ທະນາຄານຢູ່ເຊກອງ ປະກອບສ່ວນແກ້ທຸກຍາກ 4 ເດືອນປ່ອຍສິນເຊື່ອໄດ້ 170 ຕື້ກວ່າກີບ

   ບັນດາທະນາຄານຢູ່ແຂວງເຊກອງ ໄດ້ເອົາໃຈໃສ່ພັດທະນາຮູບແບບການບໍລິການເພື່ອລະດົມເງິນຝາກ ແລະ ຕອບສະໜອງການປ່ອຍສິນເຊື່ອດ້ວຍຫຼາຍຮູບແບບເພື່ອເປັນກໍາລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍໃນ 4 ເດືອນ ຜ່ານມາສາມາດປ່ອຍສິນເຊື່ອໄດ້ 170 ຕື້ກວ່າກີບ.
  ຕາມການລາຍງານຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງເມື່ອບໍ່ດົນນີ້ວ່າ: ເພື່ອແນໃສ່ເພີ່ມທະວີການມີສ່ວນຮ່ວມໃນການພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າລວມທັງການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ ແລະວັດທະນະທໍາ-ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ແລະກ້າວຂຶ້ນຢ່າງບໍ່ຢຸດຢັ້ງຊຶ່ງບັນດາທະນາຄານສາຂາແຂວງເຊກອງເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານສົ່ງ ເສີມກະສິກໍາ, ທະນາຄານນະໂຍບາຍ ແລະອື່ນໆ ໄດ້ສຸມໃສ່ພັດທະນາຮູບແບບການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ທັນສະໄໝ ແລະ ການເຂົ້າເຖິງລູກ ຄ້າທັງນີ້ກໍເພື່ອລະດົມເງິນຝາກ ແລະຕອບສະໜອງການປ່ອຍສິນເຊື່ອໃຫ້ພຽງພໍກັບຄວາມຕ້ອງການຂອງລູກຄ້າ.
   ຜ່ານການປະຕິບັດຕະຫຼອດ 4 ເດືອນຜ່ານມາເຫັນວ່າບັນດາສາຂາທະນາຄານຢູ່ແຂວງເຊກອງສາມາດປ່ອຍສິນເຊື່ອໄດ້ 173,42 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 74,66% ແລະກວມເອົາ 41,27% ຂອງຄວາມຕ້ອງການທຶນທັງໝົດໂດຍການປ່ອຍສິນເຊື່ອຂອງທະນາຄານແມ່ນນອນໃນ 6 ຂະແໜງຄື: ຂະແໜງກະສິກໍາ-ປ່າໄມ້, ການກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ອຸດສາຫະກໍາ, ຂົນສົ່ງ-ໄປສະນີ ແລະຂະແໜງການບໍລິການ.
   ສ່ວນແຜນການໃນຕໍ່ໜ້າ, ທ່ານຮອງເຈົ້າແຂວງເຊກອງກ່າວວ່າ: ບັນດາທະນາຄານຢູ່ແຂວງເຊກອງຈະພັດທະນາຮູບແບບການບໍລິການໃຫ້ໄປເຖິງລູກຄ້າໃຫ້ມີຄວາມວ່ອງໄວ,ຮັບປະກັນເລື່ອງຄຸນນະພາບ, ເອົາໃຈໃສ່ລະດົມເງິນຝາກ ແລະປ່ອນສິນເຊື່ອໃຫ້ໄດ້ຕາມແຜນການໂດຍເລັ່ງໃສ່ໂຄງການພັດທະນາຊົນນະບົດ, ບົດລ້າງຄວາມທຸກ ຍາກ, ການພັດທະນາພື້ນຖານໂຄງລ່າງ, ການສົ່ງເສີມການຜະລິດເປັນສິນຄ້າ-ການບໍລິການຂອງຄົວເຮືອນ, ກຸ່ມທຸລະກິດຂະໜາດນ້ອຍ ແລະຂະໜາດກາງເພື່ອປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ.

______________

ຂ່າວ: ສັນຍາ,  ໜັງສືພິມເສດຖະກິດ-ສັງຄົມ