ຍົກລະດັບວຽກການທະຫານພະລາທິການເຕັກນິກຂອງຫ້ອງການເມືອງ

  ຊຸດຝຶກອົບຮົມການເມືອງການທະຫານພະລາທິການເຕັກນິກຂອງຫ້ອງການເມືອງທະຫານແຂວງຫຼວງພະບາງຈັດຂຶ້ນວັນທີ 7 ກໍລະກົດ 2020 ທີ່ສະໂມສອນຂອງກົມກອງດັ່ງກ່າວໂດຍການເປັນປະທານຂອງ ສະຫາຍ ພັນໂທ ຫຸມແພງ ຄໍາເມືອງຄູນ ຮອງຫົວໜ້າຫ້ອງການເມືອງມີຄະນະພັກ, ຄະນະບັນຊາ, ຫົວໜ້າພະແນກ, ຮອງພະແນກຕະຫຼອດຮອດພະນັກງານ, ນັກຮົບພາຍໃນຫ້ອງການເມືອງເຂົ້າຮ່ວມ.

  ສະຫາຍ ພັນໂທ ຫຸມແພງ ຄໍາເມືອງຄູນ ກ່າວວ່າ: ຈຸດປະສົງຫຼັກຂອງຊຸດຝຶກອົບຮົມຄັ້ງນີ້ກໍເພື່ອໃຫ້ພະນັກງານ-ນັກຮົບຢູ່ພາຍໃນກົມກອງໄດ້ມີຄວາມຮັບຮູ້ເຊື່ອມຊຶມກໍາແໜ້ນໄດ້ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ບັນດາກົດໝາຍຂອງລັດ, ມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບໃນແຕ່ລະໄລຍະໄດ້ທ່ວງທັນ ແລະເປັນເອກະພາບສ້າງຄວາມເຂັມແຂງທາງດ້ານຮ່າງກາຍ ແລະຈິດໃຈໃຫ້ນາຍ ແລະ ພົນທະຫານຢ່າງທົ່ວເຖິງ ແລະ ຮັບຮູ້ບາດກ້າວຈັງຫວະໃນການເຄື່ອນເໜັງ ແລະ ມີ ຄວາມຊໍານິ, ຊໍານານສາມາດນໍາໃຊ້ເຂົ້າໃນໜ້າທີ່ວຽກງານການເມືອງຢ່າງຖືກຕ້ອງ ແລະສອດຄ່ອງຊຶ່ງຈະໄດ້ບໍາລຸງຄືນວຽກງານເສນາທິການໃຫ້ພະນັກງານຂັ້ນຫົວໜ້າຫ້ອງພະນັກງານຂັ້ນຫຼັກແຫຼ່ງທີ່ຂຶ້ນກັບຫ້ອງການເມືອງ, ວິຊາແຜນທີ່ການທະຫານ, ການນໍາໃຊ້ເຂັມທິດ ແລະນໍາໃຊ້ຈີພີເອັດ (GPS), ວຽກງານອົບຮົມທິດສະດີໃນກອງທັບປະຊາຊົນລາວ, ບໍາລຸງຄືນບັນດາຂໍ້ກໍານົດ 7 ລະບອບ 18 ວຽກ, ລະບອບວິໄນ 8 ຂໍ້ຕໍ່ກອງທັບ, ແລະຄໍາປະຕິຍານ 8 ຂໍ້ຕໍ່ກອງທັບ, ວຽກງານພັກ-ວຽກງານການເມືອງໃນການເບິ່ງແຍງຊີວິດການເປັນຢູ່ຂອງນາຍ ແລະພົນທະຫານ, ຫັດແອບຫັດກາຍມືເປົ່າ 24 ຈັງຫວະ 2 ບົດ ແລະຫັດກາຍມີ ປືນ 2 ບົດ, ຫັດແອບລະ ບຽບຮູບແຖວມືເປົ່າມີປືນເຄື່ອນທີ່ ແລະຄົງທີ່, ວຽກງານພັກ-ວຽກງານການເມືອງໃນການຄຸ້ມຄອງບົວລະບັດ ແລະ ນໍາໃຊ້ອາວຸດພາຫະນະເຕັກນິກການກອບຂອງກອງ ທັບ, ວຽກງານພັກ-ວຽກງານການເມືອງໃນການປັບປຸງລະບຽບວິໄນຢູ່ກົມກອງຮາກຖານ, ຮຽນທ່າຈັງຫວະ ແລະຫຼັກການນໍາໃຊ້ປືນສັ້ນ K–59, K–54 ແລະປືນ AK, ຮຽນທ່າ ແລະຈັງຫວະປືນສັ້ນອຸຍອີເຕ (UIT), ຮຽນທ່າ ແລະຈັງຫວະການຍິງປືນອາກາ (AK), ຄົງທີ່ ແລະເຄື່ອນທີ່ຍິງເປົ້າໝາຍຈານເຫຼັກຂາວ.

 ໃນຕອນທ້າຍພິທີ ສະຫາຍ ພັນໂທ ຫຸມແພງ ຄໍາເມືອງຄູນ ຮອງຫົວໜ້າຫ້ອງການເມືອງທະຫານ ແຂວງຫຼວງພະບາງ ໃຫ້ກຽດໂອລົມໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດອົບຮົມທີ່ໄດ້ເປັນເຈົ້າການ ແລະຍົກສູງຄວາມຮັບຜິດຊອບເຂົ້າໃນການຫ້າງຫາກະກຽມຈຶ່ງສາມາດເປີດຝຶກອົບຮົມໄດ້ຕາມແຜນການພ້ອມຮຽກ ຮ້ອງໃຫ້ຄະນະຮັບຜິດຊອບຄູ-ອາຈານຕ້ອງໄດ້ຍົກສູງຄວາມຮັບຜິດຊອບເຂົ້າໃນການຈັດຕັ້ງປະຕິບັດແຜນການອົບຮົມຫັດແອບໃຫ້ໄດ້ ຮັບຜົນດີປະຕິບັດຂໍ້ກໍານົດກົດລະ ບຽບຊຸດອົບຮົມໃຫ້ເຂັ້ມງວດເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍ ແລະ ອີກດ້ານໜຶ່ງສະຫາຍຍັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ຜັນແປຢ່າງສັບສົນສະພາບພາຍໃນອິດທິກໍາລັງປໍລະປັກຍັງສືບຕໍ່ກໍ່ຄວາມບໍ່ສະຫງົບດ້ວຍຫຼາຍຮູບການເພື່ອແບ່ງແຍກຄວາມສາມັກຄີພາຍໃນຂອງປະຊາຊົນບັນດາເຜົ່າ ແລະທັບຖົມໂຈມຕີດ້ວຍຮູບການຕ່າງໆຕໍ່ແນວທາງຂອງພັກເຮົາສະນັ້ນຮຽກຮ້ອງໃຫ້ທຸກສະຫາຍທີ່ເປັນກໍາລັງປ້ອງກັນຊາດໃຫ້ມີສະຕິຢູ່ສະເໝີ.

  ຊຸດອົບຮົມຄັ້ງນີ້ພາກການເມືອງອົບຮົມມີ 11 ວັນ, ອົບຮົມການທະຫານ 17 ວັນ ແລະພະລາທິການ-ເຕັກນິກ 1 ວັນ, ຊຶ່ງລວມເວລາການອົບຮົມຫັດແອບຮໍ່າຮຽນທັງໝົດ 29 ວັນ.

___________

ຂຽນໂດຍ: ສີສຸວັນ - ໜັງສືພິມເສດຖະກິດ-ສັງຄົມ