10 ແຂວງ ປະກອບຄໍາເຫັນໃສ່ຮ່າງກົດໝາຍຍານພາຫະນະທາງບົກ

  ກະຊວງໂຍທາທິການ ແລະຂົນສົ່ງໄດ້ຈັດກອງປະຊຸມເປີດກວ້າງປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກຂຶ້ນໃນວັນທີ 1 ກໍລະກົດ 2020 ຢູ່ນະຄອນຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ, ມີຕາງໜ້າຈາກກະຊວງ, ມີຫົວໜ້າ-ຮອງຫົວໜ້າພະແນກ ຍທຂ ຈາກ 10 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
  ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ ກ່າວວ່າ: ຈຸດປະສົງຈັດກອງປະຊຸມເປີດກວ້າງປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສ້າງໃໝ່) ຂຶ້ນໃນຄັ້ງນີ້ກໍເພື່ອເຮັດໃຫ້ບັນດາແຂວງທີ່ເຂົ້າຮ່ວມຄື: ແຂວງຫົວພັນ, ຜົ້ງສາລີ, ໄຊສົມບູນ, ວຽງຈັນ, ຊຽງຂວາງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ແຂວງຫຼວງພະບາງໄດ້ເປັນເອກະພາບກັນໃນການປະຕິບັດມາດຕະການກ່ຽວກັບການຈັດຕັ້ງ, ເຄື່ອນໄຫວ, ຄຸ້ມຄອງ, ຕິດຕາມ ແລະ ກວດກາການຂຶ້ນທະບຽນ, ກໍານົດມາດຕະຖານເຕັກນິກລົດເປັນຄັນ, ການນໍາເຂົ້າຊິ້ນສ່ວນ ແລະ ອາໄຫຼ່ປ່ຽນຖ່າຍເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ປະສິດທິຜົນຮັບປະກັນໃຫ້ມີຄວາມຖືກຕ້ອງ ແລະໂປ່ງໃສແນໃສ່ຮັບປະກັນຄວາມປອດໄພທາງຫຼວງ, ຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງຊີວິດ, ຊັບສິນ,ຜົນປະໂຫຍດຂອງບຸກຄົນ ແລະສັງຄົມທັງຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຊື່ອມໂຍງກັບສາກົນ ແລະເປັນມິດຕໍ່ສິ່ງແວດລ້ອມ. ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ, ຜ່ານຮ່າງ, ໂຄງສ້າງ, ເນື້ອໃນກົດໝາຍວ່າດ້ວຍຍານພາຫະນະທາງບົກ ແລະໄດ້ຮ່ວມກັນປະກອບຄໍາຄິດເຫັນໃສ່ຮ່າງຄໍາຖາມຢ່າງກົງໄປກົງມາ.
   ສໍາລັບຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສ້າງໃໝ່) ມີທັງໝົດ 16 ພາກ, 25 ໝວດ ແລະ 132 ມາດຕາ ຊຶ່ງກອງປະຊຸມຈະໄດ້ປະກອບຄໍາເຫັນໃສ່ ຮ່າງກົດໝາຍຊຶ່ງຈະດໍາເນີນໄປ 3 ວັນ ຈິ່ງສໍາເລັດ (1-3 ກໍລະກົດ 2020).

______________

ຂ່າວ: ສີສຸວັນ, ໜັງສືພິມເສດຖະກິດ-ສັງຄົມ