ເປີດຄຣີນິກນາຊາຍທອງທັນສະໄໝຄົບວົງຈອນ

  ວັນທີ 26 ມິຖຸນາຜ່ານມາທີ່ບ້ານດົງຫຼວງໄດ້ມີພິທີເປີດຄຣີນິກນາຊາຍທອງທັນສະໄໝຄົບວົງຈອນໂດຍມີ ທ່ານ ອຸ່ນເຮືອນ ໂພທິລາດ ອະດີດຄະນະພັກນະຄອນຫຼວງວຽງຈັນທ່ານ ນາງ ເສັງ ພັນສີຍະວົງ ນາຍບ້ານດົງຫຼວງເມືອງນາຊາຍທອງ, ທ່ານ ຄຳປຸ່ນ ເຈົ້າພະສີຮົ່ມຂາວ ຮອງປະທານສະມາຄົມເຟີນິເຈີລາວ, ປະທານທີ່ປຶກສາສະມາຄົມກໍ່ສ້າງ ແລະຕິດຕັ້ງໄຟຟ້າລາວທັງເປັນປະທານທີ່ປຶກສາຄຣີນິກນາຊາຍທອງທັນສະໄມຄົບວົງຈອນ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

  ທ່ານ ຄຳປຸ່ນ ເຈົ້າພະສີຮົ່ມຂາວ ກ່າວວ່າ: ຜ່ານມາແມ່ນໄດ້ເຮັດທຸລະກິດກ່ຽວກັບອຸດສາຫະກຳເຟີນິເຈີ ແລະໃນໄລຍະຕໍ່ເລີຍເກີດມີແນວຄວາມຄິດຢາກສ້າງຄຣີນິກຊຶ່ງເປັນຂອງຄົນລາວເພື່ອຮັບໃຊ້ສັງຄົມລາວໃນປະຈຸບັນ ແລະອະນາຄົດເພື່ອພັດທະນາຂະຫຍາຍເສດຖະກິດຂອງປະເທດໃນຂະແໜງດັ່ງກ່າວການເຮັດທຸລະກິດນີ້ຂຶ້ນມາແມ່ນມີຫຼາຍປັດໄຈຊຶ່ງສ່ວນໜຶ່ງແມ່ນມາຈາກການເຫັນອົກເຫັນໃຈສຸຂະພາບພໍ່ແມ່ປະຊາຊົນເພື່ອເປັນທາງເລືອກໃຫ້ສັງຄົມ, ໃຫ້ຜູ້ທີ່ຕ້ອງການຮັບສາປິ່ນປົວສຸຂະພາບໂດຍເປັນການລົງທຶນຂອງຕົນ 100%, ມີເຄື່ອງມືທີ່ທັນສະໄໝຈາກຕ່າງປະເທດ, ການບໍລິການເນັ້ນໜັກໃສ່ການເອົາໃຈໃສ່ແກ່ສຸຂະພາບຂອງພໍ່ແມ່ພີ່ນ້ອງໃນສັງຄົມ ໃຫ້ມີຂໍ້ສະດວກຂຶ້ນຕື່ມເພື່ອຕອບສະໜອງບັນຫາຕ່າງໆ ທີ່ພໍ່ແມ່ພີ່ນ້ອງຜູ້ເຈັບເປັນຢາກເຫັນຢາກຮູ້ຢາກໄດ້ເລີ່ມແຕ່ການຕ້ອນຮັບ, ການເອົາໃຈໃສ່ມີນັກວິຊາການຜູ້ຊ່ຽວຊານຈຳນວນໜຶ່ງ, ທ່ານໝໍຄຣີນິກເຮົາແມ່ນມາຈາກພະນັກງານບຳນານທີ່ມີຄວາມຊ່ຽວຊານສູງ ພ້ອມທີ່ຈະມີນໍ້າໃຈຊ່ວຍເຫຼືອປະຊາຊົນຊ່ວຍເຫຼືອສັງຄົມ, ໂດຍທາງຄຣີນິກມີບໍລິການກວດພະຍາດທົ່ວໄປ, ປິ່ນປົວ ແລະອື່ນໆ ດ້ວຍທີມແພດທີ່ມີປະສົບການຫຼາຍກວ່າ 10 ປີ, ທ່ານໃດທີ່ມີບັນຫາເລື່ອງສຸຂະພາບສາມາດເຂົ້າມາປຶກສາກັບຄຣີນິກພວກເຮົາໄດ້ຊຶ່ງຕັ້ງຢູ່ບ້ານດົງຫຼວງເມືອງນາຊາຍທອງນະຄອນຫຼວງວຽງຈັນ.