ນັບວ່າເປັນເລື່ອງທີ່ດີຂອງສະຫະກອນສົ່ງເສີມກະສິກໍາເມືອງຫົງສາກຸ່ມປູກພືດຜັກອິນຊີ ເມືອງໄຊຍະບູລີ ແລະຄະນະຊາວໜຸ່ມເມືອງປາກລາຍໃນຖານະເປັນຕົວແທນຊາວໜຸ່ມ-ໄວໜຸ່ມ ທົ່ວເມືອງປາກລາຍ ໃນເມື່ອມີບໍລິສັດເມືອງລາວສະໜອງສະບຽງອາຫານຈໍາກັດມາຮ່ວມລົງທຶນສັນຍາເກັບຊື້ພືດຜັກຂອງກຸ່ມສະຫະກອນສົ່ງເສີມກະສິກໍາເມືອງຫົງສາ, ກຸ່ມປູກພືດຜັກອິນຊີເມືອງໄຊຍະບູລີ ແລະຄະນະຊາວໜຸ່ມເມືອງປາກລາຍທີ່ເປັນຕົວແທນສົ່ງເສີມການລ້ຽງສັດປີກ (ໄກ່ລາດປອກ) ເປັນສິນຄ້າຊາວ ໜຸ່ມໄວໜຸ່ມເມືອງປາກລາຍ.

  ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2020 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ແຂວງໄຊຍະບູລີໂດຍເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ມີທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາການຄ້ານະຄອນຫຼວງວຽງຈັນ, ມີຫົວໜ້າ, ຮອງຫົວໜ້າຂະແໜງການ, ຕາງໜ້າກຸ່ມສະຫະກອນສົ່ງເສີມກະສິກໍາເມືອງຫົງສາ, ກຸ່ມປູກພືດຜັກອິນຊີເມືອງໄຊຍະບູລີ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງຂອງການເຊັນສັນຍາເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຮ່ວມມືການສົ່ງເສີມປູກພືດຜັກເປັນສິນ ຄ້າໃນເມືອງຫົງສາ ແຂວງໄຊຍະບູລີ ເກັບຊື້ສິນຄ້າກະສິກໍາເພື່ອຈໍາໜ່າຍເຂົ້າສູ່ຕະຫຼາດເພື່ອສ້າງລາຍຮັບໃຫ້ແກ່ກຸ່ມສົ່ງເສີມກະສິກໍາມີລາຍຮັບດີຂຶ້ນປະເພດສິນຄ້າທີ່ຕົກລົງກັນແມ່ນສິນຄ້າປະເພດລົ້ມລຸກ (ພືດຜັກ) ເຊັ່ນ: ຜັກຫອມປ້ອມ,ໝາກເຜັດລາວ, ໝາກແຕງ, ໝາກຖົ່ວຍາວ, ໝາກເຜັດຊຸບເປີຮອດລວມພືດກະສິກໍາທັງໝົດ 67,6 ໂຕນ; ພືດຜັກດັ່ງກ່າວແມ່ນປອດສານພິດໂດຍມີການຢັ້ງຢືນມາດຖານ GAP ແລະມາດຕະຖານ OA ຂອງກົມປູກຝັງກະຊວງກະສິກໍາ ແລະປ່າໄມ້ນອກນີ້ພືດແຕ່ລະຊະນິດຕ້ອງໄດ້ຕາມຂະໜາດຄື: ບໍ່ເນົ່າ,ບໍ່ມີແມງ ເຈາະໜ່ວຍງາມດີ, ບໍ່ແຫ່ວສ່ວນລາຄາກໍານົດເປັນ 2 ໄລຍະລະດູຜະລິດງ່າຍ ແລະລະດູຜະລິດຍາກຈະມີຄວາມແຕກຕ່າງກັນແຕ່ຕ້ອງຄໍ້າປະກັນລາຍຮັບບໍ່ໃຫ້ຫຼຸດຕົ້ນທຶນການຜະລິດຂອງສະມາຊິກທີ່ໄດ້ລົງທຶນໄປ ແລະ ຖ້າລາຄາທ້ອງຕະຫຼາດມີການຂຶ້ນກໍ່ຕ້ອງປັບລາຄາຂຶ້ນຕາມທ້ອງຕະຫຼາດທີ່ທັງສອງຝ່າຍຕົກລົງເປັນເອກະພາບກັນ ທັງສອງຝ່າຍຈະໄດ້ມີການລົງກວດສິນຄ້າ (ຜົນລະປູກເລີ່ມແຕ່ວັນທີ 25 ກໍລະກົດ 2020 ເປັນຕົ້ນໄປ.

  ສ່ວນປະເພດສິນຄ້າສັດປີກ (ໄກ່ລາດ, ເປັດເທດ) ແມ່ນຈະຮັບຊື້ໄກ່ລາດປອກຈໍານວນ 6 ໂຕນ, ໄກ່ປອກທີ່ນໍາມາຂາຍຕ້ອງລ້ຽງຖືກກັບຫຼັກວິຊາການດ້ານກະສິກໍາໃຫ້ໄດ້ຕາມມາດຖານ, ໄກ່ປອກຕ້ອງໃຫ້ໄດ້ 8 ຂີດ-1,3 ກິໂລ ສ່ວນລາຄາແມ່ນຂຶ້ນກັບລະດູການລ້ຽງຄື: ລະດູລ້ຽງງ່າຍ ແລະ ລ້ຽງຍາກແຕ່ລາຄາຈະຕ້ອງແຕກຕ່າງກັນ ແຕ່ຕ້ອງຄໍ້າປະກັນລາຍຮັບບໍ່ໃຫ້ຫຼຸດຕົ້ນທຶນການຜະລິດຂອງສະມາຊິກທີ່ໄດ້ລົງທຶນໄປລາຄາໄກ່ປອກລ້ຽງ 3 ເດືອນລາຄາຢູ່ 44 ພັນກີບຕໍ່ກິໂລ, ລ້ຽງ 4 ເດືອນລາຄາ 38 ພັນກີບຕໍ່ກິໂລ ແລະລ້ຽງ 5 ເດືອນ 35 ພັນກີບຕໍ່ກິໂລ ທັງສອງສັນຍານີ້ແມ່ນຈະເລີ່ມປະຕິບັດນັບແຕ່ມື້ລົງນາມເຊັນສັນຍາໄປກໍານົດ 1 ປີ ໃນການເກັບຊື້.

  ຈາກນັ້ນ ທ່ານ ທອງ ສີມມາທອງ ປະທານສະຫະກອນສົ່ງເສີມກະສິກໍາເມືອງຫົງສາ, ທ່ານນາງ ຈັນດາພອນ ດວງດາລາ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກລາຍຕາງໜ້າໃຫ້ຊາວໜຸ່ມລ້ຽງໄກ່ລາດເປັນສິນຄ້າ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາການຄ້ານະຄອນຫຼວງວຽງ ຈັນຕາງໜ້າບໍລິສັດເມືອງລາວສະໜອງສະບຽງອາຫານຈໍາກັດໄດ້ຮ່ວມກັນເຊັນສັນຍາຊື້ຂາຍພືດຜັກ ແລະໄກ່ລາດປອກຢ່າງເປັນທາງການ.

_____________

ຂຽນໂດຍ: ບຸນທີ

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ