ຝຶກອົບຮົມລະບົບການຄວບຄຸມຄຸນນະພາບການຜະລິດພາຍໃນກະສິກຳທີ່ດີນ

  ວັນທີ 6 ກໍລະກົດຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີພິທີເປີດຝຶກອົບຮົມກ່ຽວກັບລະບົບການຄວບຄຸມຄຸນນະພາບການຜະລິດພາຍໃນກະສິກໍາທີ່ດີໃຫ້ແກ່ວິຊາການຂັ້ນແຂວງ ແລະເມືອງໂດຍພາຍໃຕເປັນປະທານຂອງທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງວຽງຈັນ, ມີທ່ານ ທະວີສິດ ບຸນຍາສຸກ ຕາງໜ້າກົມປູກຝັງທັງເປັນຫົວໜ້າສູນມາດຕະຖານກະສິກໍາສະອາດ, ມີທີມງານຄູຝຶກຈາກສູນມາດຕະຖານກະສິກຳທີ່ດີ ແລະນັກສຳມະນາກອນທີ່ມາຈາກ 2 ແຂວງຄື ແຂວງວຽງຈັນ ແລະ ນະຄອນຫຼວງເຂົ້າຮ່ວມ.
 ບົດຮຽນທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີທັງໝົດ 9 ບົດຄື: ການຜັນຂະຫຍາຍວຽກງານກະສິກໍາສະອາດລົງສູ່ທ້ອງຖີ່ນ, ລະບົບເອກະສານສໍາລັບລະບົບຄວບຄຸມພາຍໃນ, ລະບົບການຢັ້ງຢືນກະສິກໍາສະອາດ, ລະບົບຄວບຄຸມຄຸນນະພາບການຜະລິດພາຍໃນ, ຂັ້ນຕອນການຮັບສະມາຊິກໃໝ່, ການກວດກາຟາມພາຍໃນກຸ່ມ, ແບບຟອມສະ ໝັກເຂົ້າຮ່ວມກຸ່ມຜະລິດກະສິກໍາທີ່ດີ, ແບບຟອມສະໝັກຂໍການຢັ້ງຢືນກະສິກໍາທີ່ດີແບບກຸ່ມ, ແບບຟອມການກວດກາພາຍໃນກຸ່ມປະຈໍາປີ.
ທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງວຽງຈັນ ໃຫ້ຮູ້ວ່າ: ການຜະລິດກະສິກຳໃນແຂວງວຽງຈັນໃນໄລຍະຜ່ານມາກໍ່ເຫັນໄດ້ວ່າມີການຂະຫຍາຍຕົວຢ່າງຕໍ່ເນື່ອງເປັນກ້າວໆ ມາ ແຕ່ເຖິງຢ່າງໃດກໍ່ຕາມເມື່ອ ປຽບທຽບກັນຄວາມຕ້ອງການໃນການບໍລິໂພກຂອງປະຊາຊົນ ພາຍໃນແຂວງແລ້ວເຫັນວ່າຍັງບໍ່ທັນພຽງພໍກັບຄວາມຕ້ອງການຍັງມີການນຳເຂົ້າຈາກບັນດາແຂວງໃກ້ຄຽງ ຫຼືຕ່າງປະເທດເປັນຈຳນວນຫຼວງຫຼາຍ, ອີກດ້ານໜຶ່ງ, ການຜະລິພາຍໃນໄລຍະຜ່ານມາກໍເຫັນວ່າຍັງມີຮູບແບບກະແຈກກະຈາຍ, ຂ້ອນຂ້າງປະຖົມປະຖານ, ຍັງບໍ່ທັນສອດຄ່ອງຕາມມາດຕະຖານການຜະລິດທີ່ສະອາດປອດໄພ ແລະຮັບປະກັນຄຸນນະພາບຕາມມາດຕະຖານທີ່ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງອອກ.


 ຄຽງຄູ່ກັນນັ້ນ, ການຮ່ວມມື ແລະການເຊື່ອມໂຍງກັນຂອງບັນດາປະເທດອາຊຽນໄດ້ວາງກຳນົດວ່າສຳລັບການຜະລິດກະສິກຳໃນບັນດາປະເທດອາຊຽນຕ້ອງປະຕິບັດໃຫ້ໄດ້ມາດຕະຖານກະສິກຳທີ່ດີ, ການສົ່ງອອກສິນຄ້າກະສິກຳໃນບັນດາຕະຫຼາດພາກພື້ນ ແລະ ສາກົນແມ່ນຕ້ອງໄດ້ຮັບການຮັບຮອງມາດຕະຖານການຜະລິດກະສິກຳທີ່ດີຈຶ່ງສາມາດສົ່ງອອກໄດ້.