ລັດຖະມົນຕີກະຊວງແຮງງານໃຫ້ການຊ່ວຍເຫຼືອຊາວບ້ານແອ່ງ

  ວັນທີ 14 ກໍລະກົດ 2020 ນີ້ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມພ້ອມດ້ວຍຄະນະໄດ້ລົງພື້ນທີ່ຕົວຈິງໃນການຊຸກຍູ້ໃຫ້ກໍາລັງໃຈປະຊາຊົນບ້ານນໍ້າແອ່ງເມືອງວຽງພູຄາ ແຂວງຫຼວງນໍ້າທາທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ, ນໍ້າປ່າໄຫຼຢ່າງແຮງຖ້ວມເຮືອນຊານບ້ານຊ່ອງ, ໄຮ່ນາຕາກ້າຂອງປະຊາຊົນເສຍຫາຍ ແລະຍັງໄດ້ຕາງໜ້າໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງມອບເງິນຈຳນວນ 30 ລ້ານກີບ ແລະ ເຄື່ອງອຸປະໂພກ, ບໍລິໂພກ

ຈຳນວນໜຶ່ງເພື່ອແກ້ໄຂສຸກເສິນໃນເບື້ອງຕົນ, ໃນໂອກາດນີ້ ທ່ານ ລັດຖະມົນ ຕີກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ມາຢ້ຽມຢາມແຂວງຫຼວງນໍ້າທາໃນຄັ້ງນີ້ທ່ານຍັງໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫຼວງນໍ້າທາຕື່ມອີກເພື່ອຮອງຮັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນສະ ພາບການໃນເວລາສຸກເສີນຊຶ່ງເຄື່ອງດັ່ງກ່າວປະກອບມີ: ເຄື່ອງນຸ່ງຫົ່ມ BYC ຈຳນວນ 10 ແກັດ, ຟີລາ 15 ແກັດ, ເຄື່ອງເກົາຫຼີປະສົມ 6 ແກັດ ແລະເຄື່ອງປະສົມມືສອງ 277 ຖົງ, ເຄື່ອງໃຊ້ຄົວເຮືອນມີ: ຖັງດຳຈຳນວນ  97 ໜ່ວຍ, ໝໍ້ແຕ່ງກິນ 44 ໜ່ວຍ, ເຕັ້ນ 22 ດາງ, ໃຫ້ກຽດມອບ ໂດຍທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ກ່າວຮັບໂດຍທ່ານ ເພັດຖາວອນ ພິລະວັນ ເຈົ້າແຂວງໆຫຼວງນໍ້າທາ, ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ຈາກນັ້ນທ່ານເຈົ້າແຂວງໆຫຼວງນໍ້າທາກໍໄດ້ກ່າວຄໍາຂອບໃຈຢ່າງສູງມາຍັງທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍຄືຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນສູນກາງທີ່ເຫັນໄດ້ຄວາມສຳຄັນ ແລະໃຫ້ການຊ່ວຍເຫຼືອແຂວງຫຼວງນໍ້າທາໃນຄັ້ງນີ້.

_____________

ຂຽນໂດຍ: ອຸ້ມ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ