ສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານ ທຫລ

   ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ VIII ສໍາເລັດລົງຢ່າງຈົບງາມໃນວັນທີ 27 ມິຖຸນາ 2020 ທີ່ສະໂມ ສອນສະຖາບັນການທະນາຄານໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະພັກ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ຜູ້ວ່າການ ທຫລ; ສະຫາຍ ວັນນາ ດວງພະຈັນ ຮອງປະທານສູນກາງສະຫະພັນກໍາມະບານລາວ; ພ້ອມນີ້, ກໍ່ມີຜູ້ຕາງໜ້າຄະນະກໍາມະບານຈາກຂະແໜງການກ່ຽວ ຂ້ອງ, ຄະນະອຳນວຍການທະນາຄານທຸລະກິດ, ຜູ້ຕາງໜ້າຈາກອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ທຫລ ແລະຜູ້ແທນກໍາມະບານຈາກຮາກຖານຂຶ້ນກັບເຂົ້າຮ່ວມ.
  ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄວາມເຫັນ ແລະເປັນເອກະພາບຮັບຮອງເອົາບົດລາຍງານການເມືອງທີ່ສະເໜີໂດຍສະຫາຍນາງ ຂັນແກ້ວ ຫຼ້າມະນີ ເງົາປະ ທານສະຫະພັນກໍາມະບານ ທຫລ ຊຶ່ງໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທີ່ຜ່ານມາໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານດ້ວຍການເຊື່ອມຊຶມແນວທາງແຜນນະໂຍບາຍ,ມະຕິກອງປະຊຸມໃຫຍ່ຂອງຂັ້ນເທິງ,ລະບຽບກົດໝາຍແລະວັນປະຫວັດສາດສໍາຄັນຕ່າງໆ. ຜ່ານການສຶກສາອົບຮົມເຮັດໃຫ້ຖັນແຖວພະນັກງານ-ສະມາຊິກກຳມະບານມີຄວາມຕື່ນຕົວທາງດ້ານການເມືອງ, ເຊື່ອໝັ້ນ ແລະ ເປັນເອກະພາບສູງຕໍ່ແນວທາງນະໂຍ ບາຍຂອງພັກ, ພ້ອມກັນເຊີດຊູສະຕິເປັນເຈົ້າຕົນເອງ, ເສີມຂະຫຍາຍລັກສະນະດີເລີດຂອງຊົນຊັ້ນກຳມະກອນໂດຍສະເພາະນໍ້າໃຈເສຍສະຫຼະເພື່ອສ່ວນລວມ, ມີລະບຽບວິໄນເຂັ້ມງວດ ແລະບຸກບືນເອົາໃຈໃສ່ພັດທະນາຄວາມຮູ້ຄວາມສາມາດຂອງຕົນເປັນກຳລັງແຮງສັງລວມຈັດຕັ້ງຜັນຂະຫຍາຍບັນດາມະຕິຄໍາສັ່ງຂອງຂັ້ນເທິງເຂົ້າໃນວຽກ ງານຕົວຈິງ.
   ປະຈຸບັນທົ່ວສະຫະພັນກໍາມະບານ ທຫລ ມີສະມາຊິກກຳມະບານທັງໝົດ 4.125 ສະຫາຍ ໃນນີ້ມີນັກສຶກສາ 1.058 ສະຫາຍ; ສະມາຊິກໃນຂົງເຂດຮາກຖານທະນາຄານລັດມີ 3.900 ສະຫາຍ ກວມ 94,64% ຂອງພະນັກງານທັງໝົດ. ໄປຄຽງຄູ່ກັບການປັບປຸງການຈັດຕັ້ງໃຫ້ເຂັ້ມແຂງທາງດ້ານຄຸນນະພາບແລ້ວຍັງໄດ້ ເອົາໃຈໃສ່ວຽກງານຂະຫຍາຍການຈັດຕັ້ງຮາກຖານໄປສູ່ຂົງເຂດທະນາຄານທຸລະກິດເອກະຊົນ, ເຄື່ອນໄຫວເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບການຕ່າງໆ, ຊຸກຍູ້ການສ້າງຕັ້ງຫົວໜ່ວຍກຳມະບານຢູ່ທະນາຄານເອກະຊົນ, ທະນາຄານຮ່ວມທຶນກັບຕ່າງປະເທດເຮັດໃຫ້ຄະນະນຳຂອງທະນາຄານດັ່ງກ່າວເຫັນໄດ້ຄວາມສຳຄັນຂອງການຈັດຕັ້ງກຳມະບານ ແລະພິຈາລະນາຄວາມເປັນໄປໄດ້ໃນການຈັດຕັ້ງໜ່ວຍ ຫຼືຮາກຖານກຳມະບານຂຶ້ນໃນທະນາຄານຂອງຕົນໃນອະນາຄົດ.
  ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກ ທຫລ, ສະຫະພັນກຳມະບານ ທຫລ ໄດ້ເອົາໃຈໃສ່ຊີ້ນໍາບັນດາກຳມະບານຮາກຖານໃຫ້ເຄື່ອນໄຫວຕາມພາລະບົດ ບາດຂອງຕົນ, ລົງເລິກຊີ້ນຳ-ນຳ ພາສະມາຊິກກໍາມະບານປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະຢ່າງຫ້າວຫັນໂດຍການຮັກສາສະຖຽນລະພາບເງິນ ຕາ ແລະອັດຕາແລກປ່ຽນໃຫ້ມີຄວາມສະຫງົບປົກກະຕິ, ສ້າງ ແລະປັບປຸງບັນດານິຕິກຳທີ່ຕິດພັນກັບຂົງເຂດທະນາຄານ ແລະສະຖາບັນການເງິນ, ຄຸ້ມຄອງທະນາຄານທຸລະກິດຕາມຫຼັກການບາເຊວ, ຍົກລະດັບການບໍລິການ, ການຊໍາລະສະສາງຂອງທະນາຄານໃຫ້ທັນສະໄໝ, ສະດວກ, ປອດໄພ, ສະໜອງສິນເຊື່ອແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃນການຜະລິດເປັນສິນຄ້າ, ສິນເຊື່ອທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs), ການລົງທຶນກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ ແລະອື່ນໆ. ນອກຈາກນັ້ນສະມາຊິກກໍາມະບານຍັງປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງສະຖາບັນການເງິນ, ພັດທະນາຕະຫຼາດທຶນ, ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະວຽກງານອື່ນໆ ຕາມທິດທາງແຜນການຂອງຄະນະພັກ ທຫລ ກໍານົດອອກໃນແຕ່ລະໄລຍະ.
   ຜ່ານການປະຕິບັດຄືດັ່ງກ່າວເຮັດໃຫ້ກົງຈັກການຈັດຕັ້ງກໍາມະບານ ທຫລ ຂະຫຍາຍຕົວກວ້າງຂວາງ ແລະ ໜັກແໜ້ນເຂັ້ມແຂງທາງດ້ານແບບແຜນວິທີເຮັດວຽກແລະວິທີນໍາພາ, ມີແບບແຜນການຕິດຕາມກວດກາຢ່າງເປັນລະບົບສາມາດປະກອບສ່ວນເຂົ້າໃນການເຮັດສໍາເລັດວຽກງານວິຊາສະເພາະດ້ວຍດີສະເໝີມາ. ກອງປະຊຸມຍັງສະເໜີຂໍ້ຄົງຄ້າງ, ວິທີການແກ້ໄຂໃນຜ່ານມາ ແລະທິດທາງແຜນການໃນ 5 ປີຕໍ່ໜ້າ.
  ກອງປະຊຸມໃຫຍ່ຍັງພ້ອມກັນໃຊ້ສິດປະຊາທິປະໄຕເລືອກເອົາຄະນະສະຫະພັນກໍາມະບານ ທຫລ ຊຸດໃໝ່ ປະກອບ ດ້ວຍ 17ສະຫາຍ ເພື່ອເປັນແກນນໍາໃນການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ ແລະນໍາພາວຽກງານກໍາມະບານຂະແໜງການທະນາຄານກ້າວເຂົ້າສູ່ຄວາມສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ; ກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍນາງ ຂັນແກ້ວ ຫຼ້າມະນີເງົາ ເປັນປະທານສະຫະພັນກໍາມະບານ ທຫລ; ເລືອກເອົາຮອງປະ ທານ 3 ຄົນ ປະກອບດ້ວຍສະຫາຍ ເສີມທະວີ ສີຫາຝົນ ເປັນຜູ້ປະຈໍາການ, ສະຫາຍ ສຸກັນ ຈັນທະວົງ ປະທານກວດກາ ແລະສະຫາຍ ວຽງສຸກ ຈຸນທະວົງ.
   ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກສະຫາຍເລຂາຄະນະພັກ ທຫລ ແລະ ສະຫາຍຮອງປະທານສູນກາງສະຫະພັນກໍາມະບານລາວທີ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາ ຂອງຄະນະສະຫະພັນກໍາມະບານ ທຫລ ຊຸດເກົ່າໃນການນໍາພາສະມາຊິກກໍາມະບານໃນທົ່ວຂະແໜງການທະນາຄານປະຕິບັດໜ້າທີ່ການເມືອງສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ. ພ້ອມນັ້ນ, ຍັງໃຫ້ທິດຊີ້ນໍາອັນມີຄຸນຄ່າໃຫ້ແກ່ການເຄື່ອນໄຫວຊີ້ນໍາ-ນໍາພາ ຂອງຄະນະກໍາມະບານຊຸດໃໝ່ສືບຕໍ່ເສີມຂະ ຫຍາຍຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ, ສືບຕໍ່ແກ້ໄຂຂໍ້ຄົງຄ້າງໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຮຽກຮ້ອງມາຍັງຄະນະກໍາມະບານຂັ້ນຕ່າງໆ ພ້ອມດ້ວຍສະມາຊິກກໍາມະບານຈົ່ງພ້ອມກັນຄົ້ນຄວ້າເຊື່ອມຊຶມເນື້ອໃນຈິດໃຈຂອງມະຕິກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເປັນແຜນງານ-ໂຄງການລະອຽດ ແລະຈັດຕັ້ງປະຕິ ບັດໃຫ້ປະກົດຜົນເປັນຈິງໃນຂັ້ນຕໍ່ໄປ.

______________

ຂຽນໂດຍ: ຣັດສະໝີ ດວງສັດຈະ     

ພາບ ແລະຂ່າວ: ໜັງສືພິມເສດຖະກິດ-ສັງຄົມ