ອັດຕະປື ສະໜອງງົບ 100 ລ້ານກວ່າກີບ ຊື້ໂທລະໂຄ່ງໃຫ້ 5​ ເມືອງ

  ເພື່ອປະກອບສ່ວນໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງອັດຕະປື ໄດ້ປະຕິບັດໜ້າທີ່ໃນການເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງນະໂນບາຍ, ລະບຽບການຕ່າງໆຂອງພັກ-ລັດ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ແລະກະກຽມຄວາມພ້ອມຮັບມືໄດ້ທັນສະພາບການນັ້ນແຂວງອັດຕະປືໄດ້ສະໜອງງົບປະມານງວດທີ I ປະຈຳປີ 2020 ມູນຄ່າ 100 ລ້ານກວ່າກີບ ຈັດຊື້ລະບົບໂທລະໂຄ່ງຈຳນວນ 8 ຊຸດ ປະກອບໃຫ້ 5 ເມືອງຕື່ມອີກຊຶ່ງມີຈຳນວນ 8 ບ້ານຈະໄດ້ຮັບການຕິດຕັ້ງລະບົບໂທລະໂຄ່ງພ້ອມທັງຝຶກອົບຮົບດ້ານເຕັກນິກການນໍາໃຊ້ໃຫ້ເຂົ້າລະບົບຕາມລະບຽບການ.
  ພິທີມອບ-ຮັບ ໂທລະໂຄ່ງໃນຈຳນວນ 8 ຊຸດນີ້ ແມ່ນໄດ້ມີຂຶ້ນໃນວັນທີ 29 ມິຖຸນາ2020 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຕາງໜ້າອຳນາດ ການປົກຄອງແຂວງກ່າວມອບໂດຍແມ່ນທ່ານ ສຸລິສັກ ເດດພະຈັນ ຮອງຫົວໜ້າຫ້ອງວ່າການປົກແຂວງ ແລະກ່າວຮັບໂດຍແມ່ນ ທ່ານ ນາງ ບຸນນານ ບຸນນະແສງ ຫົວ ໜ້າພະແນກ ຖວທ ແຂວງພ້ອມດ້ວຍຄະນະນຳທັງສອງພາກສ່ວນເຂົ້າຮ່ວມເປັນພິຍານ.
   ອຸປະກອບໂທລະໂຄ່ງທີ່ທາງອຳນາດການປົກຄອງແຂວງສະໜອງງົບປະມານຈັດຊື້ຊຸດທີ I ສົກ ປີ 2020 ນີ້ ຊຶ່ງທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຈະໄດ້ມອບໃຫ້ 5 ເມືອງດັ່ງນີ້: ເມືອງສາມັກຄີໄຊ ປະກອບມີ 2 ຊຸດ, ມີ 2 ບ້ານຄື: ບ້ານເຊກອງ ແລະບ້ານກະຍື; ເມືອງໄຊເສດຖາ ປະກອບມີ 1 ຊຸດ, ມີ 1 ບ້ານຄື: ບ້ານໃຫຍ່ອຸດົມ; ເມືອງສະໜາມໄຊ ມີ 2 ຊຸດ, ມີ 2 ບ້ານຄື: ບ້ານໜອງໝ່ວງ ແລະບ້ານມັດກາ; ເມືອງຊານໄຊ ປະກອບມີ 1 ຊຸດ, ມີ 1 ບ້ານຄື: ບ້ານຕາກປອກເກົ່າ; ເມືອງພູວົງ ປະກອບມີ 2 ຊຸດ, ມີ 2 ບ້ານຄື: ບ້ານຄໍາວົງສາ ແລະ ບານສົມພູ, ອຸປະກອນໂທລະໂຄ່ງປະກອບມີເຄື່ອງຂະຫຍາຍສຽງ, ເຄື່ອງຮັບວິທະຍຸ,ປາກໂທລະໂຄ່ງ, ໝໍ້ແປງ,ຊຸດໄມໂຄໂຟນ, ປັກສຽບໄຟຟ້າ, ອຸປະກອນກັນຟ້າຜ່າ ແລະສາຍໂທລະໂຄ່ງ. ຫວັງວ່າຂະແໜງການກ່ຽວຂ້ອງຂັ້ນແຂວງ-ເມືອງ, ອຳນາດການປົກຄອງຂັ້ນບ້ານຈົ່ງໄດ້ຊຸກຍູ້ ແລະຕິດຕາມການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດໃນຂັ້ນບ້ານໃຫ້ຖືກຕ້ອງ ແລະເປັນປະຈຳຕໍ່ເນື່ອງ, ສ້າງແຜນຜັງອອກອາດກາດເຜີຍແຜ່ຂໍ້ມູນຂ່າວສານໃນແຕ່ລະວັນໃຫ້ເປັນປົກກະຕິພ້ອມທັງເອົາໃຈໃສ່ນຳໃຊ້ເຄື່ອງດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ ແລະຄຸ້ມ ຄອງປົກປັກຮັກສາໃຫ້ຊົມໃຊ້ໄດ້ຢ່າງຍາວນານ, ໃນການສະໜອງງົບປະມານຂອງແຂວງກ່ຽວກັບການຈັດຊື້ໂທລະໂຄ່ງຖ້າໄດ້ໃນງວດທີ 2 ນັ້ນ ຄາດວ່າອາດຈະໄດ້ຄົບໝົດທຸກບ້ານໃນທົ່ວແຂວງອັດຕະປື.

____________

ຂ່າວ: ມາລາທິບ,  ໜັງສືພິມເສດຖະກິດ-ສັງຄົມ