ໄຊຍະ ມູນຄ່າການຜະລິດອຸດສາຫະກຳ ແລະຫັດຖະກຳບັນລຸ 800 ຕື້ກວ່າກີບ ເພີ່ມຂື້ນ 38,95%

 ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງໃຫ້ຮູ້ວ່າຕະຫຼອດໄລຍະ 5 ປີຜ່ານມາພະແນກການຄ້າແຂວງໄຊຍະບູລີແມ່ນໄດ້ເອົາ ໃຈໃສ່ຊຸກຍູ້ສົ່ງເສີມບັນດານັກທຸລະກິດທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາລົງທຶນໃນບັນດາຂະແໜງການຜະລິດອຸດສາຫະກໍາ ແລະ ການຄ້ານັບມື້ນັບຫຼາຍຂຶ້ນເຮັດໃຫ້ການຜະລິດດ້ານອຸດສາຫະກໍາ ແລະ ການຄ້າຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນປະຈຸບັນທົ່ວແຂວງໄຊຍະບູລີມີຈໍານວນໂຮງງານ ແລະ ກິດຈະການດ້ານອຸດສາຫະກໍາທັງ ໝົດ 2.186 ແຫ່ງໃນນີ້ໂຮງງານຂະໜາດໃຫຍ່ມີ 52 ແຫ່ງ,ຂະໜາດກາງ 56 ແຫ່ງ ແລະຂະໜາດນ້ອຍ 2.078 ແຫ່ງ;ທຽບໃສ່ປີ 2015 ມີການຂະຫຍາຍຕົວເພີ່ມຂຶ້ນ 13,38%, ສ້າງວຽກເຮັດງານທໍາໃຫ້ສັງຄົມໃນຂົງເຂດອຸດສາຫະກໍາທັງໝົດ 9.000 ກວ່າຄົນທຽບໃສ່ປີ2015 ເພີ່ມຂຶ້ນ 3,2% ມູນຄ່າການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາບັນລຸ 842 ຕື້ກວ່າກີບ, ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 38,95%, ສິ່ງທີ່ສໍາຄັນ ແລະ ພົ້ນເດັ່ນນັ້ນໄດ້ເກີດມີບັນດາຫົວໜ່ວຍການຜະ ລິດດ້ານອຸດສາຫະກໍາທີ່ສໍາຄັນຈໍານວນໜຶ່ງທີ່ເກີດຂຶ້ນເຊັ່ນ: ໂຮງງານສີ ແລະອົບແຫ້ງສາລີ,ໝາກເດືອຍ,ໂຮງງານປຸງແຕ່ງຊາໝ້ຽງໂຮງງານຜະລິດດິນຈີ່ທັນສະໄໝ, ໂຮງງານປຸງແຕ່ງສ່ວນປະສົມຊີມັງ (ໂຮງງານຂີ້ເຖົ່າລອຍ) ແລະໂຮງງານຜະລິດປຸ໋ຍຊີວະພາບ.

   ທັງນີ້ແມ່ນເພື່ອສະໜອງຄວາມຕ້ອງການແກ້ຜູ້ຊົມໃຊ້ພາຍໃນ ແລະສົ່ງອອກຕ່າງປະເທດທັງເປັນການຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດຊຶ່ງເຫັນວ່າ: ໃນ 5 ປີຜ່ານມາມູນຄ່າສົ່ງອອກສິນຄ້າໄປຕ່າງປະເທດມີທັງໝົດ 136,5 ລ້ານກວ່າໂດລາ, ທຽບໃສ່ແຜນການ 5 ປີປະຕິບັດໄດ້ 29,95%, ສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ແມ່ນພຶດກະສິກໍາມູນຄ່າ 111,6 ລ້ານໂດລາ, ເຄື່ອງປ່າຂອງດົງມູນຄ່າ 4,7 ລ້ານໂດລາ, ສ່ວນການນໍາເຂົ້າສິນຄ້າຈາກຕ່າງປະເທດມີທັງໝົດ 64,23 ລ້ານໂດລາ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 22,7% ໃນນີ້ສິນຄ້ານໍາເຂົ້າຫຼາຍກວ່າໝູ່ແມ່ນອຸປະກອນໄຟຟ້າ ແລະເຄື່ອງກໍ່ສ້າງມູນຄ່າ 14,8 ລ້ານໂດລາ,ພາຫະນະແນວພັນ ແລະເຄື່ອງຮັບໃຊ້ການຜະລິດມູນຄ່າ 7 ລ້ານໂດລາ, ດ້ານມູນຄ່າການນໍາເຂົ້າເຄື່ອງຈັກ, ອຸປະກອນແລະວັດສະດຸກໍ່ສ້າງເພື່ອມາຮັບໃຊ້ກໍ່ສ້າງພື້ນຖານໂຄງລ່າງຂອງແຂວງມີມູນຄ່າ 404,88 ລ້ານໂດລາ, ພ້ອມນີ້ຍັງໄດ້ອໍານວຍຄວາມສະດວກໃຫ້ຜູ້ປະກອບການທຸລະກິດຕ່າງໆເຂົ້າເຖິງການບໍລິການງ່າຍຂຶ້ນ; ໂດຍແບ່ງຂັ້ນຄຸ້ມຄອງໃຫ້ເມືອງຮັບຜິດຊອບໃນການອອກອານຸຍາດ, ການຂຶ້ນທະບຽນວິສາຫະກິດທີ່ມີມູນຄ່າຕໍ່າກວ່າ 500 ລ້ານກີບລົງມາ.

    ປະຈຸບັນທົ່ວແຂວງມີຫົວໜ່ວຍທຸລະກິດທັງໝົດ 9.466 ຫົວໜ່ວຍ, ມີທຶນຈັດທະບຽນທັງໝົດ 3.417 ຕື້ກີບ ແລະທົ່ວແຂວງມີຜະລິດຕະພັນທີ່ໄດ້ຮັບກາໝາຍ ພ້ອມປະກາດເປັນໂອດັອບແຫ່ງຊາດທັງໝົດ 10 ຜະລິດຕະພັນ.

   ທ່ານຍັງໃຫ້ຮູ້ຕື່ມວ່າ: ແຕ່ນີ້ຫາປີ 2025 ຕ້ອງໄດ້ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດວຽກງານອຸດສາຫະກໍາ ແລະການຄ້າ 5 ປີຕິດພັນກັບການປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ຊຸກຍູ້ການຈັດຕັ້ງປະຕິບັດມູນຄ່າການສົ່ງອອກສິນຄ້າໃຫ້ໄດ້ 263,2 ລ້ານໂດລາ ແລະ ນໍາເຂົ້າສິນຄ້າບໍ່ໃຫ້ເກີນ 105,5 ລ້ານໂດລາ, ຕັ້ງໜ້າຄຸ້ມຄອງກວດກາບັນດາໂຮງງານແລະກິດຈະການດ້ານອຸດສາຫະກໍາ ແລະຫັດຖະກໍາພາຍໃນແຂວງໃຫ້ເຂັ້ມງວດຕໍ່ເນື່ອງເພື່ອເຮັດໃຫ້ການດໍາເນີນກິດຈະການຖືກຕ້ອງຕາມລະບຽບກົດໝາຍໂດຍສະເພາະການຄຸ້ມຄອງກວດກາໂຮງງານປຸງແຕ່ງໄມ້, ການສົ່ງອອກຜະລິດຕະພັນໄມ້ເພື່ອໃຫ້ສອດຄ່ອງກັບກົດໝາຍຂອງລັດຖະບານ ແລະ ມາດຕະການທີ່ກະຊວງອຸດສາຫະກໍາ ແລະ ການຄ້າວາງອອກ, ຊຸກຍູ້ສ້າງເງື່ອນໄຂດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ລົງທຶນເຂົ້າໃສ່ ຂະແໜງການອື່ນໆ ໃຫ້ນັບມື້ນັບຫຼາຍເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນຈາກຕ່າງປະເທດ, ສູ້ຊົນເຮັດໃຫ້ຍອດຂາຍມູນຄ່າການຜະລິດດ້ານອຸດສາຫະກໍາ ແລະຫັດຖະກໍາບັນລຸ 1.210 ຕື້ກວ່າກີບ.

______________

ຂ່າວ: ບຸນທີ,  ໜັງສືພິມເສດຖະກິດ-ສັງຄົມ