ຮອງນາຍົກ ລົງຕິດຕາມເຂດພັດທະນາກວມລວມໄຊເສດຖາ

    ວັນທີ 27 ມິຖຸນາ 2020 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມດ້ວຍຄະນະໄດ້ລົງຊຸກຍູ້ຕິດຕາມໂຄງການພັດທະນາເຂດພັດທະນາກວມລວມໄຊເສດຖາໃນນັ້ນແມ່ນໄດ້ລົງມາຢ້ຽມຢາມບໍລິສັດຮັດຈິລາວ ຈຳກັດຜູ້ດຽວ ໂດຍໃຫ້ການຕ້ອນຮັບຂອງທ່ານ ມາຊະກິ ນິຊິງະກິ ຜູ້ຈັດການໃຫຍ່ບໍລິສັດຮັດຈິລາວຊຶ່ງເປັນນັກລົງທຶນມາຈາກປະເທດຍີ່ປຸ່ນໂດຍສ້າງຕັ້ງໃນປີ 2008ໂດຍໄດ້ຮັບອະນຸຍາດໃນຂະແໜງຜະລິດຕະພັນຜ້າຫົ່ມ ແລະເຄື່ອງບ່ອນນອນເພື່ອສົ່ງອອກຈຳໜ່າຍໄປຕ່າງປະເທດພາຍໃຕ້ການປະຕິບັດລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.

 ໃນການລົງຢ້ຽມຢາມ ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ຄວາມສົນໃຈ ແລະເປັນຫ່ວງກ່ຽວກັບຜົນກະທົບຈາກພະຍາດໂຄວິດ-19 ແລະຄວາມຫຍຸ້ງຍາກອື່ນໆໃນການດຳເນີນທຸລະກິດໃນລາວ ທ່ານ ມາຊະກິ ນິຊິງະກິ ຈຶ່ງໄດ້ລາຍງານສະພາບລວມໃນການດຳເນີນກິດຈະການຂໍ້ດີ ແລະຄົງຄ້າງຊຶ່ງໄລຍະຜ່ານມາຖືວ່າສະດວກໃນການນຳເຂົ້າວັດຖຸດິບ ແລະ ສົ່ງອອກແມ່ນສະດວກກວ່າໄລຍະຜ່ານມາສ່ວນບັນຫາທີ່ທາງຄົງຄ້າງແມ່ນວຽກງານກ່ຽວກັບວຽກງານສ່ວຍສາອາກອນຖືວ່າແກ່ຍາວແລະຫຼ້າຊ້າດັ່ງ ນັ້ນ ທ່ານ ສອນໄຊ ຈຶ່ງໄດ້ໃຫ້ທິດຊີ້ນຳທາງພາກສ່ວນກ່ຽວຂ້ອງຕິດຕາມ ແລະ ແກ້ໄຂຢ່າງໄວນອກຈາກນັ້ນຍັງຊົມເຊີຍບໍລິສັດທີ່ໄດ້ປະຕິບັດຕາມມາດຕະການສະກັດກັ້ນ ພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລະ ໄດ້ເອົາໃຈໃສ່ໃຫ້ອ້າຍນ້ອງກຳມະກອນໃນການເບີກຈ່າຍເງິນເດືອນໃຫ້ເຕັມຕາມຈຳນວນຕົວຈິງໃຫ້ພະນັກງານບໍລິສັດທຸກໆ ຄົນຢ່າງປົກກະຕິຕະຫຼອດໄລຍະເວລາທີ່ຜ່ານມາຊຶ່ງສາມາດຜ່ານວິກິດ ແລະອຸປະສັກມາໄດ້ຢ່າງສະຫງ່າຜ່າເຜີຍ.

 ທ່ານ ມາຊະກິ ນິຊິງະກິ ຜູ້ຈັດການໃຫຍ່ບໍລິສັດກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມດ້ວຍຄະນະໃນໂອກາດມາຢ້ຽມຢາມ, ທາງບໍລິສັດຮັດຈິລາວ ຈຳກັດຜູ້ດຽວ ໄດ້ມອບຂອງທີ່ລະນຶກໃຫ້ຄະນະຜູ້ແທນທີ່ລົງມາຢ້ຽມຢາມດັ່ງກ່າວ.

______________

ຂ່າວ: ບຸນນິກ, ໜັງສືພິມເສດຖະກິດ-ສັງຄົມ