ຄະນະບໍລິຫານງານພັກແຂວງຫຼວງພະບາງ ຈັດກອງປະຊຸມເປີດກວ້າງ

  ໃນລະຫວ່າງວັນທີ 6-7 ກໍລະກົດ 2020 ນີ້ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງແຂວງໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫຼວງພະບາງເປີດກ້ວາງຄັ້ງທີ 13 ສະໄໝທີ Vll ຂຶ້ນໂດຍເປັນປະທານຂອງສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆຫຼວງພະບາງ, ມີຄະນະ
ປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານແນກການ, ກົມກອງ ແລະໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
  ສະຫາຍ ຄຳຂັນ ຈັນທະວີສຸກ ກ່າວວ່າ: ຈຸດປະສົງຫຼັກກອງປະຊຸມຄັ້ງນີ້ເພື່ອຕີລາຄາ, ຄົ້ນຄວ້າ, ປຶກສາຫາລືການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິ 10, 11 ແລະ 12 ຂອງຄະນະບໍລິຫານງານພັກແຂວງສະໄໝທີ Vll, ການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2020 ແຕ່ ລະຂະແໜງການ,ບັນດາເມືອງ,ນະຄອນຈະຕ້ອງຄວນເອົາໃຈໃສ່,ສຸມໃສ່ເຮັດຫຍັງ, ແກ້ໄຂຫຍັງຕື່ມໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງແຂວງພ້ອມນີ້ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແຜນພັດທະນາເສດຖະກິດສັງຄົມ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2020 ລວມເຖິງແຜນງົບປະມານລາຍຮັບ-ລາຍຈ່າຍໃນ 6 ເດືອນຜ່ານມາ ແລະຄາດໝາຍສູ້ຊົນຈັດເກັບລາຍຮັບ-ລາຍຈ່າຍໃນຕໍ່ໜ້າ, ແລະການຈັດຕັ້ງປະຕິບັດແຜນການຜະລິດ, ການປູກ, ການລ້ຽງໃນຜ່ານມາ ແລະ ຄາດໝາຍຊຸກຍູ້ການຜະລິດໃນລະດູຝົນ, ການປາບສັດຕູພືດ ແລະອື່ນໆ, ແຜນປ້ອງກັນ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາຂອງແຂວງ ແລະຄາດໝາຍສືບຕໍ່ການປ້ອງກັນ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໃນຕໍ່ໜ້າແນໃສ່ໃຫ້ທຸກພາກສ່ວນມີສ່ວນຮ່ວມນໍາກັນໃນການປ້ອງກັນ.
  ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານການຈັດປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ, ການຈັດຕັ້ງປະຕິບັດວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະຄາດໝາຍສືບຕໍ່ແກ້ໄຂໃນຕໍ່ໜ້າ, ການຈັດຕັ້ງປະຕິບັດວຽກງານການດຳເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງ ແລະ ບັນດາເມືອງ, ນະຄອນໃນຜ່ານມາ ແລະ ແຜນການກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ Vlll ຂອງອົງຄະນະພັກແຂວງທີ່ຈະຈັດຂຶ້ນໃນມໍ່ໆນີ້ ແລະຮ່ວມກັນຫາລືປະກອບຄຳເຫັນຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບໃນທັດສະນະ, ແນວຄິດຊີ້ນຳຂອງຄະນະບໍລິຫານພັກແຂວງເພື່ອສູ້ຊົນ, ຜ່ານຜ່າແກ້ໄຂຄວາມຫຍຸ້ງຍາກທີ່ແຂວງພົບພໍ້ຢູ່ໃນປະຈຸບັນໃຫ້ມີບາດກ້າວປ່ຽນແປງໃໝ່ຍິ່ງໃຫຍ່ກວ່າເກົ່າ.

________________

ຂ່າວ: ສີສຸວັນ, ໜັງສືພິມເສດຖະກິດ-ສັງຄົມ