ເມືອງໄຊຍະບູລີ ເຊັນສັນຍາຊື້-ຂາຍເຄື່ອງອົບ ແລະເຄື່ອງຄັດເມັດພັນເຂົ້າ

 ເມື່ອວັນທີ 24 ມິຖຸນາ 2020 ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາຊື້-ຂາຍເຄື່ອງອົບ ແລະເຄື່ອງຄັດລະຫວ່າງຫ້ອງການກະສິກຳ ແລະປ່າໄມ້ເມືອງໄຊຍະບູລີ ແລະຮ້ານສົມພະໄພການຊ່າງຂຶ້ນ, ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານວິຊາການ, ຜູ້ສະໜອງສິນຄ້າພ້ອມດ້ວຍກຸ່ມຊາວນາເຂົ້າຮ່ວມ.
  ທ່ານ ບົວລຽນ ຄູນປະເສີດ ວິຊາການໜ່ວຍງານປູກຝັງຫ້ອງການກະສິກຳ ແລະປ່າໄມ້ເມືອງໄດ້ຂຶ້ນຜ່ານຮ່າງສັນຍາຊື້-ຂາຍບາງຕອນທ່ານກ່າວວ່າ: ອີງຕາມການສັ່ງຊື້ເຄື່ອງອົບ ແລະເຄື່ອງຄັດເມັດພັນເຂົ້າຂອງຫ້ອງການກະສິກຳ ແລະປ່າໄມ້ເມືອງໄຊຍະບູລີ (ຕາງໜ້າກຸ່ມຜະລິດແນວພັນເຂົ້າບ້ານນາລາ) ທັງສອງຝ່າຍໄດ້ຕົກລົງເຮັດສັນ ຍາຊື້-ຂາຍເຄື່ອງອົບ ແລະ ເຄື່ອງຄັດເມັດພັນເຂົ້າໃນລາຄາມູນຄ່າ152 ລ້ານກີບ, ໃນນີ້ເຄື່ອງອົບເມັດພັນເຂົ້າຂະໜາດ 3.000 ກິໂລກຣາມຕໍ່ 26-36 ຊົ່ວໂມງ 1 ເຄື່ອງມູນຄ່າ 112 ລ້ານກີບ, ເຄື່ອງຄັດເມັດພັນເຂົ້າຂະໜາດ 600-800 ກິໂລກຣາມຕໍ່ຊົ່ວໂມງ, ລະບົບໄຟຟ້າ 3 ເຟດ, 380 ໂວນ, 10 ແຮງມ້າ 1 ເຄື່ອງມູນຄ່າ 40 ລ້ານກີບ, ເຈົ້າຂອງໂຄງການ (ຜູ້ຊື້) ເຫັນດີຊຳລະເງິນຊື້ເຄື່ອງອົບ ແລະເຄື່ອງຄັດເມັດພັນເຂົ້າໃຫ້ແກ່ຜູ້ສະໜອງສິນຄ້າທີ່ໄດ້ປະຕິບັດຕາມເງື່ອນໄຂ ແລະຖືກຕ້ອງຕາມມາດຖານທີ່ກຳນົດໄວ້, ການຊຳລະຄ່າເຄື່ອງອົບ ແລະ ເຄື່ອງຄັດແນວພັນເຂົ້າໃຫ້ຜູ້ສະໜອງສິນຄ້າແມ່ນຜູ້ຊື້ຕ້ອງໄດ້ຊຳລະໃຫ້ຜູ້ຂາຍກ່ອນລ່ວງໜ້າ 50% ເທົ່າກັບ 76 ລ້ານກີບ ພາຍຫຼັງທີ່ດຳເນີນການຕິດຕັ້ງເຄື່ອງອົບ ແລະເຄື່ອງຄັດສຳເລັດ ແລະທົດລອງການນຳໃຊ້ງານແລ້ວເຈົ້າຂອງໂຄງການ ຫຼືຜູ້ຊື້ຕ້ອງຊຳລະໃຫ້ຕື່ມອີກ 40% ຕົກເປັນມູນຄ່າ 60,8 ລ້ານກວ່າກີບ). ສ່ວນຍັງອີກ10% ມູນຄ່າ 15 ລ້ານກວ່າກີບ ຜູ້ຊື້ຈະຕ້ອງໄດ້ຈ່າຍພາຍຫຼັງໝົດກຳນົດໄລຍະຄຳປະກັນສິນຄ້າຖ້າເຄື່ອງຫາກບໍ່ເປເພ່ເສຍຫາຍ.
  ຈາກນັ້ນໃນພິທີກໍ່ໄດ້ສັນຍາການຊື້ຂາຍລະຫວ່າງທ່ານ ຄຳພອນ ສິງງາມ ກຳມະການພັກເມືອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຕາງໜ້າອົງການປົກຄອງເມືອງ (ຜູ້ຊື້) ແລະທ່ານ ນາງ ສົມປະໄທ ຮ້ານສົມປະໄທການຊ່າງ (ຜູ້ສະໜອງສີນຄ້າ) ໂດຍມີທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ພ້ອມດ້ວຍພະ ນັກງານທີ່ກ່ຽວຂ້ອງທັງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

_______________

ຂ່າວ: ສົມພົງ ສີສະຫວັດ, ໜັງສືພິມເສດຖະກິດ-ສັງຄົມ