ເມືອງທ່າແຕງ ຄາດສຳເລັດປັກດຳເຂົ້ານາປີຕົ້ນເດືອນສິງຫາ

  ຫ້ອງການກະສິກໍາ ແລະປ່າໄມ້ ເມືອງທ່າແຂກ ແຂວງຄໍາມ່ວນ ຄາດການປັກດໍາເຂົ້ານາປີຂອງຊາວກະສິກອນໃນທົ່ວເມືອງທີ່ມີເນື້ອທີ່ຈໍານວນ 13.570 ເຮັກຕາ ຈະສໍາເລັດ 100% ໃນຕົ້ນເດືອນສິງຫາ ເນື່ອງຈາກສະພາບດິນຟ້າອາກາດແຫ້ງແລ້ງຟ້າຝົນບໍ່ເອື້ອອໍານວຍເຮັດໃຫ້ການຜະລິດຊັກຊ້າ.
  ທ່ານ ສຸວັນນະຈັກ ແກ້ວຈັນທະລາ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງທ່າແຂກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2020 ນີ້ເມືອງທ່າແຂກຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 59.164 ໂຕນ, ສະເລ່ຍສະມັດຕະພາບ 600 ກິໂລຕໍ່ຄົນຕໍ່ປີ, ໃນນີ້ສໍາລັບນາແຊງສົກປີ 2019-2020 ຕາມແຜນການ 5.564 ໂຕນ, ຜ່ານການປະຕິບັດຕົວຈິງເຫັນວ່າການຜະລິດນາແຊງໄດ້ລື່ນຄາດໝາຍ 50 ເຮັກຕາ, ຈາກແຜນ 900 ເຮັກຕາ, ຜົນຜະລິດໄດ້ 5.851 ໂຕນ; ສ່ວນຂະບວນການຜະລິດເຂົ້ານາປີໆນີ້ແມ່ນໄດ້ເລີ່ມລົງຊຸກຍູ້ພໍ່ແມ່ປະຊາຊົນຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາຊຶ່ງຄາດວ່າຈະຜະລິດໃຫ້ໄດ້ 53.600 ໂຕນໃນເນື້ອທີ່ 13.570 ເຮັກຕາ, ສະມັດຕະພາບ 3,95 ໂຕນຕໍ່ ເຮັກຕາ, ຊຶ່ງການປັກດໍາມາຮອດປະຈຸບັນນີ້ປະຕິບັດໄດ້ 80% ເທົ່າກັບ 10.856 ເຮັກຕາ, ຄາດວ່າຈະສໍາເລັດການປັກດໍາ 100% ໃນຕົ້ນເດືອນສິງ ຫານີ້.
   ນອກຈາກການປູກເຂົ້າແລ້ວຫ້ອງການກະສິກໍາເມືອງທ່າແຂກຍັງຊຸກຍູ້ປະຊາຊົນປູກພືດລະດູຝົນຊຶ່ງແຜນການແມ່ນ 1.019 ເຮັກຕາ ປະຈຸບັນປະຕິບັດໄດ້ 60% ເທົ່າກັບ 611 ເຮັກຕາ. ຄຽງຄູ່ກັນນັ້ນຫ້ອງການກະສິກໍາເມືອງທ່າແຂກຍັງໄດ້ມີແຜນການຮອງຮັບໃນການຕ້ານແລ້ງເນື່ອງຈາກເຫັນວ່າສະພາບຝົນຕົກໜ້ອຍເຮັດໃຫ້ການຜະລິດໃນຫຼາຍພື້ນທີ່ຫຼ້າຊ້າໂດຍໄດ້ມີການຫ້າງຫາກະກຽມໂຄງການຊົນລະປະທານເພື່ອໄດ້ນຳໃຊ້ຖ້າເກີດກໍລະນີແຫ້ງແລ້ງ ແລະໄດ້ເກັບກຳສະຖິຕິກ່ຽວກັບເງື່ອນໄຂຂອງຜູ້ຈະໃຊ້ນໍ້າເພື່ອເຮັດແນວໃດໃຫ້ການຜະລິດໄດ້ຕາມແຜນການທີ່ວາງໄວ້.