ກອງປະຊຸມຄົບຄະນະບໍລິຫານພັກເມືອງເລົ່າງາມຮັບຮອງເອົາຫຼາຍບັນຫາ

  ກອງປະຊຸມຄົບຄະນະບໍລິຫານງານພັກເມືອງເລົ່າງາມເປີດກວ້າງຄັ້ງທີ 1 ສະໄໝທີ XII ຕິດພັນກັບກອງປະຊຸມອົງການປົກຄອງລັດໄດ້ຈັດຂຶ້ນໃນທ້າຍເດືອນ ມິຖຸນາຜ່ານມາ, ຢູ່ສະໂມສອນເມືອງ, ໂດຍການເປັນປະທານຂອງສະຫາຍ ສົມສັກ ທົງຄຳຫານ ເລຂາພັກເມືອງເຈົ້າເມືອງໆເລົ່າງາມ, ມີບັນດາຄະນະປະຈຳພັກເມືອງ, ກຳ ມະການພັກເມືອງ, ຄະນະພັກຮາກຖານ, ຫົວໜ້າຫ້ອງການ, ອົງການທຽບເທົ່າອ້ອມຂ້າງເມືອງ ແລະເລຂາໜ່ວຍພັກ-ນາຍບ້ານທົ່ວເມືອງເຂົ້າຮ່ວມ.
  ກອງປະຊຸມຄັ້ງນີ້ໄດ້ຕີລາຄາຄືນໝາກຜົນໆງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2020 ໃນການຊີ້ນໍາ-ນຳພາຂອງຄະນະບໍລິຫານງານພັກ ເມືອງຊຸດທີ XII, ພ້ອມທັງຕີລາຄາດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ໂດຍລວມທົ່ວເມືອງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມກົນໄກ ແລະບາດກ້າວເທື່ອລະຂັ້ນສີ່ງສຳຄັນແມ່ນໄດ້ເລັ່ງໃຫ້ອຳນວຍຄວາມ ສະດວກໃຫ້ແກ່ພໍ່ແມ່ປະຊາຊົນໃນການສ້າງສາພັດທະນາ, ຊີວິດການເປັນຢູ່ໃຫ້ນັບມື້ນັບດີຂຶ້ນ, ໂດຍໄດ້ຖືເອົາການຜະລິດກະສິກຳເປັນໃຈກາງໃນການພັດທະນາຊົນນະ ບົດ ແລະລືບລ້າງຄວາມທຸກຍາກມາຮອດປະຈຸບັນສາມາດລືບລ້າງບ້ານທຸກຍາກໄດ້ 100%, ຄອບຄົວທຸກຍາກຍັງເຫຼືອພຽງ 200 ກວ່າຄອບຄົວເທົ່າກັບ 2.07%. ປີ 2020 ເມືອງເລົ່າງາມ ໄດ້ຮັບອະ ນຸມັດທຶນທັງໝົດທີ່ສະພາຮັບຮອງ 18 ໂຄງການ ມູນຄ່າ 5.114 ລ້ານ ກວ່າກີບ ແລະມີການລົງທຶນຂອງ ເອກະຊົນພາຍໃນ ແລະຕ່າງປະເທດ (FID) ມີ 15 ໂຄງການມູນຄ່າ 98 ລ້ານກວ່າໂດລາສະຫະລັດ, ການຜະລິດເປັນສິນຄ້າຂອງປະຊາຊົນປະຕິບັດໄດ້ 27.124 ເຮັກຕາ ຜົນຜະລິດບັນລຸ 4 ແສນກວ່າໂຕນ ເທົ່າກັບ 94% ຂອງແຜນການປີ ແລະຜະລິດກາເຟໄດ້ 9.436 ໂຕນ ແລະມັນຕົ້ນປະຕິບັດໄດ້ 4 ແສນກວ່າໂຕນ ເທົ່າກັບ 99% ແລະ ສາມາດຈໍລະຈອນສິນຄ້າມູນຄ່າ 997 ຕື້ກີບ, ໃນນັ້ນສິນຄ້າສົ່ງອອກມູນ 400 ຕື້ກວ່າກີບ ແລະ ນຳເຂົ້າມູນຄ່າ 39 ຕື້ກີບ ແລະ ວຽກງານໃນຂົງເຂດອື່ນໆກໍການເຕີບໂຕຂຶ້ນ ເລື້ອຍໆ ອັນໄດ້ເຮັດໃຫ້ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຖືກທິດ ແລະໝັ້ນທ່ຽງ.


   ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງປີ 2019, ກໍານົດແບບແຜນວິທີເຮັດວຽກ, ແຜນໂຄງການດຳເນີນງານຂອງຄະ ນະບໍລິຫານງານພັກເມືອງ ແລະມີການປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະກັນຕໍ່ກັບວຽກງານຂົງເຂດຕ່າງໆ ແລະບັນຫາອື່ນໆຕື່ມອີກຈາກນັ້ນກອງປະຊຸມຄັ້ງນີ້ກໍ່ໄດ້ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ, ເຫັນດີ ແລະເອກະພາບສູ້ຊົນຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນ ທ້າຍປີໃຫ້ບັນລຸຕາມຄາດໝາຍເປັນຕົ້ນ; ສືບຕໍ່ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສຸມໃສ່ການສຶກສາອົບຮົມວຽກງານການເມືອງແນວຄິດ, ກວດກາ, ຕິດຕາມການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ແລະເອົາໃຈໃສ່ແກ້ໄຂຜົນກວດກາຢ່າງມີຜົນສັກສິດ, ສູ້ຊົປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານໃຫ້ບັນລຸຄາດໝາຍ, ສູ້ຊົນເຮັດໃຫ້ອັດຕາການຊົມໃຊ້ວິດຖ່າຍເພີ່ມຂຶ້ນ ແລະຊຸກຍູ້ໃນການສ້າງບ້ານ,ຄອບຄົວໃຫ້ກາຍເປັນຕົວແບບຕ່າງໆ, ທັງສຸມໃສ່ຊ່ວຍເຫຼືອ, ແກ້ໄຂຄອບຄົວຈຳນວນ 298 ທີ່ຍັງທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍກໂດຍກຳນົດເປົ້າໝາຍ, ເວລາຢ່າງລະອຽດຊັດເຈນໃນການຈັດຕັ້ງປະຕິບັດ.

_____________

ຂ່າວ: ວິໄລວອນ ສິດທິໄຊ, ໜັງສືພິມເສດຖະກິດ-ສັງຄົມ