ຝຶກອົບຮົມວຽກຢັ້ງຢືນແຫຼ່ງກຳເນີດສິນຄ້າ

ໃນລະຫວ່າງວັນທີ 6-10 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ ກະຊວງອຸດສາຫະກຳ ແລະການຄ້າຮ່ວມກັບຄະນະສະພາບໍລິຫານເຂດນິຄົມອຸດສາຫະກໍາ ແລະການຄ້າວຽງຈັນ-ໂນນທອງ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າພາຍໃຕ້ສິດທິພິເສດທາງການຄ້າໃຫ້ແກ່ຄະນະຄຸ້ມຄອງເຂດເສດຖະກິດພິເສດ ໂດຍການເປັນປະທານຂອງທ່ານ ນາງ ມະນີວອນ ວົງໄຊ ຮອງຫົວໜ້າກົມການນນຳເຂົ້າ ແລະສົ່ງອອກ (ກົມ ຂອ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
  ການຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ຂອບສັນຍາຕ່າງໆ ປະຈຸບັນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບພິມ (Form) ມີຈໍານວນ 13 ຊະນິດຄື: A, DFTP, SPT, CO KOREA, S, APTA, D, E, AI, AK, AJ, AANZ ແລະ AHK. ໃນນັ້ນ, ໄດ້ນຳສະເໜີກ່ຽວກັບວິທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທີ່ ສປປ ລາວ ນໍາໃຊ້ໃນປະຈຸບັນນີ້ ຊຶ່ງມີທັງໝົດ 3 ວິທີດ້ວຍກັນຄື: ການອອກໃບຢັ້ງຢືນແຫ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual),ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງເອເລັກໂຕນິກ (ElectronicCertificateofOriginIssuing System:e-CO) ແລະການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍໂຕເອງ (Self-Certification).
   ນອກນັ້ນການຝຶກອົບຮົມຍັງໄດ້ລົງເລິກວິທີໃນການກໍານົດເງື່ອນໄຂແຫຼ່ງກຳເນີດສິນຄ້າພາຍໃຕ້ສັນຍາການຄ້າຂອບຕ່າງໆ, ຂັ້ນຕອນໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ, ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ວິທີໃນການເກັບກຳສະຖິຕິ, ການສັງລວມຂໍ້ມູນລາຍລະອຽດຂອງບໍລິສັດ ແລະລະບຽບການຕ່າງໆທີ່ປິ່ນອ້ອມວຽກງານການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດພ້ອມທັງແນະນຳດ້ານທິດສະດີແລ້ວຄະນະຮັບຜິດຊອບຝຶກອົບຮົມຂອງກົມ ຂອ ກໍ່ຍັງໄດ້ແນະນຳວິທີ ແລະຂັ້ນຕອນຕ່າງໆໃນການລົງເບິ່ງຂະບວນການຜະລິດຕົວຈິງຂອງບັນດາໂຮງງານ/ບໍລິສັດທີ່ຈະມາຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທັ້ງນີ້ກໍ່ເພື່ອຜັນຂະຫຍາຍວຽກງານຄຸ້ມຄອງແຫຼ່ງກຳເນີດສິນຄ້າລົງສູ່ທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດດ້ວຍຕົນເອງ, ສ່ວນມະຫາພາກຈະເປັນຜູ້ຄຸ້ມຄອງ ແລະ ຕິດ ຕາມ.

____________

ຂ່າວ: ວົງມະນີ, ໜັງສືພິມເສດຖະກິດ-ສັງຄົມ