ເຊກອງປະກາດຈົບຊັ້ນມັດທະຍົມຕອນຕົ້ນ

  ເຮັດໄດ້ຕາມຄາດສໍາລັບແຂວງເຊກອງໃນພາລະກິດລຶບລ້າງຄົນກືກໜັງສືສາມາດປະກາດເປັນແຂວງຈົບຊັ້ນມັດທະຍົມຕອນຕົ້ນພາກບໍາລຸງໄດ້ແລ້ວໃນຂະນະນີ້ພາຍຫຼັງໄດ້ດໍາເນີນການຮຽນ-ການສອນໃຫ້ປະຊາຊົນນັບແຕ່ປີ 2014 ເປັນຕົ້ນມາ.

 ພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ປະຊາຊົນແຂວງເຊກອງໄດ້ມີຂຶ້ນໃນວັນທີ 15 ກໍລະກົດ 2020 ທີ່ສະໂມສອນແຂວງໂດຍມີທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ້ອມນີ້ກໍມີທ່ານຮອງເຈົ້າແຂວງສາລະວັນ,ຈໍາປາສັກ, ອັດຕະປື, ຫົວໜ້າ-ຮອງພະແນກ, ຫ້ອງການອ້ອມຂ້າງແຂວງ, ແຂກຈາກສູນກາງ ແລະຄູ-ອາຈານເຂົ້າຮ່ວມ.

  ໃນພິທີທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງເຊກອງໄດ້ລາຍງານວ່າ:

  ຜ່ານມາພັກ-ລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສານັບທັງໃນ ແລະ ນອກລະບົບໂຮງຮຽນໂດຍຖືເອົາການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ ແລະເປັນວຽກບູລິມະສິດໃນການພັດທະນາປະເທດຊາດ, ຖືເອົາການສຶກສາແມ່ນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມຊຶ່ງເຮັດໃຫ້ໝົດທຸກຄົນໄດ້ຮັບການສຶກສາ ແລະມີລະດັບການສຶກສາສູງຂຶ້ນໂດຍຜ່ານຂະບວນການຮຽນ-ການສອນດ້ວຍຫຼາຍຮູບແບບຫຼາຍວິທີການ.

  ພາຍຫຼັງທີ່ແຂວງເຊກອງໄດ້ຖືກປະກາດເປັນແຂວງຈົບຊັ້ນປະຖົມບໍາລຸງໃນປີ 2014 ພະແນກສຶກສາທິການ ແລະ ກີລາແຂວງປະສານສົມທົບກັບຂະແໜງການກ່ຽວ ຂ້ອງໄດ້ສືບຕໍ່ຈັດຕັ້ງການຮຽນ-ການສອນຕໍ່ເນື່ອງຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ແກ່ປະຊາຊົນໂດຍໃນທົ່ວແຂວງມີປະຊາກອນໃນເກນອາຍຸ 15 ຫາ 35 ຈໍານວນ 30.437 ຄົນ,ຍິງ 14.673 ຄົນໃນນັ້ນຮຽນຈົບມັດທະຍົມຕອນຕົ້ນສາຍສາມັນ 24.838 ຄົນ, ຍິງ 11.916 ຄົນ ແລະມີກຸ່ມເປົ້າໝາຍເຂົ້າຮຽນມັດທະຍົມຕອນຕົ້ນບໍາລຸງ5.599 ຄົນຍິງ 2.757 ຄົນແຕ່ສາມາດຈົບມັດທະຍົມຕອນຕົ້ນບໍາລຸງໄດ້ 5.438 ຄົນຍິງ 2.684 ຄົນສະເລ່ຍຜູ້ຈົບຊັ້ນມັດທະຍົມຕົ້ນບໍາລຸງທົ່ວ ແຂວງໄດ້ 97,12% ຍັງພຽງແຕ່ 161 ຄົນຍິງ 73 ຄົນ ທີ່ຍັງບໍ່ທັນຈົບມັດທະຍົມຕອນຕົ້ນບໍາລຸງ.

  ສ່ວນແຜນການໃນຕໍ່ໜ້າ, ຫົວໜ້າພະແນກສຶກສາທິການ ແລະກີລາແຂວງລະບຸວ່າ: ຕ້ອງສືບຕໍ່ພັດທະນາການສຶກສາໃຫ້ມີຄຸນນະພາບໂດຍສະເພາະແມ່ນການສຶກສານອກໂຮງຮຽນຕ້ອງໄດ້ສືບຕໍ່ຈັດຕັ້ງການຮຽນ-ການສອນບໍາລຸງໃຫ້ຜູ້ທີ່ບໍ່ທັນຈົບຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະຕອນປາຍໃຫ້ໄດ້ຮຽນຈົບທຸກຄົນໄປຄວບຄູ່ກັບການອົບຮົມວິຊາຊີບຂັ້ນພື້ນຖານເພື່ອນໍາເອົາຄວາມຮູ້ໄປພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນ,ສືບຕໍ່ສ້າງການສຶກສານອກໂຮງຮຽນຂັ້ນແຂວງໃຫ້ກາຍເປັນສູນຕົວແບບທາງດ້ານອົບຮົມວິຊາຊີບຂັ້ນພື້ນຖານ, ສູ້ຊົນຈັດຕັ້ງການຮຽນ-ການສອນບໍາລຸງໃຫ້ປະຊາຊົນບັນດາເຜົ່າທີ່ຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງແລ້ວໃຫ້ໄດ້ຮັບການຮຽນບໍາລຸງຕໍ່ຊັ້ນມັດ ທະຍົມຕອນປາຍຢ່າງທົ່ວເຖິງ.

____________

ຂຽນໂດຍ: ສັນຍາ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ