ການນຳ ປກສ ບໍລິຄຳໄຊ ຢ້ຽມຢາມພະນັກງານລົງກໍ່ສ້າງຮາກຖານ

  ໃນລະຫວ່າງ ວັນທີ 27-28 ມິຖຸນາ 2020 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະໂອ້ລົມພະນັກງານກໍ່ສ້າງຮາກຖານ ແລະເຂດຈຸດສຸມໃຈກາງຂອງແຂວງຢູ່ 3 ເຂດຄື: ເຂດທອງມີໄຊ, ເຂດນາໂທ ເມືອງວຽງທອງ ແລະເຂດຫຼໍ້ແຫຼມ ບ້ານພູຄຳ ເມືອງບໍລິຄັນ, ມີທ່ານ ພັທ ແກ້ວສຸວັນ ວັນນະແຝງຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ ຜູ້ຊີ້ນຳກອງກໍ່ສ້າງຮາກຖານເຂດບ້ານ ພູຄຳ, ທ່ານ ພັນໂທຈັນມາ ສີສຸພາ ຮອງກອງກໍ່ສ້າງຮາກຖານ 921 ກະຊວງ ປກສ ປະຈຳເຂດທອງມີໄຊ, ພະນັກງານກໍ່ສ້າງຮາກຖານກຳລັງປກຊ-ປກສ ຈຳນວນ 3 ເຂດ ຕະຫຼອດຮອດອໍານາດການປົກຄອງເຂົ້າຮ່ວມ.

   ພະນັກງານກອງກໍ່ສ້າງຮາກຖານປະຈຳແຕ່ລະເຂດໄດ້ຕາງໜ້າລາຍງານສະພາບການໂດຍຫຍໍ້ ແລະຈຸດພິເສດຂອງແຕ່ລະເຂດໃຫ້ທ່ານປະທານໄດ້ຮັບຊາບຊຶ່ງໄດ້ຍົກໃຫ້ເຫັນຜົນງານ ແລະຜົນສຳເລັດດ້ານຕັ້ງໜ້າ, ສິ່ງທ້າທາຍໃນການລົງກໍ່ສ້າງຮາກຖານໃນ ແຕ່ລະໄລຍະ. ໃນນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນແລກປ່ຽນບົດເຊິ່ງກັນ ແລະກັນຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບກັນ.

 ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ຍັງໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍບັນດາພະນັກງານທີ່ລົງເຮັດວຽກງານກໍ່ສ້າງຮາກຖານທີ່ມີຄວາມຕັດສິນໃຈສູງໃນການປະຕິບັດໜ້າທີ່ວຽກງານຢູ່ຂັ້ນຮາກຖານບ່ອນທີ່ທຸລະກັນດານ, ຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກໄດ້ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ. ໂດຍປະຕິບັດຕາມທິດຊີ້ນຳຂອງກະຊວງກໍ່ຄືຂອງແຂວງໃນການນຳພາເຮັດວຽກງານ 3 ສ້າງ, ແກ້ໄຂບັນຫາຕ່າງໆຢູ່ຂັ້ນຮາກຖານບ້ານ, ທ່ານຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະພະນັກງານກໍ່ສ້າງຮາກຖານທີ່ປະຈຳຢູ່ແຕ່ລະເຂດຈຸດສຸມຕ່າງໆຈົ່ງເອົາໃຈໃສ່ປຸກລະດົມໂຄສະນາ, ນໍາເອົານິຕິກໍາແນວທາງຂອງພັກລະບຽບກົດໝາຍຂອງລັດລົງໄປຈັດຕັ້ງເຜີຍແຜ່ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນເຂົ້າໃຈ ແລະ ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນເປັນຕົ້ນ: ເກັບກຳຄົນເຂົ້າອອກພາຍໃນບ້ານ, ຄົນມາພັກເຊົາ, ຄອບຄົວທີ່ຍົກຍ້າຍມາບໍ່ຖຶກຕ້ອງ, ການຖາງປ່າເຮັດໄຮ່ແບບສະຊາຍ, ບັນຫາລົດເຖື່ອນ, ອາວຸດເຖື່ອນ ແລະ ບັນຫາຢາເສບຕິດ, ເກັບກຳໃຫ້ໄດ້ເປົ້າໝາຍຄ້າຂາຍ, ເປົ້າໝາຍເສບຢາເສບຕິດ, ຂຶ້ນບັນຊີເປົ້າໝາຍໃຫ້ລະອຽດຊັດເຈນເພື່ອຊອກວິທີແກ້ໄຂບັນຫາຕ່າງໆໃຫ້ຫຼຸດໜ້ອຍຖອຍລົງ ເພື່ອເຮັດໃຫ້ແຂວງມີຄວາມສະຫງົບມີສະຖຽນລະພາບທາງດ້ານການເມືອງເວົ້າລວມເວົ້າສະເພາະເຂດຈຸດສຸມໃຈກາງຂອງແຂວງ ແລະຈຸດຫຼໍ້ແຫຼມໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະເສດຖະກິດມີການພັດທະນານັບມື້ນັບດີຂຶ້ນ.  

 ໂອກາດດັ່ງກ່າວຫົວໜ້າກອງບັນຊາການ ປກສ  ແຂວງບໍລິຄຳໄຊ ໄດ້ນຳເອົາອາຫານສຳເລັດຮູບຈຳນວນໜຶ່ງມາມອບໃຫ້ພະນັກງານກໍ່ສ້າງຮາກຖານປະຈຳຢູ່ແຕ່ລະເຂດຈຸດສຸມຕ່າງໆ ເພື່ອແກ້ໄຂຊິວິດການເປັນຢູ່ປະຈຳວັນອີກດ້ວຍ.

____________

ຂຽນໂດຍ: ພອນວິໄລ