ເບຍລາວນຳສະເໜີສິນຄ້າໃໝ່

   ວັນທີ 11 ກຸມພາ 2019 ບໍລິສັດເບຍລາວ ຈຳກັດໄດ້ຈັດຖະແຫຼ່ງຂ່າວຜົນການໂຫວດຜະລິດຕະພັນຂອງເບຍລາວສາມລົດຊາດ ແລະ ພ້ອມທັງເປີດໂຕເບຍລາວຮູບ ແບບກະປ໋ອງໃໝ່ລຸ້ນພິເສດໃນພິທີເປັນກຽດເຂົ້າຮ່ວມຂອງ ທ່ານ ສູນທອນ ສິລິສັກ ຮອງຜູ້ອຳນວຍການບໍລິສັດເບຍລາວ, ທ່ານ ວິກເຕີຊ໋ອງ ຜູ້ອຳນວຍການຕະຫຼາດບໍລິສັດເບຍລາວ, ທ່ານ ສາຍສະໝອນ ຜອງຈັນທາ ຜູ້ຈັດການຝ່າຍການຕະຫຼາດບໍລິສັດເບຍລາວ ພ້ອມບັນດາຫົວໜ້າພະແນກ ແລະສື່ມວນຊົນເຂົ້າຮ່ວມ.

 ທ່ານ ສາຍສະໝອນ ຜອງຈັນທາ ໄດ້ກ່າວວ່າ: ໃນປີ 2018 ບໍລິສັດເບຍລາວໄດ້ຜະລິດສິນຄ້າໃໝ່ຊຶ່ງໄດ້ມີເບຍສາມລົດຊາດຄື: ເບຍໄວທ, ເບຍແອມເບີ ແລະເບຍຮອບປີຫຼັງຈາກນັ້ນໄດ້ເປີດໂຄງການຫຼິ້ນກິດຈະກຳໃຫ້ຜູ້ບໍລິໂພກມີສ່ວນຮ່ວມໃນການໂຫວດເບຍທີ່ຕົນມັກດ້ວຍຜ່ານເວັບໄຊ ແລະຄູ່ປອງຕາມຮ້ານກິນດື່ມທີ່ຮ່ວມລາຍການທີ່ມີຈຳນວນຫຼາຍກວ່າ 30 ພັນໂຫວດໃນໄລຍະ 3 ເດືອນ ຈາກການໂຫວດເຫັນວ່າທັງສາມລົດຊາດມີຜົນໂຫວດໃກ້ຄຽງກັນແຕ່ຄະ ແນນທີ່ ຫຼາຍທີ່ສຸດແມ່ນເບຍໄວທຊຶ່ງເປັນເບຍທີ່ມີສີຂາວຂຸ້ນອັນໂດດເດັ່ນມີລົດຊາດທີ່ເປັນເອກະລັກສະເພາະໂດຍຜ່ານຂະບວນການຜະລິດພິຖີພິຖັນເຮັດໃຫ້ມີລົດຊາດນຸ່ມນວນພ້ອມທັງມີກິ່ນຫອມອ່ອນໆຂອງໝາກກ້ວຍ ແລະເປືອກໝາກກ້ຽງ.

ນອກນັ້ນໃນໂອກາດດຽວກັນບໍລິສັດເບຍລາວຍັງໄດ້ເປີດໂຕຜະລິດຕະພັນໃໝ່ກໍ່ຄື Beerlao Limited Edition Can 2019 ເປັນເບຍລາວຮູບແບບກະປ໋ອງລຸ້ນພິເສດຊຶ່ງໃນນັ້ນມີ 3 ຮູບແບບລວດລາຍເຊັ່ນ: ມີຮູບໄວໜຸ່ມຜູ້ຊາຍທີ່ກຳລັງດີດກີຕ້າໝາຍເຖິງຄວາມມ່ວນຊື່ນບົ່ງບອກເຖິງຄົນລາວທີ່ມີດົນຕີເປັນສື່ກາງໃນການສະເຫຼີມສະຫຼອງບຸນປະເພນີຕ່າງໆ, ຮູບແມ່ຍິງບໍມືນົບໝາຍເຖິງເຂົາລົບທຳນຽມຄວາມຮູ້ບຸນຄຸນ ແລະການນອບນ້ອມຖ່ອມຕົວທີ່ເປັນເອ ກະລັກຂອງລາວ ແລະອັນສຸດທ້າຍແມ່ນຮູບຄົນກຳລັງຫົດນ້ຳແມ່ນສະແດງເຖິງບຸນປະເພນີອັນດີງາມຂອງທົ່ວປວງຊົນລາວທີ່ດຳລົງມາສະໄໝກ່ອນຈົນມາຮອ ດປະຈຸບັນ.

ຂ່າວ: ແພງຕາ-ນສພ ເສດຖະກິດ-ສັງຄົມ