7​ບ້ານ ເທສະບານເມືອງນອງ ແລະບ້ານອ້ອມຂ້າງຈະມີນໍ້າປະປາໃຊ້ຢ່າງພຽງພໍ

  ໃນໂອກາດລົງເຄື່ອນໄຫວເຮັດວຽກ ແລະ ຕິດຕາມປະເມີນການຈັດຕັ້ງປະຕິບັດໂຄງການພັດທະນາແບບມີສ່ວນຮ່ວມໃນເຂດຈຸດສຸມຕັງອາໄລ-ລະແບງຂອບເຂດເມືອງນອງໃນອາທິດທີ່ຜ່ານມາ,ທ່ານເຈົ້າແຂວງສະຫວັນນະເຂດສັນຕິພາບພົມວິຫານ,ທ່ານ ໜູຜາດ ທິລະວົງ ປະທານບໍລິສັດໜູຄຳກໍ່ສ້າງຈຳກັດ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ ລົງເບິ່ງການເຮັດວຽກຂອງວິຊາການໂຄງການກໍ່ສ້າງອ່າງນໍ້າປະປາໃນເຂດເທສະບານເມືອງນອງຊຶ່ງໂຄງການນີ້ແມ່ນນອນໃນໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະໂພຊະນາການທີ່ກຳລັງຖືກຈັດຕັ້ງປະຕິບັດໃນເມືອງນອງ ແຂວງສະຫວັນນະເຂດ.

  ທ່ານ ລັດຕະນະ ດວງມາລາ ທີ່ປຶກສາໂຄງການດັ່ງກ່າວໄດ້ລາຍງານໃຫ້ຮູ້ວ່າ: ປະຈຸບັນນີ້, ການກໍ່ສ້າງອ່າງນໍ້າປະປາໃນເຂດເທສະບານເມືອງນອງແມ່ນກຳລັງດຳເນີນໄປຢ່າງຂຸ້ນຂ້ຽວເພາະວ່າຕາມກຳນົດໂຄງການແມ່ນຈະໃຫ້ສຳເລັດການກໍ່ສ້າງ ແລະ ໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າປະປາພາຍໃນໄລຍະເວລາ 1 ປີ (ເລີ່ມກໍ່ສ້າງວັນທີ 13 ພຶດສະພາ 2020) ຊຶ່ງໂຄງການນີ້ມີຈຸດປະສົງ ເຮັດໃຫ້ປະຊາຊົນໃນຂອບເຂດເທສະບານເມືອງນອງ ແລະບ້ານອ້ອມຂ້າງເທສະບານໄດ້ເຂົ້າເຖິງການຊົມໃຊ້ນໍ້າສະອາດ ແລະໂພຊະນາການທີ່ດີ. ໂຄງການກໍ່ສ້າງອ່າງນໍ້າປະປາ ເມືອງນອງ ມີມູນຄ່າການລົງທຶນ ທັງໝົດ 9,5 ຕື້ກີບ ໃນນີ້ມີທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບໂດຍຜ່ານທະນາຄານເຢຍລະມັນ 85%, ທຶນຂອງລັດຖະບານລາວ 15%, ໂຄງການນີ້ພາຍຫຼັງກໍ່ສ້າງສຳເລັດຈະສາມາດສະໜອງນໍ້າປະປາໃຫ້ 7 ບ້ານເທສະບານຄື: ບ້ານ ນອງວິໄລ, ດົງນາສານ, ສະດີ, ຫີນສະຫວ່າງ, ປູນຍາງ, ປູສີເຢີງ ແລະບ້ານປູນຕົງ,ພ້ອມນັ້ນຍັງສາມາດຕອບສະໜອງນໍ້າປະປາໃຫ້ແກ່ບ້ານອ້ອມຂ້າງເທສະບານເມືອງນອງອີກດ້ວຍຊຶ່ງບໍລິສັດທີ່ຮັບປະມູນໂຄງການກໍ່ສ້າງອ່າງນໍ້າປະປາເຂດເທສະບານເມືອງນອງໂດຍແມ່ນບໍລິສັດໜູຄຳກໍ່ສ້າງຈຳກັດ.