ຄວາມຄືບໜ້າໂຄງການທາງດ່ວນ ວຽງຈັນ-ວັງວຽງ

  ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ເປັນໃບໜ້າໃໝ່ທາງດ້ານການພັດທະນາຂອງ ສປປ ລາວ ຖືກຍົກລະດັບໃຫ້ທຽບເທົ່າກັບສາກົນ, ອັນເປັນການປະກອບສ່ວນດ້ານການຂົນສົ່ງເຊື່ອມຕໍ່ລະຫວ່າງແຂວງກໍ່ຄືປະເທດເພື່ອນບ້ານຊຶ່ງຈະນຳເອົາຜົນປະໂຫຍດດ້ານສັງຄົມ ແລະ ເສດຖະກິດຕາລວເສັ້ນທາງສອງເບື້ອງໃຫ້ກັບປະຊາຊົນລາວທັງຊາດ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

   ໃນວັນທີ 6 ກໍລະກົດ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ, ພ້ອມຄະນະໄດ້ລົງຢ້ຽມຢາມຕິດຕາມເບິ່ງຄວາມຄືບໜ້າຂອງໂຄງການດັ່ງກ່າວໂດຍການຕ້ອນຮັບຂອງທ່ານປະທານກຸ່ມບໍລິສັດກໍ່ສ້າງ-ລົງທຶນແລະຖືຮຸ້ນຈຳກັດ.

  ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງໄດ້ດໍາເນີນການກໍ່ສ້າງໃນທ້າຍປີ 2017, ມາຮອດປະຈຸບັນໄດ້ສຳເລັດໂດຍພື້ນຖານ, ສຳລັບເສັ້ນທາງດັ່ງກ່າວ ຜ່ານ 65 ບ້ານ 4 ເມືອງຂອງແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ, ຊຶ່ງເປັນຊ່ວງທີ 1 ມີ ຄວາມຍາວ 109 ກິໂລແມັດ, ມູນຄ່າ ລົງທຶນປະມານ 1,3 ຕື້ໂດລາສະຫະລັດການອອກແບບອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ, ມີ4 ຄອງລົດແລ່ນ, ອຸໂມງ 1 ແຫ່ງຍາວ 875 ແມັດ, ຂົວ 45 ແຫ່ງຄວາມຍາວ 2.400 ແມັດ, ຄວາມໄວອອກແບບ 100-120 ກິໂລແມັດຕໍ່ຊົ່ວໂມງ.

  ໂຄງການດັ່ງກ່າວໄດ້ຮັບການພັດທະນາ ແລະກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນຈຳກັດແຂວງຢູນນານ ສປຈີນ, ຮູບແບບລົງທຶນແບບ BOT (Build-Operate-Transfer) ຊຶ່ງໝາຍເຖິງພາກເອກະຊົນກໍຄືບໍລິສັດລົງທຶນດ້ວຍຕົນເອງໃນໂຄງການ ແລະການກໍ່ສ້າງ (Build) ຫຼັງຈາກນັ້ນກໍ່ຈັດເກັບລາຍໄດ້ ແລະຜົນກຳໄລຈົນສິ້ນສຸດອາຍຸສຳປະທານໂຄງການຕາມການຕົກລົງກັບລັດຖະບານ (Oper ate) ແລ້ວກໍ່ດຳເນີນການໂອນໂຄງການທັງໝົດໃຫ້ລັດຖະບານຖືຄອງຕໍ່ໄປ (Transfer).

 ພ້ອມນີ້ບໍລິສັດໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວເພື່ອດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງການປົກຄອງແຂວງວຽງຈັນ ແລະນະຄອນຫຼວງວຽງຈັນໂດຍມີບ້ານທີ່ໄດ້ຮັບຜົນກະທົບລວມທັງໝົດ 65 ບ້ານ, ມີ4  ມືອງ, ໃນນັ້ນແຂວງວຽງຈັນກວມເອົາ 3 ເມືອງ 40 ບ້ານແລະນະຄອນຫຼວງວຽງຈັນ 1 ເມືອງ 25 ບ້ານ, ຕະຫຼອດເສັ້ນທາງຈະມີການກໍ່ສ້າງວົງວຽນເຊື່ອມຕໍ່ຂຶ້ນລົງທາງທັງໝົດ 7 ຈຸດຄື: 1) ຈຸດບ້ານນາຊອນ, 2) ບ້ານບົວ,3) ບ້ານສະກ້າ, 4) ໂພນໂຮງ, 5) ຫີນເຫີບ, 6) ທ່າເຮືອແລະຈຸດທີ 7 ແມ່ນວັງວຽງ, ຕາມແຜນການແມ່ນຈະກໍ່ສ້າງ 3 ປີໃຫ້ສຳເລັດກໍຄືທ້າຍປີ 2020 ນີ້.