ນະຄອນໄກສອນ ພົມວິຫານ ປະກາດປັບປຸງການຈັດຕັ້ງ

   ພິທີປະກາດຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງພາຍໃນນະຄອນໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ2020, ທີ່ສະໂມສອນຂອງນະຄອນໂດຍການ ເຂົ້າຮ່ວມຂອງ ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ, ມີທ່ານ ບົວສອນ ມະຫາວົງ ກໍາມະການພັກແຂວງຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຫ້ອງການອ້ອມຂ້າງນະຄອນ, ມີບັນດານາຍບ້ານພາຍໃນນະຄອນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ພິທີກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍານະຄອນວ່າດ້ວຍການແບ່ງງານຮັບຜິດຊອບ ແລະຊີ້ນໍາໃນບັນດາຄະນະປະຈໍາພັກນະຄອນທັງ 7 ສະຫາຍຄື: ສະຫາຍ ແສງ ທອງ ວັງແກ້ວມະນີ ເລຂາພັກນະຄອນເຈົ້ານະຄອນຮັບຜິດຊອບຊີ້ນໍາລວມ,ສະຫາຍ ກຸນາ ເຫຼື່ອມເທພາ ຮອງເລຂາພັກນະຄອນຊີ້ນໍາຂົງເຂດວຽກງານການເມືອງ-ແນວຄິດ, ຈັດຕັ້ງ-ພະນັກງານປະທານຄະນະປະສານງານປົກຄອງກົດໝາຍ, ສະຫາຍ ນາງ ບຸນທະລັງສີ ຄໍາມະນີວົງ ຮອງເລຂາພັກປະທານກວດກາພັກ-ລັດຊີ້ນໍາວຽກ ງານສະພາປະຊາຊົນ, ສະຫາຍ ສົມໝາຍ ສົງວິໄລ ຄະນະປະຈໍາພັກນະຄອນຮອງເຈົ້ານະຄອນຊີ້ນໍາວຽກງານຂົງເຂດເສດຖະກິດ, ສະຫາຍ ພັທ ຄໍາສີ ທູນທະວົງສັກ ຄະນະປະຈໍາພັກນະຄອນຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫົວໜ້າກອງບັນຊາການ ປກສ, ສະຫາຍ ສີທາ ສົງວິໄລ ຄະນະປະ ຈໍາພັກນະຄອນ ເປັນປະທານແນວ ລາວສ້າງຊາດຊີ້ນໍາອົງການຈັດຕັ້ງມະຫາຊົນ, ສະຫາຍ ບຸນຍໍ ວໍລະສັກ ຄະນະປະຈໍາພັກນະຄອນ ເປັນຫົວໜ້າຄະນະຈັດຕັ້ງ. ຈາກນັ້ນ, ກໍ່ໄດ້ຜ່ານມະຕິຕົກລົງວ່າດ້ວຍການແບ່ງງານຮັບຜິດຊອບພາຍໃນກໍາມະການພັກນະຄອນ 18 ສະຫາຍຄື: ສະຫາຍ ແຖ່ນແກ້ວ ພົມບິດາ ເປັນຮອງເຈົ້ານະຄອນຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ສະຫາຍ ນາງ ດວງຈັນ ແສນວິເສດ ເປັນປະທານສະຫະພັນແມ່ຍິງ, ສະຫາຍ ນາງ ວັນນາລີ ແກ້ວຫານາມ ເປັນຫົວໜ້າຄະນະໂຄສະນາ-ອົບ ຮົມ, ສະຫາຍ ຄໍາຕັນ ເພັດຊົມພູເປັນຫົວໜ້າຫ້ອງການແຮງງານ ແລະສະຫວັນດີການສັງຄົມ, ສະຫາຍ ນາງ ວິໄລຢາ ຊະນະວົງໄຊ ເປັນຫົວໜ້າຫ້ອງການສາທາລະ ນະສຸກ, ສະຫາຍ ພັທ ທອງດໍາ ເຫຼື່ອນແສງດີ ເປັນຫົວໜ້າການເມືອງກອງບັນຊາການ ປກຊ ນະຄອນສະຫາຍ ພູເງິນຈັນທະສອນ ເປັນຫົວໜ້າຫ້ອງວ່າການປົກ ຄອງ ນະຄອນ, ສະຫາຍ ອະນຸຊາ ໄກສອນ ເປັນຫົວໜ້າຫ້ອງການໂຍທາທິ ການ ແລະຂົນສົ່ງ, ສະຫາຍ ຄໍາສີ ເພັດ ໄຊຍະວົງ ເປັນຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າສະຫາຍ ນາງ ພອນໄຊ ຊະນະວົງໄຊ ເປັນຫົວໜ້າຫ້ອງການສຶກສາທິການ ແລະກີລາສະຫາຍ ສີຜາ ໄຊສົງຄາມ ເປັນເລຂາຄະນະບໍລິຫານງານຊາວ ໜຸ່ມ, ສະຫາຍ ປຸນລະນາກ ວັນນະລາດ ເປັນຫົວໜ້າຫ້ອງການພາຍໃນ, ສະຫາຍ ນາງ ສີບຸນເຮືອງ ບົວຜາ ເປັນຫົວໜ້າອົງການໄອຍະການປະຊາຊົນເຂດ I, ສະ ຫາຍ ອຸ່ນຄໍາ ຜິວພະຈັນ ເປັນຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້, ສະຫາຍ ນາງ ແສງທະວີ ປານປັນຍາ ເປັນປະທານສະຫະພັນກໍາມະບານ, ສະຫາຍ ສາດສະ ດາ ພິມມະຈັກ ເປັນຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສະຫາຍບຸຜາ ແກ້ວມາລາວົງ ຊີ້ນໍາກຸ່ມບ້ານທີ X ນາຍບ້ານໆ ໂພນສິມ ແລະສະຫາຍ ຂາວພອນ ກວ້າງບົວລີ ຊີ້ນໍາກຸ່ມບ້ານທີ VIII ນາຍບ້ານໆຊອກ.

  ນອກຈາກນັ້ນ,ກໍ່ໄດ້ແຕ່ງຕັ້ງ ທ່ານ ທູນ ໃສຈັນດີ ເປັນຫົວໜ້າຫ້ອງການຄຸ້ມຄອງ,ພັດທະນາ ແລະບໍລິຫານຕົວເມືອງ,ທ່ານ ພູວົງ ສີຫານຸວົງ ເປັນຫົວໜ້າຫ້ອງການແຜນການ ແລະການລົງທຶນ, ທ່ານ ຫວານເຢັນ ນັນສູນທະວົງ ເປັນຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ທ່ານ ອະນຸລັກ ໄນ່ນັນທະລາດ ເປັນຫົວໜ້າຫ້ອງການຍຸຕິທໍາທ່ານ ດາວວອນ ອິນສີຊຽງໃໝ່ ເປັນຮອງຫົວໜ້າຄະນະໂຄສະນາ-ອົບຮົມທ່ານ ສຸລິໄຊ ໄຊຍະໄກ ເປັນຮອງຫົວໜ້າຄະນະໂຄສະນາອົບ ຮົມທ່ານ ທິບ ພະມົນ ເປັນຮອງຫົວໜ້າຫ້ອງວ່າການປົກຄອງນະຄອນທ່ານ ບຸນທະວີ ຟອງທະວັນ ເປັນຮອງຫົວໜ້າຄະນະຈັດຕັ້ງທ່ານ ກ່ອງແກ້ວ ເກດຕະວົງ ເປັນຮອງຫົວໜ້າຫ້ອງການຍຸຕິທໍາ,ທ່ານ ປີໂຕລ້າ ຄູນສັກສີ ເປັນຮອງຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ. ພ້ອມນັ້ນກໍ່ອະນຸມັດພະນັກງານການນໍາຂອງນະ ຄອນພັກຜ່ອນລໍຖ້າຮັບອຸດໜູນບໍານານຄື: ທ່ານ ລໍາແກ້ວ ພະໄຊສົມບັດ ອະດີດຫົວໜ້າຄະນະຈັດຕັ້ງ,ທ່ານ ພົມມາ ພິມວົງສາ ຫົວໜ້າຄະນະໂຄສະນາ-ອົບຮົມ, ທ່ານ ສິງທອງ ວຽງແກ້ວປັນຍາ ຫົວໜ້າຫ້ອງການແຮງງານ ແລະສະຫວັດດີການສັງຄົມ, ທ່ານ ຄູນຄໍາ ບຸນມາ ຫົວໜ້າຫ້ອງການຄຸ້ມຄອງ, ພັດທະນາ ແລະບໍລິຫານຕົວເມືອງ ແລະທ່ານ ນາງ ພອນທິບອິນທິ ລາດ ຮອງຫົວໜ້າຄະນະໂຄສະນາອົບຮົມ.