ຄຳມ່ວນສຳເລັດກວດນໍ້າມັນເຊື້ອໄຟ ແລະນໍ້າດື່ມ

  ເລີ່ມແຕ່ວັນທີ 9 ມິຖຸນາ ຫາ ວັນ ທີ 6 ກໍລະກົດ 2020 ພະແນກວິທະຍາສາດ ແລະເຕັກໂນໂລຊ (ວຕ) ແຂວງຄຳມ່ວນໄດ້ລົງເຄື່ອນໄຫວກວດສອບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ ແລະບໍລິມາດສຸດທິນໍ້າດື່ມຢູ່ໃນ 6 ເມືອງພາຍໃນແຂວງປະຈຳປີ 2020 ຄື: ເມືອງໜອງບົກ, ຫີນບູນ, ໄຊບົວທອງ, ຍົມມະລາດ, ນາກາຍ ແລະເຊບັ້ງໄຟຊຶ່ງນຳພາກວດສອບໂດຍ ທ່ານ ແສງຄຳ ພິມມະສອນ ຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດແທກພະແນກ ວຕ ແຂວງຄຳມ່ວນ.

  ການກວດສອບບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟແມ່ນສາມາດກວດໄດ້ທັງໝົດ 42 ປໍ້າມີ 139 ຫົວຈ່າຍ, ບໍລິມາດສຸດທິນໍ້າດື່ມແມ່ນກວດໄດ້ 18 ໂຮງງານມີ 18 ຂະໜາດ.

  ຜ່ານການລົງກວດກາຕົວຈິງເຫັນວ່າບັນດາເຈົ້າຂອງປໍ້ານໍ້າມັນເຊື້ອໄຟ ແລະເຈົ້າຂອງໂຮງງານນໍ້າດື່ມແມ່ນໄດ້ໃຫ້ການຮ່ວມມື ແລະອຳນວຍຄວາມສະດວກໃນການລົງເຄື່ອນໄຫວວຽກງານໃນແຕ່ລະຄັ້ງຊຶ່ງສະແດງໃຫ້ເຫັນເຖິງຄວາມເຂົ້າໃຈເຫັນໄດ້ຄວາມສຳຄັນຂອງວຽກງານກວດສອບເພື່ອປົກປ້ອງຜູ້ປະກອບການ ແລະ ຜູ້ຊົມໃຊ້ບໍ່ໃຫ້ເກີດມີການເອົາປຽບເຊິ່ງກັນ ແລະກັນ.

____________

ຂຽນໂດຍ: ພອນສະຫວັນ , ໜັງສືພິມເສດຖະກິດ-ສັງຄົມ