ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ລົງເຄື່ອນໄຫວຢ້ຽມ ແລະເຮັດວຽກຢູ່ ແຂວງຄຳມ່ວນ

 ໃນວັນທີ 08 ກໍລະກົດ 2020 ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ ແລະເຮັດວຽກຢຸ່ແຂວງຄຳມ່ວນ, ຕິດຕາມການເຄື່ອນໄຫວ ແລະເຮັດວຽກຂອງເພິ່ນໃນຄັ້ງນີ້ມີທ່ານ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການ ສູນກາງພັກ ພ້ອມດ້ວຍຄະນະ. ເປັນກຽດຕ້ອນຮັບການຢ້ຽມຢາມຂອງເພິ່ນແມ່ນ ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະພັກ   ແລະ ການນຳຂອງແຂວງຄຳມ່ວນ. ໃນໂອກາດນີ້ ທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ ຕາງໜ້າຄະນະພັກ ແລະຄະນະນຳຂອງແຂວງ ໄດ້ຂຶ້ນລາຍງານສະພາບລວມໂດຍຫຍໍ້ ໃນການຈັດ​ຕັ້ງ​ປະຕິບັດ​ຜັນຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກກໍ​ຄື​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງຄຳມ່ວນ​ຊຶ່ງມີ​ຜົນສຳເລັດພົ້ນເດັ່ນໃນຫຼາຍດ້ານໂດຍສະເພາະແມ່ນວຽກງານແນວຄິດການເມືອງຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດນັບມື້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ; ວຽກງານ ປກຊ-ປກສ ໄດ້ເອົາໃຈໃສ່ສ້າງຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ ໃຫ້ໜັກແໜ້ນ,ສຸມໃສ່ຫັດແອບຍຸດທະວິທີ-ສິນລະປະຍຸດ ແລະສ້າງພາລາທິການກັບທີ່ໃຫ້ໜັບມື້ໜັກແໜ້ນ; ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ແກ້ໄຂເຮັດໃຫ້ຕົວເລກຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 684 ຄອບຄົວ; ການພັດທະນາດ້ານເສດຖະກິດເຖິງວ່າ​ໄດ້​ຮັບ​ຜົນ​ກະທົບ ​ແລະ​ມີຄວາມຫຍຸ້ງຍາກຫຼາຍດ້ານບວກໃສ່ກັບໄພທໍາມະຊາດ ແລະໂລກລະບາດໂຄວິດ 19 ທີ່ບໍ່ເອື້ອຍອໍານວຍ​ໃນໄລຍະຜ່ານມາ,ແຕ່ກໍ່ເຫັນວ່າໃນທົ່ວແຂວງໄດ້ພ້ອມກັນພະ ຍາຍາມບຸກບືນ, ສູ້ຊົນດ້ວຍຄວາມຮັບຜິດຊອບສູງ​ເພື່ອ​ບັນລຸ​ບັນດາຄາດໝາຍ​​ໃຫຍ່​ທີ່​ໄດ້​ກໍານົດ​ອອກໃຫ້ປະກົດຜົນເປັນຈິງ; ດ້ານວຽກງານວັດທະນາທໍາ-ສັງຄົມກໍ່ໄດ້ຮັບການເອົາໃຈໃສ່ ​ແລະ ມີດ້ານຂະຫຍາຍຕົວທີ່ຕໍ່ເນື່ອງ..ທັງ​ໝົດ​ນັ້ນລ້ວນ​ແຕ່ເປັນການ​ປະກອບສ່ວນ​ສໍາ​ຄັນ​​ເຮັດໃຫ້​ແຂວງ​ຄຳມ່ວນມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ ​ແລະ​ເປັນ​ລະບຽບ​ຮຽບຮ້ອຍໂດຍ​ພື້ນຖານ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າໄດ້​ຮັບ​ການ​ຍົກ​ລະດັບ​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

  ໃນຕອນທ້າຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະເໜັ້ນໜັກວຽກ ງານຈຸດສຸມຈຳນວນໜຶ່ງເປັນຕົ້ນ:

- ເພີ່ມທະວີການນໍາພາດ້ານການເມືອງ-ແນວ​ຄິດຂອງ​ພະນັກງານ ​ແລະ​ປະຊາຊົນ ​ໃຫ້​ໜັກ​ແໜ້ນ, ເຂັ້ມ​ແຂງ: ສືບຕໍ່ຈັດ​ຕັ້ງ​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ ​ແລະຮີບຮ້ອນດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 03 ຂັ້ນ ໃຫ້ສຳເລັດ​ເພື່ອ​ກະກຽມ​ຄວາມພ້ອມໃຫ້​ແກ່​ການ​ດຳ​ເນີນ​ກອງ​ປະຊຸ​ມ​ໃຫຍ່ຄັ້ງ​ທີ XI ຂອງ​ພັກ, ເພີ່ສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຫຼອກລວງພວກບໍ່ຫວັງດີໃຫ້ຫຼາຍຂື້ນກວ່າເກົ່າຕີຖອຍບັນຫາສິ່ງຫຍໍ້ທໍ້ ແລະ ຫາງສຽງທີ່ບໍ່ດີເກີດຂື້ນໃນຂົງເຂດການບໍລິຫານ-ຄຸ້ມຄອງລັດ, ຄຸ້ມຄອງສັງຄົມເພື່ອບໍ່ໃຫ້ພວກຄົນບໍ່ດີຖືເປັນຂໍ້ອ້າງສວຍໃຊ້ໂຄສະນາບິດເບືອນໂຈມຕີພວກເຮົາ.                                                                   

  ​ສືບຕໍ່ເຊື່ອມຊຶມ ແລະຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເປັນເນື້ອໃນວຽກງານ ແລະການເຄື່ອນໄຫວຈັດຕັ້ງປະຕິ ບັດຕົວຈິງຂອງບັນດາອົງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນສືບຕໍ່ຫັນລົງກໍ່ສ້າງຮາກຖານຢ່າງຕໍ່ເນື່ອງ ແລະ ແຂງແຮງກວ່າເກົ່າ ແລະ ເຮັດແນວໃດໃຫ້ທົ່ວສັງຄົມມີສ່ວນຮ່ວມໃນວຽກງານດັ່ງກ່າວໃຫ້ເປັນຂະບວນກວ້າງຂວາງ ແລະຟົດຟື້ນໃນທົ່ວແຂວງ. ສືບຕໍ່ປັບປຸງ, ສັບຊ້ອນກົງຈັກການຈັດຕັ້ງຕາມທິດກະທັດຮັດເຂັ້ມແຂງ ແລະມີປະ ສິດທິພາບ.

  ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ: ສືບຕໍ່ຍູ້ແຮງຂະບວນການຜະລິດເປັນສິນຄ້າໃຫ້ແຂງແຮງຂຶ້ນກວ່າເກົ່າ, ດຶງດູດການລົງທຶນຂອງຕ່າງປະເທດເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ວຍຫຼາຍວິທິ, ແກ້ໄຂຂອດຂັ້ນທີ່ບໍ່ຈຳເປັນໃຫ້ໄດ້ໂດຍໄວ, ຍູ້ແຮງຂະບວນການສ້າງວຽກເຮັດງານທຳຂອງປະຊາຊົນໃຫ້ແຂງແຮງທົ່ວເຖິງ. ເອົາໃຈໃສ່ຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃຫ້ເຂັ້ມງວດແຕ່ຫົວທີ, ເອົາໃຈໃສ່ປະຕິບັດບັນດາຄາດໝາຍດ້ານສັງຄົມທີ່ແຂວງໄດ້ກຳນົດໄວ້ໃຫ້ບັນລຸເປັນຈິງໂດຍສະ ເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຮູບປະທຳຫຼາຍຂຶ້ນ.

  - ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ຂອງ​ອົງຄະນະພັກແຂວງ:

+ ສືບຕໍ່ຍູ້ຂະບວນການດ້ານຕ່າງໆໃຫ້ແຂງແຮງກວ່າເກົ່າ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຂອງຕົນໄດ້ຮັບຮອງຕິດພັນກັບການເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ແລະສືບຕໍ່ຊຸກຍູ້ປະຊາຊົນທໍາການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາໃຫ້ເປັນຮູບປະທຳ.

+ ເອົາໃຈໃສ່ກະກຽມ​ບົດ​ລາຍ​ງານ​ການ​ເມືອງໂດຍເໜັ້ນໃສ່ການສະຫລຸບ​ຕີ​ລາຄາສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ, ​ສາ​ເຫດ​ທີ່​ຍັງ​ບໍ່​ສາມາດ​ບັນລຸໄດ້​ເພື່ອເປັນພື້ນຖານໃນການ​ກຳນົດ​ທິດ​ທາງ​​ແກ້​ໄຂໃນຕໍ່ໜ້າ, ​ສະເພາະແຜນ​ພັດທະນາເສດຖະກິດ-ສັງຄົມຂອງ​ແຂວງຕ້ອງ​ສົມທົບ​ກັບແຕ່ລະເມືອງແລະຂະ​ແໜງ​ການ​​ເພື່ອ​ເຮັດໃຫ້ການກຳນົດ​ຄາດໝາຍພັດທະນາແຕ່ລະດ້ານສອດຄ່ອງ​ກົມກຽວ​ກັນສາມາດຈັດ​ຕັ້ງ​ປະຕິບັດຕົວຈິງໄດ້. ການ​ດຳ​ເນີນ​ຊີວິດ​ການ​ເມືອງພາຍໃນພັກຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ແຂງ​ແຮງ,​ ການ​ຕຳ​ນິສົ່ງ​ຂ່າວໃຫ້​ມີ​ລັກສະນະ​ສຶກສາອົບຮົມ, ຕໍ່ສູ້ສ້າງສັນຫຼີກລ້ຽງການ​ທັບ​ຖົມ​ໂຈມ​ຕີຊື່​ງກັນ ​ແລະ​ ກັນໂດຍບໍ່ມີເຫດຜົນ ແລະ ບ່ອນອີງຄົບຖ້ວນ.

+ ສໍາລັບການກະກຽມບຸກຄະລາກອນເຂົ້າໃນຄະນະພັກໃຫ້ອີງໃສ່ມາດຖານ, ເງື່ອນໄຂທີ່ກໍານົດໄວ້ໃນມະຕິກົມການເມືອງສູນກາງພັກວາງອອກ, ສູ້ຊົນປະຕິບັດຕາມທິດຫັນເປັນໜຸ່ມ-ແໜ້ນ,ມີເພດຍິງ, ຊົນເຜົ່າໃນອັດຕາສ່ວນທີ່ເໝາະສົມ, ການແບ່ງຄວາມຮັບຜິດຊອບໃຫ້ຄະນະປະຈຳແຕ່ລະຂັ້ນປະຕິບັດຕາມຄຳສັ່ງແນະນຳເລກທີ 11/ຄລສພ ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈໍາແຕ່ລະຂັ້ນ.