລກລາງວັນ 2 ຄັ້ງຕໍ່ອາທິດໃນທຸກໆ ວັນຈັນ ແລະວັນພະຫັດເວລາ 20:00 ໂມງ, ປະກອບມີ 5 ຜະລິດຕະພັນ (ເລກ 1 ໂຕ, ເລກ 2 ໂຕ 3 ໂຕ, ເລກ 4 ໂຕ, ເລກ 5 ໂຕ, ຫວຍ 3/40) ແລະ ຄາດຄະເນໃນ 6 ເດືອນຕົ້ນປີສາມາດປະຕິບັດລາຍຮັບໄດ້ທັງໝົດ 41,2 ຕື້ກີບ ເທົ່າກັບ 96, 52% ຂອງແຜນການ,ລາຍຈ່າຍປະຕິບັດໄດ້ 10,88 ຕື້ກວ່າກີບເທົ່າກັບ 76,85% ຂອງແຜນການ, ກຳໄລລວມ 30 ຕື້ກວ່າກີບ ເທົ່າກັບ 106,27% ຂອງແຜນການ, ສາມາດປະຕິບັດພັນທະເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 24,58 ຕື້ກວ່າກີບ ຫຼືເທົ່າກັບ 106,27% ຂອງແຜນການ.

  ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ, ໄດ້ເນັ້ນໃຫ້ຄະນະບໍລິສັດລັດວິສາຫະກິດຫວຍພັດທະນາ, ຕ້ອງສ້າງລະບົບທີ່ທັນສະໄໝໃນການຄຸ້ມຄອງການຈໍາໜ່າຍຫວຍພັດທະນາ, ຫັນໄປສູ່ທັນສະໄໝໃຫ້ມີການຊໍາລະຊະສາງຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ, ເພື່ອຄວາມໂປ່ງໃສສືບຕໍ່ຄົ້ນຄວ້າປັບປຸງຂອດການປະ ສານງານ,ເອົາໃຈໃສ່ໃນວຽກງານບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດຕາມເງື່ອນໄຂທີ່ກໍານົດໄວ້ ແລະຕ້ອງຮັບປະກັນຄວາມໂປ່ງໃສໃນການອອກເລກລາງວັນ, ເພື່ອ ໃຫ້ເປັນລັດວິສາຫະກິດທີ່ເປັນແບບຢ່າງນໍາໜ້າໃນການດໍາເນີນທຸລະກິດຂອງລັດວິສາຫະກິດທີ່ຂຶ້ນກັບກະຊວງການເງິນນຳອີກດ້ວຍ.