ເມືອງປາກທາ ທຳລາຍປືນລ່າເນື້ອ ແລະຈັກສະຕິນ

  ເມື່ອອາທິດຜ່ານມາກອງເລຂາຄະນະສະເພາະກິດແກ້ໄຂປາກົດການຫຍໍ້ທໍ້ເມືອງປາກທາ ໄດ້ລົງຮັບພະນັກງານກໍ່ສ້າງຮາກຖານການເມືອງແກ້ໄຂປາກົດການຫຍໍ້ທໍ້ຢູ່ບ້ານຜາຄອຍ ເມືອງປາກທາ ພ້ອມທັງທຳລາຍປືນລ່າເນື້ອ ແລະຈັກສະຕິນທີ່ນຳໃຊ້ບໍ່ຖືກຕ້ອງຕາມລະບຽກົດໝາຍ, ເຂົ້າຮ່ວມມີທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງປະທານກວດ ກາພັກ-ລັດເມືອງປາກທາ, ມີທີມງານສະເພາະກິດ, ອຳນາດການປົກຄອງ, ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
  ທ່ານ ສົມສິດ ລາດຊະວົງ ຫົວໜ້າຄະນະສະເພາະກິດລົງແກ້ໄຂປາກົດການຫຍໍ້ທໍ້ຢູ່ບ້ານຜາຄອຍໄດ້ລາຍງານວ່າ: ຜ່ານການລົງຈັດຕັ້ງປະຕິບັດຕົວຈິງເປັນໄລຍະເວລາ 1 ອາທິດ ທາງທີມງານຄະນະສະເພາະກິດໄດ້ຮ່ວມກັບອົງການຈັດຕັ້ງບ້ານເຕົ້າໂຮມພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງການເຜີຍແຜ່ເອກະສານຄຳສັ່ງ ແລະນິຕິກຳຕ່າງໆ ເປັນຕົ້ນແມ່ນ: ກົດໝາຍປ່າໄມ້,ກົດໝາຍຢາເສບຕິດ ແລະອື່ນໆ. ເພື່ອສຶກສາອົບຮົມ ແລະ ອະທິບາຍເຖິງບັນດາປາກົດການຫຍໍ້ທໍ້ຕ່າງໆ ໃຫ້ພໍ່ແມ່ປະຊາຊົນ ພ້ອມໃຈກັນຍິນຍອມເອົາເຄື່ອງດັ່ງກ່າວມາມອບດ້ວຍຄວາມສະໝັກໃຈ, ຜ່ານການຮັບຟັງເຊື່ອມຊຶມເອກະສານນິຕິກຳຕ່າງໆ, ມີປະຊາຊົນຈຳນວນໜຶ່ງສະໝັກໃຈຍິນ ຍອມມອບປືນລ່າເນື້ອໃຫ້ກັບທີມງານສະເພາະກິດຈຳນວນ 23 ກະບອກ, ຈັກສະຕິນ 16 ເຄື່ອງ, ດັ່ງນັ້ນຄະນະທີມງານຈຶ່ງໄດ້ເຮັດບົດບັນທຶກສຶກສາອົບຮົມຕ່າງໆ ໃຫ້ກັບປະຊາຊົນຈຳນວນດັ່ງກ່າວເພື່ອບໍ່ໃຫ້ມີການນຳໃຊ້ເຄື່ອງເຫຼົ່ານັ້ນໃນຕໍ່ໜ້າທີ່ຜິດກັບລະບຽບກົດໝາຍ.