ອີໂອສຕໍລ ເປີດສູນຈຳໜ່າຍເຄື່ອງກິລາຄົບວົງຈອນ

ວັນທີ 8 ກຸມພາຜ່ານມາ ອີໂວ໌ສຕໍລ໌ ເປີດເປັນທາງການສູນຈຳໜ່າຍເຄື່ອງກີລາອຸປະກອນຈາກຕ່າງປະເທດ ແລະ ຍັງເປັນຜູ້ຜະລິດຈຳໜ່າຍແບຣນເຄື່ອງກີລາລາວ ໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາພ້ອມດ້ວຍພາກສ່ວນກ່ຽວຂ້ອງສິລະປິນລາວ ແລະສື່ມວນຊົນເຂົ້າຮ່ວມ.

ໂອກາດ ດັ່ງກ່າວ ທ່ານ ສີສະຫວັນ ມ່າຍິງເຊີນ ກ່າວວ່າ: ຮ້ານ ອີໂວ໌ສຕໍລ໌ (EVO STORE) ສູນຈຳໜ່າຍອຸປະ ກອນ ແລະເຄື່ອງກີລາຈາກຕ່າງປະເທດ ໄດ້ນຳເອົາອຸປະກອນ ແລະເຄື່ອງນຸ່ງກີລາ ຈາກປະເທດໄທ ຫຼາຍກວ່າ 10 ແບຣນ ແລະ 100 ກວ່າລາຍການມາຈຳໜ່າຍຢູ່ ສປປ ລາວ ຊຶ່ງຮ້ານດັ່ງກ່າວຕັ້ງຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

  ສູນຈຳໜ່າຍອຸປະກອນ ແລະເຄື່ອງກີລາຈາກຕ່າງປະເທດຕັ້ງເປົ້າໃນທຸລະກິດເສື້ອຜ້າກີລາດ້ວຍການຜະລິດ ແລະ ນຳເຂົ້າຄັດເລືອກຜະລິດຕະພັນທີ່ສ້າງສັນອອກແບບທີ່ທັນສະໄໝຕາມຍຸກຕາມກະແສມີຄຸນນະພາບສູງກວ່າຕະຫຼາດທົ່ວໄປແຕ່ລາຄາຈັບຕ້ອງໄດ້ພ້ອມບໍລິການທີ່ວ່ອງໄວຕອບໂຈດລູກຄ້າຄົບວົງຈອນ. ພ້ອມດຽວກັນນັ້ນເພື່ອຕອບໂຈດແກ່ເປົ້າໝາຍດັ່ງກ່າວຮ້ານ ອີໂວ໌ສຕໍລ໌ ຈິ່ງມຸ່ງໝັ້ນພັດທະນາເພື່ອສ້າງມາດຕະຖານຂະບວນການຜະລິດ, ນຳເຂົ້າເຄື່ອງຈັກຄົບວົງຈອນສາມາດສະໜອງກຳລັງການຜະລິດ ແລະອື່ນໆ.

  ປະຈຸບັນຮ້ານ ອີໂວ໌ສຕໍລ໌ ມີ 4 ສາຂາ ໃນຂອບເຂດທົ່ວປະເທດເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະ ເຂດ. ລູກຄ້າທ່ານໃດມີຄວາມສົນໃຈຢາກໄດ້ອຸປະກອນ ແລະເຄື່ອງນຸ່ງກີລາຕ່າງໆສາມາດສັ່ງຈອງສິນຄ້າໄດ້ທາງອອນລາຍເປັນຕົ້ນ ເວັບໄຊ (www .evost orelao.com), facebook page,line@, whatsapp ຫຼື ສາມາດເຂົ້າໄປເລືອກຊື້ໄດ້ທີ່ຮ້ານໂດຍກົງ.

ຂ່າວ: ບຸນນິກ - ນສພ ເສດຖະກິດ-ສັງຄົມ