ກາເຟສົດທ່າແຕງ ຮັບກາໝາຍ ສິນຄ້າໝຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ

  ກຸ່ມຜະລິດ ແລະປຸງແຕ່ງກາເຟສົດ ບ້ານຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ ໄດ້ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ຂະນະທີ່ໄດ້ຈັດພິທີປະກາດສິນຄ້າດັ່ງກ່າວໃນທ້າຍເດືອນມິຖຸນາ 2020 ທີ່ສະໂມສອນຂອງເມືອງໂດຍມີ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງໆ ທ່າແຕງ, ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ, ມີຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະຂັ້ນເມືອງຕະຫຼອດຮອດກຸ່ມຜະລິດເຂົ້າຮ່ວມ.

ທ່ານ ຈັນເພັງ ກຸນລະວົງ ຫົວໜ້າຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ, ກາງ ແລະການຄ້າພະແນກອຸດສາຫະກໍາແລະການຄ້າແຂວງເຊກອງໄດ້ຊີ້ແຈງໃຫ້ເຫັນໃນໃບສັນຍາການນຳໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໂອດ໋ອບ (ODOP) ລະຫວ່າງກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຝ່າຍທີ່ເປັນເຈົ້າຂອງກາໝາຍໂອດ໋ອບ(ODOP) ແຫ່ງຊາດ ແລະ ນາງ ໜູສະລິດ ທິລາດ ເຈົ້າຂອງຜະລິດຕະພັນໂຮງງານປຸງແຕ່ງກາເຟສົດບ້ານຫ້ວຍຊາຍເມືອງທ່າແຕງ ເອີ້ນວ່າຝ່າຍເປັນຜູ້ທີ່ໃຊ້ກາໝາຍໂອດ໋ອບ (ODOP) ແຫ່ງຊາດ, ທັງສອງຝ່າຍໄດ້ຕົກລົງເຊັນສັນຍາສະບັບນີ້ໂດຍແຕ່ລະຝ່າຍມີພັນທະລະອຽດຈະແຈ້ງເພື່ອປັນບ່ອນອີງໃຫ້ທັງສອງຝ່າຍໃນການນຳໃຊ້ກາໝາຍໂອດ໋ອບ (ODOP).

  ແຫ່ງຊາດ, ກວດກາການນຳໃຊ້ກາໝາຍເພື່ອໃຫ້ສອດຄ່ອງຕາມມາດຕະຖານ, ເງື່ອນໄຂ ແລະລະບຽບການນຳໃຊ້ກາໝາຍໂອດ໋ອບແຫ່ງຊາດທີ່ວາງໄວ້, ແນໃສ່ການຮັບຮອງເອົາກາເຟສົດທ່າແຕງຂອງກຸ່ມຜະລິດແລະປຸງແຕ່ງກາເຟສົດບ້ານຫ້ວຍຊາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດໂອດ໋ອບ (ODOP) ຂອງເມືອງທ່າແຕງຄັ້ງນີ້, ທັງເປັນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຂະໜາດນ້ອຍໃຫ້ມີຄວາມເຂັ້ມແຂງໂດຍສະເພາະແມ່ນການຜະລິດສິນຄ້າໂດຍການແປຮູບຜະລິດຕະພັນກະສິກໍາມາເປັນຜະລິດຕະພັນອຸດສາຫະກຳປຸງແຕ່ງຂະໜາດນ້ອຍ, ສາມາດສ້າງມູນຄ່າເພີ່ມໃຫ້ໄດ້ລາຄາສູງ, ມີຕະຫຼາດຮອງຮັບທີ່ຍືນຍົງ, ເປັນຜະລິດຕະພັນໃນແບບໃໝ່ຂອງເມືອງ, ນອກນີ້ຍັງໄດ້ສ້າງອາຊີບວຽກເຮັດງານທຳແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ,ກາເຟສົດທ່າແຕງເປັນກາເຟທີ່ປູກແບບທຳມະຊາດ, ປອດສານພິດມາແປຮູບເປັນຜະລິດຕະພັນສິນຄ້າທີ່ເນັ້ນຄຸນນະພາບ ແລະຄວາມສະອາດປອດໄພ, ມີສັບພະຄຸນດີຕໍ່ຮາງກາຍ, ການຫຸ້ມຫໍ່ສາມາດຮັກສາໄວ້ໄລຍະຍາວ, ປະຈຸ ບັນກາເຟສົດທ່າແຕງໄດ້ວາງຂາຍຢູ່ພາຍໃນໂຮງງານປຸງແຕ່ງກາເຟສົດ ແລະໃນຕໍ່ໜ້າຈະສືບຕໍ່ຊອກຫາຕະຫຼາດພາຍໃນເມືອງອ້ອມຂ້າງ ແລະຕ່າງແຂວງເພື່ອຈໍາໜ່າຍ.

ໂອກາດນີ້ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນແຂວງໃຫ້ກຽດມອບໃບນໍາໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ທ່ານ ນາງ ໜູ ສະລິດທິລາດ ເຈົ້າຂອງຜະລິດຕະພັນໂຮງງານປຸງແຕ່ງກາເຟສົດບ້ານຫ້ວຍຊາຍເມືອງທ່າແຕງ ແຂວງເຊກອງຕາມໃບອະນຸຍາດຂອງກົມສົ່ງເສີມການຄ້າກະຊວງອຸດສາຫະກໍາ ແລະການຄ້າໃຫ້ກຽດຮັບໂດຍທ່ານ ນາງ ໜູ ສະລິດທິລາດ ເຈົ້າຂອງຜະລິດຕະພັນໂຮງງານປຸງແຕ່ງກາເຟສົດໂດຍຊ້ອງໜ້າທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງໆທ່າແຕງພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

______________

ຂ່າວ: ພອນ ບຸນອຸທິດ, ໜັງສືພິມເສດຖະກິດ-ສັງຄົມ