ສວນພຸໄທທີລະ ຈັດງານບຸນໄຂປະຕູເລົ້າ

   ໃນວັນທີ 10 ກຸມພາ 2019, ສວນພຸໄທທີລະໄດ້ຈັດງານບຸນຮ່ວມໃຈມິດພຸໄທ ບຸນໄຂປະຕູເລົ້າ ຫຼື ປີໃໝ່ຊາວພຸໄທ ເພື່ອສ້າງຂະບວນການຊຸກຍູ້ ແລະ ສົ່ງ ເສີມປີທ່ອງທ່ຽວ ລາວ-ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພະອາ ຈານໃຫຍ່ ມະຫາງອນ ດໍາລົງບຸນ ທະຫາເຖລະເຈົ້າ ປະທານອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ພະເທບ ສິດທິໂສພົນ ເຈົ້າຄະນະຈັງຫວັດສາກົນນະຄອນ (ປະເທດໄທ), ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາລັດຖະມົນຕີ, ພັນລະຍາການນໍາ, ບັນດາຫົວໜ້າກົມ, ຮອງກົມຈາກກະຊວງຕ່າງໆ ແລະພໍ່ແມ່ປະຊາຊົນຊາວພຸໄທເຂົ້າຮ່ວມ.

  ທ່ານ ສົມສະຫວາດ ທີລະ ປະທານ ສວນພຸໄທທີລະ ກ່າວວ່າ: ສວນພຸໄທທີລະເປັນສວນວັດທະນະທໍາສີມືຂອງຄົນລາວ, ເປັນບ່ອນທ່ອງທ່ຽວ ແລະພັກຜ່ອນ ທີ່ສໍາຄັນຍັງຮັກສາໄວ້ເປັນມໍລະດົກຊາວນະຄອນຫຼວງວຽງຈັນ. ສ້າງຂຶ້ນໂດຍການຮ່ວມມືກັບບໍລິສັດແມ່ຂອງາຍນາສາກົນຈໍາກັດ ຂອງ ສປ ຈີນ ຊຶ່ງເປັນຜູ້ຈັດຫາແຫຼ່ງທຶນມາຮ່ວມໃນການພັດທະນາ, ປະຈຸບັນແມ່ນໄດ້ສໍາເລັດເກືອບ 70% ແລ້ວ ແລະຈະທົດລອງເປີດນໍາໃຊ້ ຊຶ່ງປະຈຸບັນແມ່ນຢູ່ໃນຂັ້ນຕອນດໍາເນີນເອກະສານຈົດທະບຽນເປັນສະຖານທີ່ທ່ອງທ່ຽວ. ສວນແຫ່ງນີ້ປະກອບດ້ວຍກະສິກໍາພື້ນບ້ານ, ຕະຫຼາດນັດ, ຮ້ານອາຫານ, ກີລາພື້ນບ້ານ, ສວນເດັກຫຼິ້ນ, ສວນດອກໄມ້, ເຮືອນຊົງລາວແບບພຸໄທ, ເຄື່ອງໃຊ້ບູຮານ, ຣີສອດບ້ານຊົນເຜົ່າ ແລະສາລາເພື່ອຈັດກິດຈະກໍາຝຶກອົບຮົມຕ່າງໆ.

  ສໍາລັບງານບຸນຮ່ວມໃຈມິດພຸໄທ ບຸນໄຂປະຕູເລົ້າ ຫຼື ປີໃໝ່ຊາວພຸໄທຄັ້ງນີ້ຈັດຂຶ້ນເພື່ອເປັນການສ້າງຂະບວນການຊຸກຍູ້ ແລະສົ່ງເສີມປີທ່ອງທ່ຽວລາວ-ຈີນ, ທັງເປັນການສືບສານຮີດຄອງປະເພນີມູນມໍລະດົກດ້ານວັດທະນະທໍາອັນດີງາມຂອງຊາດໂດຍສະເພາະແມ່ນຊົນເຜົ່າພຸໄທ. ພາຍໃນງານດັ່ງກ່າວປະກອບດ້ວຍຫຼາກຫຼາຍກິດຈະກໍາຄຶກຄື້ນມ່ວນຊື່ນໂດຍສະເພາະແມ່ນກອງສິລະປະຂອງຊາວພຸໄທ, ລໍາພຸໄທ, ພິທີແຮ່ພະພຸດທະຮູບ-ເຄື່ອງສັດກາລະບູຊາ, ແຮ່ກອງບຸນ, ແຮ່ກອງຕຸ້ມ ແລະງານວາງສະແດງສິນຄ້າຫັດຖະກໍາພື້ນບ້ານຂອງບັນດາເຜົ່າໂດຍເປີດໃຫ້ມວນຊົນເຂົ້າຊົມຟຣີ ໃນລະຫວ່າງວັນທີ 10-14 ກຸມພາ 2019 ນີ້ ແລະຕອນກາງຄືນຈະມີການຄົບງັນກັນທຸກໆຄືນ, ສວນດັ່ງກ່າວມີສະຖານທີ່ຕັ້ງຢູ່ບ້ານໜອງແປນເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.