ຄຳມ່ວນເປີດກອງປະຊຸມຄົບຄະນະພັກແຂວງ

 ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄຳມ່ວນຄັ້ງທີ 16 ສະໄໝທີ IX ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດ 2020 ໂດຍການເປັນປະທານຂອງສະຫາຍ ໂອໄດສຸດາພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຄຳມ່ວນ, ມີບັນດາສະຫາຍຄະນະປະຈຳ, ຄະນະບໍລິຫານງານພັກແຂວງ, ເລຂາຄະ ນະພັກເມືອງ, ເລຂາພັກຮາກຖານ, ເລຂາໜ່ວຍພັກ, ບັນດາພະແນກການ ແລະອົງການຈັດຕັ້ງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.

  ກອງປະຊຸມແມ່ນຈະໄດ້ດຳເນີນເປັນເວລາ 4 ວັນ ໂດຍຈະໄດ້ຮັບຟັງການສະຫຼຸບຕີລາຄາຄືນໂດຍສັງເຂບກ່ຽວກັບໝາກຜົນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 15, ການຈັດຕັ້ງປະຕິບັດວຽກງານການປ້ອງກັນ,ຄວບຄຸມ ແລະສະກັດກັ້ນພະຍາດໂຄວິດ-19 ໃນໄລຍະຜ່ານມາຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ບັນຫາທີ່ເກີດຂຶ້ນ, ບົດຮຽນທີ່ຖອດຖອນໄດ້ ແລະມາດຕະການທີ່ຈະສືບຕໍ່ໃນຕໍ່ໜ້າ, ການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6 ເດືອນຕົ້ນປີ ແລະທິດທາງແຜນວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2020, ຮັບຟັງການລາຍງານຂອງບັນດາພະແນກການ, ອົງ ການ ແລະຂະແໜງການຕ່າງໆອ້ອມຂ້າງແຂວງກ່ຽວກັບການຊີ້ນຳ-ນຳພາບັນດາວຽກງານທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ,ການສະເໜີຜ່ານຮ່າງລາຍງານການເມືອງ ແລະຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄໝ ທີ X ແລະດຳລັດວ່າດ້ວຍຄວາມຮັບຜິດຊອບໃນການຕ້ານ, ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນ, ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

  ນອກຈາກນັ້ນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເຂົ້າໃສ່ບັນດາເນື້ອໃນຕ່າງໆ ໃນແຕ່ລະຂົງເຂດວຽກງານດ້ວຍຄວາມຮັບຜິດຊອບໂດຍເນັ້ນໃສ່ບັນດາບັນ ຫາທີ່ຈະແກ້ໄຂ ແລະວິທີທາງອອກຢ່າງຈະແຈ້ງໃນແຕ່ລະຂົງເຂດວຽກງານພ້ອມທັງປຶກສາຫາລືໃນການຊຸກຍູ້ກະກຽມວຽກງານຈຸດສຸມຕ່າງໆ ຂອງແຂວງໃນຕໍ່ໜ້າຕິດພັນກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນເວົ້າສະເພາະບັນດາອົງການ, ຮາກຖານພັກທີ່ຍັງບໍ່ທັນດຳເນີນກອງປະຊຸມໃຫຍ່ລວມເຖິງການກະກຽມດ້ານຕ່າງໆໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນທີ່ຈະດຳເນີນຂຶ້ນໃນຕໍ່ໜ້າ.

_____________

ຂຽນໂດຍ: ກອງຄຳ - ໜັງສືພິມເສດຖະກິດ-ສັງຄົມ