ນາຍົກ ເດີນທາງຢ້ຽມຢາມ ແລະເຮັດວຽກທີ ສສ ຫວຽດນາມ

   ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີແຫ່ງສາທາ ລລະນະລັດສັງຄົມນິຍົມຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນທີ່ນະຄອນດານັງ, ສສ ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020 ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມແນ ໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.


 ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ ແລະ ຫວຽດນາມອ້າຍນ້ອງທີ່ໄດ້ຮັບການສົ່ງເສີມ ແລະຮັດແໜ້ນໃຫ້ແໜ້ນເເຟ້ນໃນໄລຍະຜ່ານມາ. ສອງຝ່າຍຍັງໄດ້ຕີລາ ຄາສູງການພົວພັນຮ່ວມມືທີ່ມີໝາກມີຜົນໃນໄລຍະຜ່ານມາໂດຍສະເພາະຜົນສໍາເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ- 19 ທັງຢູ່ ສສ ຫວຽດ ນາມ ແລະ ສປປ ລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະການເເຜ່ລະບາດຂອງພະຍາດດັ່ງກ່າວ.
  ນອກຈາກນີ້, ສອງຝ່າຍຍັງໄດ້ຕີລາຄາສູງ ແລະສະແດງຄວາມຊົມເຊີຍເຊິ່ງກັນ ແລະກັນຕໍ່ຜົນສຳເລັດໃນການສ້າງສາ ແລະພັດທະນາປະເທດຊາດ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍຕົວ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງຊາດໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ. ໃນໂອກາດນີ້,ຝ່າຍລາວກໍ່ໄດ້ສະແດງຄວາມຊົມເຊີຍຝ່າຍຫວຽດນາມທີ່ໄດ້ປະສົບຜົນສຳເລັດໃນການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ກອງປະຊຸມໄອປາ ແລະທັງເປັນປະທານກອງປະຊຸມສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ນີ້.
  ໃນໄລຍະການຢ້ຽມຢາມເຮັດວຽກໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຍັງໄດ້ເດີນທາງຢ້ຽມຢາມເຂດອຸດສະຫະກຳດ້ຽນນາມ-ດ້ຽນ ຫງ໋ອກ, ແຂວງກວາງນາມອີກດ້ວຍເພື່ອຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມໃນເຂດດັ່ງກ່າວ.