ຫົວໜ້າພະແນກ ອຄ ຈຳປາສັກ ລົງຊຸກຍູ້ວຽກງານຢູ່ເມືອງມຸນ

  ໃນທ້າຍອາທິດທີ່ຜ່ານມາທ່ານ ບຸນຍະເດດ ທອງສະຫວັ  ົວໜ້າພະແນກອຸດສາຫະກໍາ ແລະການຄ້າ (ອຄ) ແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານອຸດສາຫະກໍາ ແລະການຄ້າຢູ່ເມືອງມຸນລະປະໂມງພ້ອມເຂົ້າຮ່ວມກອງປະຊຸມວຽກງານອຸດສາຫະກໍາ ແລະ ການຄ້າຂອງເມືອງ, ໂດຍການເປັນປະທານຂອງທ່ານ ນາງ ສົມຫວັງ ມູນສິງໂຄງ ຮອງເຈົ້າເມືອງມຸນລະປະໂມກມີບັນດາທ່ານແຂກຜູ້ໃຫຍ່ທີ່ກ່ຽວຂອງ, ຄອບຄົວຕົວແບບ, ກຸ່ມຜະລິດເສັ້ນເຝີເຂົ້າຮ່ວມ.

  ໃນກອງປະຊຸມທ່ານ ສໍາລານ ວິສຸດທິວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ລາຍງານໃຫ້ຮູ້ວ່າ: ວຽກງານອຸດສາຫະກໍາໃນ 6 ເດືອນ ຜ່ານມາທາງເມືອງສາມາດອະນຸຍາດສ້າງຕັ້ງ ແລະສືບຕໍ່ດໍາເນີນກິດຈະການໂຮງງານອຸດສາຫະກໍາໄດ້ດັ່ງນີ້: ອຸດສາຫະກໍາ ແລະຫັດຖະກໍາໄດ້ທັງໝົດ 132 ຫົວໜ່ວຍ, ທຶນທັງໝົດ 2,7 ຕື້ກີບ, ທຶນຄົງທີ່1,6 ຕື້ກວ່າກີບ, ທຶນໝູນວຽນ 1,9 ຕື້ກີບ, ມີຫົວໜ່ວຍອອກອະນຸຍາດໃໝ່ 26 ຫົວໜ່ວຍ, ມີທຶນທັງໝົດ 190 ລ້ານກວ່າກີບ, ທຶນຄົງທີ່ 111 ລ້ານກີບ ແລະທຶນໝູນວຽນ81 ລ້ານກີບ, ຫົວໜ່ວຍສືບຕໍ່ດໍາເນີນກິດຈະການ 106 ຫົວໜ່ວຍ, ທຶນທັງໝົດ 2,5 ຕື້ກີບ, ທຶນຄົງທີ່ 1 ຕື້ກວ່າກີບ, ໃນທົ່ວເມືອງມີໂຮງງານອຸດສາຫະກໍາ ແລະຫັດຖະກໍາປຸງແຕ່ງລວມທັງເມືອງ ແລະແຂວງຄຸ້ມຄອງມີທັງໝົດ 252 ແຫ່ງ, ມີທຶນທັງໝົດ 36 ຕື້ກວ່າກີບ, ທຶນຄົງທີ່ 15 ຕື້ກວ່າກີບ, ໃນນັ້ນຂັ້ນແຂວງຄຸ້ມຄອງມີ 20 ແຫ່ງ.

  ສໍາລັບວຽກງານການຄ້າພາຍໃນ 6 ເດືອນທາງເມືອງຂອງແມ່ນໄດ້ເປີດກອງປະຊຸມຊຸກຍູ້ວຽກງານອຸດສາຫະກໍາ ແລະການຄ້າ, ວຽກງານການຂຶ້ນທະບຽນ ແລະ ຄຸ້ມ ຄອງວິສາຫະກິດ, ສະຖິຕິຫົວໜ່ວຍວິສາຫະກິດພ້ອມທັງພາກປະຕິບັດໜ້າທີ່ວິຊາສະເພາະ, ຊຶ່ງໃນທົ່ວເມືອງ ມີ 698 ຫົວໜ່ວຍ, ໃນນັ້ນມີທະບຽນວະສາຫະກິດ 302 ຫົວໜ່ວຍ, ບໍ່ມີທະບຽນ 396 ຫົວໜ່ວຍ, ໃນນັ້ນຂະແໜງອຸດສາຫະກໍາ 144 ຫົວໜ່ວຍ, ຂະແໜງການຄ້າ 76 ຫົວໜ່ວຍ, ຂະແໜງບໍລິການ 59 ຫົວ ໜ່ວຍ, ຂະແໜງກະສີກໍາ 23 ຫົວໜ່ວຍ, ພ້ອມດຽວກັຍຍັງໄດ້ສົ່ງເສີມໃຫ້ມີການຜະລິດລວມມີ 5 ກຸ່ມຄື: ກຸ່ມຫັດຖະກໍາຫວາຍ, ກຸ່ມຫັດຖະກໍາສາດເຕີຍ, ກຸ່ມຈັກສານໄມ້ປ່ອງ,ກຸ່ມຜະລິດເສັ້ນເຝີ ແລະແຜ່ນແໜມ,ກຸ່ມກັດຖະກໍາຕໍ່າແຜນປະຈຸບັນຳພາຍໃນເມືອງມີ 2 ຜະລິດຕະພັນໂອດອບຄື: ຜະລິດຕະພັນຫວາຍ ແລະຫັດຖະກໍາສາດເຕີຍ.

_____________

ຂ່າວ: ໂພທິຣາຊ, ໜັງສືພິມເສດຖະກິດ-ສັງຄົມ