ຫຼວງນໍ້າທາ ປັບປຸງກົງຈັດຕັ້ງ ແລະການກຳນົດຕຳແໜ່ງງານ

  ທ້າຍເດືອນມິຖຸນາຜ່ານມາຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາໄດ້ຈັດກອງປະຊຸມປັບປຸງກົງຈັກການຈັດຕັ້ງ ແລະການກຳນົດຕຳແໜ່ງງານໂດຍການເປັນປະທານຂອງທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ນາງ ວິໄລ ອຸ່ນມີໄຊ ຮອງຫົວໜ້າກົມຈັດຕັ້ງ ແລະກົດລະບຽບພັກຄະນະຈັດຕັ້ງສູນກາງພັກ, ທ່ານ ກູຢ່າງ ຈື່ປໍ ຮອງຫົວໜ້າກົມພັດທະນາບໍລິຫານລັດກະຊວງພາຍໃນ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ ແລະພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.


  ທ່ານ ນາງ ຄຳພົ້ວ ໄຊປະເສີດ ຮອງຫົວໜ້າພະແນກພາຍໃນແຂວງໄດ້ລາຍງານສະພາບການປັບປຸງກົງຈັກການຈັດຕັ້ງ ແລະການກຳນົດຕຳແໜ່ງງານຢູ່ແຂວງຫຼວງນໍ້າທາ, ຜ່ານການກວດກາພາລະບົດບາດການຈັດຕັ້ງ ແລະການເຄື່ອນໄຫວຂອງແຕ່ລະອົງການທີ່ໄດ້ປະຕິບັດເຫັນວ່າບາງພາກສ່ວນຍັງໃຫຍ່ໂຕກວ້າງຂວາງບໍ່ສົມຄູ່ກັບບຸກຄະລາກອນສະນັ້ນ, ຈຶ່ງໄດ້ສົມທົບກັບຂະແໜງການກ່ຽວຂ້ອງປັບປຸງພາລະບົດບາດການຈັດຕັ້ງ ແລະການເຄື່ອນໄຫວຄືນໃໝ່ມີ 5 ອົງການ, ຮັກສາກົງຈັກໄວ້ຄືເກົ່າ ຈຳນວນ 6 ພາກສ່ວນ, ມອບໃຫ້ປະສານສົມທົບກັບກະຊວງສາຍຕັ້ງຄົ້ນຄວ້າພິຈາລະນາມີ 8 ພາກສ່ວນ, ໄດ້ກວດຜ່ານ 7 ພາກສ່ວນ, ປະຈຸບັນໄດ້ຢຸດເຊົາການອຸດໜູນຕຳແໜ່ງບໍລິຫານບັນດາຫົວໜ້າ, ຮອງຫົວໜ້າໜ່ວຍງານຂັ້ນແຂວງຈໍານວນ 90 ໜ່ວຍງານ, 107 ຄົນ, ສໍາເລັດການປັບປຸງພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງດ່ານຊາຍແດນ 3 ດ່ານ,ກໍາລັງຄົ້ນຄວ້າປັບປຸງການຂຽນກຳນົດຕຳແໜ່ງງານ 1 ດ່ານ;ຂັ້ນແຂວງກະຊວງພາຍໃນຮັບຮອງແລ້ວ 11 ອົງ ການ, ຄົ້ນຄວ້າພິຈາລະນາຄືນ 2 ພາກສ່ວນ; ຂັ້ນເມືອງຮັບຮອງແລ້ວ 3 ເມືອງ ຄົ້ນຄວ້າພິຈາລະນາຮັບຮອງ 1 ເມືອງ ແລະກຳລັງຄົ້ນຄວ້າປັບປຸງ 1 ເມືອງປະຈຸບັນໄດ້ອອກໃບຢັ້ງຢືນການກວດຜ່ານແລ້ວ 7 ພາກສ່ວນ, ສະເໜີປັບປຸງຄືນມີ 6 ພາກສ່ວນ ແລະສະເໜີກົມຈັດຕັ້ງກະຊວງກ່ຽວຂ້ອງ ຄົ້ນຄວ້າພິຈາລະນາມີ 7 ພາກສ່ວນ.
   ພ້ອມນັ້ນແຕ່ລະພາກສ່ວນທີ່ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນລາຍງານສະພາບການປັບປຸງກົງຈັກ,ສະພາບການກຳນົດຕຳແໜ່ງງານ ແລະຮູບແບບການປັບປຸງກົງ ຈັກໃນຕໍ່ໜ້າພ້ອມທັງສະເໜີໃຫ້ປັບປຸງຫຍັງແດ່ໃນຂົງເຂດຂອງຕົນ, ເພື່ອຈະໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າຂອງແຕ່ລະອົງການທີ່ຍັງຄ້າງທັງສາຍຕັ້ງ ແລະສາຍຂວາງຂັ້ນທ້ອງຖິ່ນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ.

__________

ຂ່າວ: ອຸ້ມ,  ໜັງສືພິມເສດຖະກິດ-ສັງຄົມ