ຄະນະກຳມະການແຫ່ງຊາດດ້ານໂພສະນາການປະຊຸມວຽກກາງປີ

   ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນການຈັດຕັ້ງປະຕິບັດວຽກງານເດືອນຕົ້ນປີແລະແຜນການ 6 ເດືອນ ທ້າຍປີ 2020, ທ່ານ ຮສດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ,ຮອງລັດຖະມົນຕີກະຊວງສາທາລະສຸກໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີຄືໃນ ສປປ ລາວ ເຖິງແມ່ນວ່າຈະແກ້ໄຂບັນຫາໂພຊະນາການໄດ້ໃນລະດັບໜຶ່ງກໍ່ຕາມແຕ່ປະຈຸບັນກໍຍັງມີເດັກ 1 ໃນ 3 ຄົນ ຫຼື ຈໍານວນປະມານເກືອບ 3 ແສນຄົນມີພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງຊັກຊ້າບໍ່ໄດ້ມາດຕະຖານ, ມີຄວມສະຫຼຽວສະຫຼາດຈໍາກັດຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອແບບລວງສູງຫຼຸດມາດຕະຖານ, ການຂາດສານອາຫານກະທັນຫັນ ແລະການຂາດວິຕາມິນເກືອແຮ່ຊຶ່ງມາຈາກຫຼາຍສາເຫດລວມທັງບໍ່ມີ ຄວາມໝັ້ນຄົງໃນການຜະລິດສະບຽງອາຫານເນື່ອງຈາກສະພາບດິນຟ້າອາກາດປ່ຽນແປງ, ໄພທຳມະຊາດນໍ້າຖ້ວມ, ໄພແລ້ງ ແລະ ກາລະບາດຂອງແມງໄມ້ສັດຕູພືດ (ຕັກກະແຕນ), ປະຊາຊົນມີພຶດຕິກຳການບໍລິໂພກອາຫານທີ່ບໍ່ຫຼາກຫຼາຍພຽງພໍເຮັດໃຫ້ມີການເກີດພະຍາດຫຼາຍຊະນິດແຊກຊ້ອນທັງໃນເດັກ ແລະຜູ້ໃຫຍ່ເພີ່ມຂຶ້ນ.

  ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະຕີ ໃນໂອກາດເໃຫ້ກຽດເຂົ້າຮ່ວມໂອລົມກໍໄດ້ຊີ້ນຳໃຫ້ເອົາໃຈໃສ່ບັນຫາທີ່ສຳຄັນໂດຍອີງໃສ່ຖະແຫຼງການກັດມັນດຸຂອງກອງປະຊຸມສາກົນເຄືອຄ່າຍສ້າງຄວາມເຂັ້ມແຂງທາງດ້ານໂພຊະນາການສາກົນ (Global SUN) ທີ່ປະເທດເນປານໃນທ້າຍປີ 2019 ຄື:

1. ເພີ່ມທະວີຄວາມພະຍາຍາມໃນການປັບປຸງໂພຊະນາການໃນຊ້ວງ 1.000 ວັນ ຂອງຊີວິດເດັກຕັ້ງແຕ່ມື້ແມ່ຖືພາຈົນຮອດເດັກເກີດອາຍຸ 2 ປີແມ່ນຊ່ວຍປ້ອງກັນການຂາດອາຫານໃນທຸກຮູບແບບ.

2. ຫັນປ່ຽນການບໍລິໂພກອາຫານໂດຍນຳໃຊ້ອາຫານທີ່ມີໃນທ້ອງຖິ່ນ, ມີ ໂພຊະນາການດີ, ປອດໄພ, ລາຄາຖືກ ແລະຍືນຍົງ.

3. ຈັດຕັ້ງປະຕິບັດວຽກງານໂພຊະນາການໂດຍນໍາໃຊ້ວິທີການປະສານງານທີ່ມີສ່ວນຮ່ວມຂອງຫຼາຍຂະແໜງການໃນທຸກລະດັບ, ຂົງເຂດ ແລະໃນໂລກແຕ່ປີ 2021-2025.

  ປະຈຸບັນການຈັດຕັ້ງປະຕິບັດວຽກໂພຊະນາການໃນ ສປປ ລາວ ຂອງພວກເຮົາແມ່ນໄດ້ປະຕິບັດສອດຄ່ອງກັບຖະແຫຼງດັ່ງກ່າວ ແລະກອບວຽກງານດ້ານໂພຊະນາການຂອງປະຊາຄົມອາຊຽນ, ການລົງທຶນໃສ່ວຽກງານໂພຊະນາການຂອງລັດຖະບານຍັງຄົງເປັນບູລິມະສິດແຕ່ອັນສໍາຄັນແມ່ເຮັດແນວໃດໃຫ້ທັງຂັ້ນສູນກາງ ແລະທ້ອງຖິ່ນນໍາໃຊ້ເມັດເງິນທີ່ມີທັງຈາກງົບປະມານລັດຖະບານ, ຈາກການຊ່ວຍເຫຼືອລ້າ ແລະຈາກການກູ້ຢືມມາໃຫ້ມີປະສິດທິຜົນທີ່ສຸດ, ຢ່າງກຸ້ມຄ່າຕໍ່ການລົງທຶນ ແລະເກີດປະໂຫຍດສູງສຸດຕໍ່ປະຊາຊົນ,ກອງປະຊຸມໄດ້ຈັດຂຶ້ນໃນວັນທີ15 ກໍລະກົດທີ່ນະຄອນຫຼວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມຈາກກະຊວງສາທາ, ສຶກສາ, ກະສິກຳ, ກະຊວງ ຖວທແລະບັນດາສູນຕ່າງໆ ທີ່ກ່ຽວຂ້ອງ.