ອາດສະພອນ ທຳລາຍຊາ ແລະຢາຝິ່ນ 470 ກິໂລກຣາມ

  ໃນວັນທີ 26 ມິຖຸນາຜ່າມາ ທີ່ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຢາເສບຕິດປະເພດຊາ ແລະຢາຝິ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ບົວລີ ຈັນສີ ຮອງເລຂາພັກເມືອງປະທານກວດກາພັກ-ລັດເມືອງ, ມີທ່ານ ພັທ ໝອນຄຳ ກິ່ນທະວົງສັກ ຫົວໜ້າກອງບັນຊາການ ປກສ ເມືອງ, ບັນດາທ່ານກຳມະການພັກເມືອງພ້ອມດ້ວຍຫົວໜ້າ ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

  ໃນພິທີ, ທ່ານ ພັຕ ແອນ້ອຍ ແກ້ວດວງສິນ ຄະນະກອງບັນຊາການ ປກສ ເມືອງກໍ່ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກໍ່ຄືປະຈຸບັນພັກ ແລະລັດຖະບານເຮົາໄດ້ຖືເອົາການຄວບຄຸມ, ສະ ກັດກັ້ນ, ຕ້ານ ແລະແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສຳຄັນ ແລະໄດ້ຊີ້ນຳໆ ພາຈັດຕັ້ງປະຕິບັດວຽກງານຢ່າງຈິງຈັງຕະຫຼອດມາຕໍ່ບັນຫາດັ່ງກ່າວ, ໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນຜູ້ທີ່ເປັນໜໍ່ແໜງປະເທດຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະຜົນຮ້າຍຂອງຢາເສບຕິດ,ໂດຍຮູບການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະມະຕິຄຳສັ່ງຂອງພັກ-ລັດກ່ຽວກັບຢາເສບຕິດຢ່າງຕໍ່ເນື່ອງ ແລະ ເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍລົງ ແລະ ໝົດໄປຈາກສັງຄົມ, ໂອກາດນີ້ທາງເຈົ້າໜ້າທີ່ຈຶ່ງໄດ້ນຳຂອງກາງໃນຄະດີຢາເສບຕິດທີ່ຢຶດມາໄດ້ ເພື່ອມາທຳລາຍຖິ້ມປະກອບມີ: ຊາດິບຈຳນວນ 454 ກິໂລກຣາມ ແລະຝິ່ນ 16 ກິໂລກຣາມ.