ກະຊວງກະສິກຳອອກ 8 ຂໍ້ຫ້າມການຄຸ້ມຄອງສັດນໍ້າສັດປ່າ

  ເພື່ອເປັນການສ້າງຂະບວນການປົກປັກຮັກສາ ແລະພັດທະນາສັດນໍ້າສັດປ່າເນື່ອງໃນໂອກາດວັນປ່ອຍປາ ແລະສັດນໍ້າສັດປ່າແຫ່ງຊາດວັນທີ 13 ກໍລະກົດກະຊວງກະສິ ກຳ ແລະປ່າໄມ້ໄດ້ອອກຄຳສັ່ງ 8 ຂໍ້ຫ້າມເພື່ອແກ້ໄຂປາກົດການຫຍໍ້ທໍ້ ແລະປູກຈິດສຳນຶກກ່ຽວກັບການອະນຸລັກປົກປັກຮັກສາພັດທະນາສັດນໍ້າ ແລະສັດປ່າ.

   ອີງຕາມຄຳສັ່ງເລກທີ 0682 ລົງວັນທີ 11 ມິຖຸນາ 2020 ໃຫ້ຮູ້ວ່າ: 1, ຫ້າມບຸກຄົນ, ຄອບຄົວມີການຊື້-ຂາຍສັດນໍ້າ ແລະສັດປ່າປະເພດຫວງຫ້າມ (ບັນຊີ1) ແລະປະເພດຄຸ້ມຄອງ (ບັນຊີ 2) ໃນທຸລະກິດຢ່າງເດັດຂາດ, 2, ຫ້າມນຳເອົາສັດນໍ້າ, ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ຊີ້ນສ່ວນ ແລະອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນ ທີ່ຢູ່ອາໄສ ຫຼື ແຫຼ່ງກຳເນີດມາໄວ້ຄອງ ຄອງໂດຍບໍ່ໄດ້ຮັບອະນຸຍາດ, 3, ຫ້າມ ລ່າສັດປະເພດທົ່ວໄປ (ບັນຊີ3) ໃນສະ ຖານທີ່ຫວງຫ້າມເປັນຕົ້ນເຂດອະນຸລັກພັນສັດເຂດວັງສະຫງວນໃນຊ່ວງລະດູປາວ່າງໄຂ່ ຫຼືເຂົ້າພັນສາ, 4, ຫ້າມບຸກລຸກທຳລາຍເຂດອະນຸລັກພັນສັດວັງສະຫງວນຖິ່ນອາໄສ ແລະ ແຫຼ່ງອາ ຫານຂອງສັດນໍ້າ ແລະປ່າໄມ້ໂດຍທາງກົງ ແລະທາງອ້ອມເຊັ່ນ: ບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້ ແລະນຳໃຊ້ຢາຂ້າສັດຕູພືດຂ້າຫຍ້າເກີນກຳນົດທີ່ບໍ່ຖືກຕ້ອງຕາມກົດໝາຍ, 5, ຫ້າມຈັບຈອງ, ຍ້າຍປ່ຽນແປງທຳລາຍເຄື່ອງໝາຍເຂດແດນວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນຢູ່ອາໄສ, 6, ຫ້າມຫາປາໃນຊ່ວງລະດູວ່າງໄຂ່ ຫຼືຊ່ວງເຂົ້າພັນສາຢູ່ຕາມເຂດທີ່ປາຂຶ້ນວ່າງໄຂ່ເປັນຕົ້ນແມ່ນເຂດວັງສະຫງວນຕ່າງໆ, 7, ຫ້າມຕັນທາງເດີນຂອງປາຂຶ້ນວ່າງໄຂ່ຕາມຫ້ວຍ ແລະສາຍນໍ້າດ້ວຍວິທີການເຮັດຕ້ອນ, ເຮັດລີ່, ໃສ່ລອບ, ໃສ່ມອງຕາຖີ່ ແລະເຄື່ອງມືຫາປາລັກສະນະດັບສູນ ແລະ 8, ຫ້າມ ມີພຶດຕິກຳອື່ນທີ່ມີ ການລະເມີດລະບຽບກົດໝາຍກ່ຽວກັບສັດນໍ້າ ແລະສັດປ່າ ແລະກົດໝາຍວ່າດ້ວຍການປະມົງ.

____________

ຂຽນໂດຍ: ແພງຕາ, ໜັງສືພິມເສດຖະກິດ-ສັງຄົມ