ຊາວກະສິກອນແຂວງໄຊຍະ ປູກພືດລະດູຝົນສຳເລັດ 60%

  ຕາມການໃຫ້ລາຍງານຂອງຂະແໜງປູກຝັງພະແນກກະສິກໍາ ແລະປ່າໄມ້ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຜະລິດລະດູຝົນປີນີ້ເຫັນວ່າຊາວກະສິກອນໃນທົ່ວແຂວງ ໄດ້ເອົາໃຈໃສ່ກະກຽມການຜະລິດແຕ່ຫົວປີເພື່ອໃຫ້ທັນກັບລະດູການໂດຍສະເພາະການຕົກກ້າ, ກຽມດິນ, ການໃສ່ເຂົ້າໄຮ່ຕະຫຼອດຮອດປູກພືດອື່ນໆ ເຫັນວ່າເປັນຂະ ບວນກວ້າງຂວາງຊຶ່ງແຂວງໄຊຍະບູລີຕັ້ງເປົ້າປີນີ້ມີເນື້ອທີ່ປູກພືດລະດູຝົນທັງໝົດ 158.041 ເຮັກຕາ. ໃນນີ້ແຜນປູກເຂົ້ານາປີ 34.287 ເຮັກຕາ, ແຜນປູກເຂົ້າໄຮ່ 10.200 ເຮັກຕາ ແລະແຜນປູກພືດຕ່າງໆ 113.554 ເຮັກຕາ.


ສຳລັບການປູກເຂົ້ານາປີໃນເນື້ອທີ່ 34.287 ເຮັກຕາ, ຄາດຄະເນສະມັດຕະພາບສະເລ່ຍ 4,50 ໂຕນຕໍ່ເຮັກຕາ ແລະຄາດຄະເນຜົນຜະລິດທັງໝົດ 154.290,90 ໂຕນມາຮອດປະຈຸບັນສາມາດຕົກກ້າໄດ້ແລ້ວ 2 ລ້ານກວ່າກິໂລກຼາມເທົ່າກັບ 102,90%, ກຽມດິນໄດ້ 27.142,21 ເຮັກຕາ ເທົ່າກັບ 79,16%, ປັກດໍາສໍາເລັດແລ້ວ 19.796,57 ເຮັກຕາ ເທົ່າກັບ 57,74% ຂອງແຜນການການປູກເຂົ້າໄຮ່ມີເນື້ອທີ່ທັງໝົດ 10.200 ເຮັກຕາ ຄາດຄະເນສະມັດຕະພາບສະເລ່ຍ 2,26 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 23.052 ໂຕນ. ປະຈຸບັນສາມາດປະຕິບັດໄດ້ 10.445,55 ເຮັກຕາ ເທົ່າກັບ 102,41% ລື່ນແຜນທີ່ຕັ້ງໄວ້ສ່ວນການປູກພືດລະດູຝົນຕ່າງໆແຜນການມີທັງໝົດ 113.554 ເຮັກຕາ ຄາດຄະເນເນື້ອທີ່ປະຕິບັດ 113.554 ເຮັກຕາ ຄາດຄະເນສະມັດຕະພາບສະເລ່ຍ 12,34 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດທັງໝົດ 1.401.473,95 ໂຕນ ປະຈຸບັນສາມາດປະຕິບັດໄດ້ 88.947,89 ເຮັກຕາ ເທົ່າກັບ 78,33% ໃນນີ້ປູກຫຼາຍ ແລະເດັ່ນກວ່າໝູ່ແມ່ນມັນຕົ້ນ 27.436 ເຮັກຕາ, ສາລີແຂງເນື້ອທີ່ 40.356 ເຮັກຕາ, ຖົ່ວດິນ ເນື້ອທີ່ 4.235 ເຮັກຕາ, ໝາກເດືອຍເນື້ອທີ່ 24.880 ເຮັກຕາ, ໝາກງາເນື້ອທີ່ 2.330 ແລະພືດອື່ນໆອີກປະຈຸບັນການປູກພືດລະດູຝົນແມ່ນສໍາເລັດໄປແລ້ວເກືອບ 60% ສ່ວນຫຼາຍແມ່ນສໍາເລັດບ່ອນທີ່ມີເງື່ອນໄຂນໍ້າພຽງພໍ,ມີຊົນລະປະ ທານນໍ້າເໝືອງ ແລະຄາດວ່າຈະໃຫ້ສໍາເລັດໃນກາງເດືອນກໍລະກົດຖ້າຫາກຟ້າຝົນອໍານວຍ ແລະຕົກຖືກຕາມລະດູການ.
  ພ້ອມນີ້ທາງຂະແໜງປູກຝັງກໍຄືພະແນກກະສິກໍາ ແລະປ່າໄມ້ແຂວງຍັງໄດ້ເອົາໃຈໃສ່ຕິດຕາມ ແລະເຝົ້າລະວັງການແຜ່ລະບາດຂອງບົ້ງຝູງສາລີນັບແຕ່ເດືອນພຶດສະພາເຖິງເດືອນມິຖຸນາປີ 2020 ໄດ້ເກີດມີບົ້ງຝູງສາລີລະບາດໃນ 11 ເມືອງທົ່ວແຂວງມີຈໍານວນ 59 ບ້ານ,ມີ 2.272 ຄອບຄົວ, ມີເນື້ອທີ່ຮັບຜົນກະທົບ 13.519 ເຮັກ ຕາ ແລະເນື້ອທີ່ເສຍຫາຍ 1,57 ເຮັກຕາ.

____________

ຂຽນໂດຍ: ບຸນທີ, 

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ