ເປີດໂຄງການແຕ່ງເພງສະບາຍກາຍສະບາຍໃຈຄົ້ນຫາດາວປະດັບວົງການດົນຕີລາວ

  ຫ້ອງການສະຫະພາບເອີຣົບປະຈໍາລາວໄດ້ເປີດໂຄງການແຂ່ງຂັນແຕ່ງເພງສະບາຍກາຍສະບາຍໃຈທີ່ມີເນື້ອຫາກ່ຽວກັບວຽກງານດ້ານໂພຊະນາການ ແລະການສຶກສາ ເພື່ອສ້າງຫົວຄິດປະດິດໜ້າຕື່ນເຕັ້ນ ແລະສ້າງແຮງບັນດານໃຈໃຫ້ປະຊາຊົນຄິດວິເຄາະຢ່າງສໍາຄັນກ່ຽວກັບບັນຫາສຸຂະພາບ, ສະຫວັດດີພາບ ແລະນຳໃຊ້ເພງຮ້ອງເພື່ອສະແດງໃຫ້ເຫັນເຖິງຂໍ້ຄວາມສໍາຄັນຕໍ່ສາທາລະນະຊົນທົ່ວໄປ.
  ທ່ານ ລີອົງ ຟາແບັກ (Leon Faber) ເອກອັກຄະລັດຖະທູດສະຫະພາບເອີຣົບ ໄດ້ກ່າວວ່າ: ວຽກງານດ້ານໂພຊະນາການ ແລະການສຶກສາຂອງພວກເຮົາແມ່ນໜ້າທີ່ຫຼັກຂອງການສະໜັບສະໜູນຂອງສະຫະພາບເອີຣົບໃຫ້ແກ່ ສປປ ລາວ ໂດຍໄດ້ສ້າງຂຶ້ນຮ່ວມກັບລັດຖະບານລາວໃນແບບທີ່ສະແດງໃຫ້ເຫັນເຖິງພອນສະຫວັນອັນໜ້າປະທັບໃຈຂອງຄົນລາວເພື່ອກະຕຸກຊຸກຍູ້ໃຫ້ມີແນວຄວາມຄິດເພີ່ມເຕີມກ່ຽວກັບວິທີທີ່ພວກເຂົາສາມາດສື່ສານຜ່ານບົດເພງຮ້ອງໄດ້ສຳລັບໂຄງການເພງທີ່ຈະສົ່ງເຂົ້າປະກວດແຂ່ງຂັນນັ້ນຈະແກະຄອດເອົາມີທໍານອງຂອງເພງທີ່ມີຢູ່ແລ້ວ ຫຼືແຕ່ງເພງຕົ້ນສະບັບຂຶ້ນເອງແບບໃດກໍໄດ້ແຕ່ຕ້ອງເວົ້າເຖິງເນື້ອຫາໃນສີ່ຫົວຂໍ້ຫຼັກໆດັ່ງນີ້: 1) ນົມແມ່ມີສານອາຫານທັງໝົດທີ່ແອນ້ອຍຕ້ອງການ, 2) ລ້າງມືເລື້ອຍໆ ແລະໃຊ້ສະບູ່ສະເໝີ, 3) ໃຫ້ເຂົ້າໂຮງຮຽນ ແລະ 4) ຄວາມສຳຄັນຂອງອາຫານທີ່ຫຼາກຫຼາຍ.
ໂຄງການດັ່ງກ່າວແມ່ນໄດ້ເປີດຮັບສະໝັກແລ້ວຈົນຮອດວັນທີ 17 ກໍລະກົດ 2020 ເປັນມື້ສຸດທ້າຍປິດຮັບສະໝັກຈາກນັ້ນໄດ້ຄັດເລືອກໃຫ້ເຫຼືອ 10 ເພງສຸດທ້າຍແລ້ວໂພດລົງໃນເຟສ໌ບຸກໃນຂະນະທີ່ຄະນະກຳມະການປະກອບດ້ວຍຜູ້ຕາງໜ້າຈາກຄະນະຜູ້ແທນສະຫະພາບເອີຣົບ, ລັດຖະບານລາວ ແລະຜູ້ຢູ່ໃນວົງການດົນຕີຈະຕັດ ສິນເອົາ 3 ເພງໄປປະກອບຜະລິດເພງແບບອາຊີບນຳໜຸ່ມ ແຊມ ວໍລະຈິດ ອິນທະຣາພິທັກ ນັກຮ້ອງເຈົ້າຂອງເພງທີ່ໂດ່ງດັງ “ຂ້ອຍຂໍໂທດ ແລະບອກໃຫ້ຂ້ອຍຮູ້.” ລາວຈະເຮັດວຽກຮ່ວມກັບນັກຂຽນເພງເພື່ອປັບປຸງເນື້ອເພງ, ແຕ່ງທໍານອງທີ່ເປັນຕົ້ນສະບັບ, ແລະບັນທຶກນັກສິລະປິນຊຶ່ງສະແດງບົດເພງຂອງພວກເຂົາຕະຫຼອດໄລຍະເວລາຫຼາຍວັນທີ່ສະຕູດິໂອຂອງລາວຢູ່ນະຄອນຫຼວງວຽງຈັນ.


 ສຳລັບສາມເພງທີ່ໄດ້ເຂົ້າຮອບສຸດທ້າຍນັ້ນແມ່ນຈະສືບຕໍ່ເຂົ້າຮ່ວມແຂ່ງຂັນຊີງສະນະເລີດອອນລາຍເຊິ່ງເພງທີ່ຊະນະຈະໄດ້ຮັບໂອກາດໃນການສ້າງເປັນວິດີໂອເພງທີ່ມີຄຸນ ນະພາບສູງຊຶ່ງກຳກັບໂດຍ ອະນິໄຊ ແກ້ວລາ ຜູ້ກຳກັບໜັງເລື່ອງວັນໝົດອາຍຸ, ນ້ອຍ–Above it All ແລະ ແອັດ ດິ ຮໍຣີເຊິນ ແລະຜະລິດໂດຍທີມງານຂອງລາວທີ່ຄ້າຍລາວນິວເວບຊີເນມາ ວີດີໂອເພງນີ້ຈະຖືກໂພສລົງຢູ່ໃນເຟສບຸກ ແລະໃນໂທລະພາບແຫ່ງຊາດ.

  ສຳລັບທ່ານໃດສົນໃຈສອບຖາມຂໍ້ມູນໄດ້ທີ່ເຟສບຸກ: SabaigaiSabaijai (facebook.com/sabaigai.sabaijai).