ຊາວໜຸ່ມ ຍທຂ ເຊກອງ ຮັບທຸງໄຊນຳໜ້າຂະບວນແຂ່ງຂັນ 4 ບຸກ

  ພິທີມອບ-ຮັບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມຮາກຖານພະແນກໂຍທາທິການ ແລະຂົນສົ່ງແຂວງເຊກອງໄດ້ມີຂຶ້ນໃນວັນທີ 30 ມິຖຸນາ 2020 ທີ່ສະໂມສອນສະພາແຂວງໂດຍການເປັນປະທານຂອງສະຫາຍ ຕຸລາວັນ ວົງໄຊ ກຳມະການສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງເຊກອງ ແລະເຂົ້າຮ່ວມມີສະຫາຍ ບຸນທະວີ ນະຄອນສິດ ຮອງເລຂຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຍທຂ, ມີສະຫາຍ ໄຊປັນຍາ ທຳມະວົງ ຮອງເລ ຂາຄະນະຊາວໜຸ່ມຮາກຖານພະແນກ ຍທຂ, ມີບັນດາອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຈາກໜ່ວຍອ້ອມຂ້າງແຂວງພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະ ແນກ ຍທຂ ເຂົ້າຮ່ວມ.
  ສະຫາຍ ໄຊປັນຍາ ທຳມະວົງ ຮອງເລຂາຄະນະຊາວໜຸ່ມຮາກຖານພະແນກ ຍທຂ ໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມຮາກຖານ ຂອງຕົນປະຈໍາສົກປີ 2017-2019 ຕິດພັນກັບຂະບວນການຮັກຊາດ ແລະພັດທະນາຊຶ່ງຊີ້ໃຫ້ເຫັນໃນໄລຍະຜ່ານມາສະມາຊິກແຕ່ລະສະຫາຍແມ່ນມີຄວາມອຸ່ນອ່ຽງທຸ່ນທ່ຽງຕໍ່ການຈັດຕັ້ງ, ມີສະຕິລະວັງຕົວສູງຕໍ່ກົນອຸບາຍຂອງສັດຕູ, ຍຶດໝັ້ນຕໍ່ການນຳພາຂອງພັກ, ຍຶດໝັ້ນຕໍ່ອຸດົມຄະຕິກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເພິ່ງຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ, ເປັນແບບຢ່າງນຳນ້າທີ່ດີໃຫ້ແກ່ມະຫາຊົນຢູ່ສະເໝີ, ຊຶ່ງຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາໄດ້ຄື: ບຸກດ້ານການເມືອງ-ແນວຄິດປະຕິບັດໄດ້ 98%, ບຸກດ້ານການຝຶກຝົນຫຼໍ່ຫຼອມ ແລະການຮໍ່າຮຽນໄດ້ 97%, ບຸກດ້ານວຽກງານການຈັດຕັ້ງໄດ້ 98%, ບຸກດ້ານວິຊາຊີບ ແລະສ້າງວຽກເຮັດງານທຳໄດ້ 98%, ຈັດປະເພດສະມາຊິກໄດ້ປະເພດດີ 85 ສະຫາຍ, ຍິງ 27 ສະຫາຍ.


   ນອກຈາກນີ້ໃນພິທີຍັງໄດ້ມີການມອບໃບຍ້ອງຍໍຈາກສູນກາງ ຊປປລ ໃຫ້ແກ່ສະມາຊິກ ຊປປລ ຈຳນວນ 62 ສະຫາຍ, ຍິງ 18 ສະຫາຍ, ໃບຍ້ອງຍໍຈາກ ຄຊປປລ ແຂວງຈຳນວນ 23 ສະຫາຍ, ຍິງ 9 ສະຫາຍທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຂະບວນການ 4 ບຸກຂອງຊາວໜຸ່ມລາວໄດ້ຮັບນາມມະຍົດ 4 ບຸກ 3 ປີຕໍ່ເນື່ອງ; ເພື່ອເປັນການຢັ້ງຢືນຜົນງານດັ່ງກ່າວຂະແໜງການທີ່ກ່ຽວຂ້ອງໄດ້ຜ່ານຂໍ້ຕົກລົງຂອງ ຄຊປປລ ແຂວງສະບັບເລກທີ 964/ ຄຊປປລຂ, ລົງວັນທີ 18.12. 2019 ເຫັນດີຮັບຮອງ ແລະມອບໃບຢັ້ງຢືນໃຫ້ແກ່ຄະນະຊາວໜຸ່ມຮາກຖານພະແນກ ຍທຂ ແຂວງເຊກອງເປັນ ຄຊປປລ 4 ບຸກສະໄໝ ທີ III ປະຈຳປີ 2019, ຂໍ້ ຕົກລົງຂອງ ຄຊປປລ ແຂວງສະບັບເລກທີ 967/ຄຊປປລຂ, ລົງວັນທີ 18. 12.2019 ວ່າດ້ວຍມອບທຸງໄຊນຳໜ້າໃຫ້ຄະນະຊາວໜຸ່ມຮາກຖານພະແນກ ຍທຂ ທີ່ໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກໄບຍະ 3 ປີຊ້ອນ (2017-2019) ຊຶ່ງມອບໂດຍສະຫາຍ ຕຸລາວັນ ວົງໄຊ ເລຂາຄະນະບໍລິຫານງານ ຊປປລ ແຂວງ.


  ສະຫາຍ ຕຸລາວັນ ວົງໄຊ ເລຂາຄະນະບໍລິຫານງານ ຊປປລ ແຂວງເຊກອງ ໄດ້ເນັ້ນໃຫ້ຄະນະຊາວໜຸ່ມຮາກຖານພະແນກ ຍທຂ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຂອງຕົນໃຫ້ໜັກແນ້ນເຂັ້ມແຂງກວ່າເກົ່າ, ແບ່ງງານ, ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງພ້ອມທັງເພີ່ມຄວາມສາມັກຄີຢ່າງໜັກແໜ້ນກວ້າງຂວາງ,ເອົາໃຈໃສ່ສ້າງແຜນວຽກຊາວໜຸ່ມຕິດພັນກັບວຽກວິຊາສະເພາະຢ່າງລະອຽດຈະແຈ້ງເພື່ອປະຕິບັດວຽກງານໃຫ້ມີຄວາມຄ່ອງຕົວ,ພ້ອມກັນອອກແຮງແຂ່ງ ຂັນກັນປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ປະກົດຜົນເປັນຈິງໃນຊຸມປີຕໍ່ໜ້າ.

______________

ຂ່າວ: ພຸດທະສອນ