ເກີດເຫດສຸດເສົ້າ!! ໄຟໄໝ້ກຸຕຕິ ຈົວນ້ອຍໜີບໍ່ທັນ ຈົບຊີວິດ 3 ອົງໃນກອງໄຟ

  ເກີດເຫດສຸດສະເທືອນໃຈເປັນຢ່າງຍິ່ງເມື່ອເກີດເຫດໄຟໄໝ້ກຸຕຕິໄມ້ລັງເກົ່າຢູ່ວັດສີບຸນເຮືອງເມືອງຫົງສາ ແຂວງໄຊຍະບູລີ ເປັນເຫດເຮັດໃຫ້ຈົວນ້ອຍເສຍຊີວິດເຖິງ 3 ອົງ.

 ໂດຍສາທຸນີ ພົນອາສາ ໄດ້ໂພສພາບພ້ອມຂໍ້ຄວາມຜ່ານເຟສບຸກແຈ້ງໃຫ້ຮູ້ວ່າ: ໃນເວລາ 23:00 ໂມງ ຂອງວັນທີ 28 ມິຖຸນາ 2020 ເກີດອັກຄີໄພໄຟໄໝ້ກຸຕຕິໄມ້ຫຼັງເກົ່າວັດສີບຸນເຮືອງເມືອງຫົງສາແຂວງໄຊຍະບູລີເຮັດໃຫ້ສາມະເນນເສຍຊີວິດຄາທີ່ 2 ອົງ ແລະອົງທີ່3ເສຍຊີວິດທີ່ໂຮງໝໍແຂວງໄຊຍະບູລີເຊິ່ງມີລາຍຊື່ຄືສາມະເນນແມັກກີ; ສາມະເນນສົນທະລາ ແລະສາມະເນນອານັນ, ເຊິ່ງຮຽນຢູ່ຊັ້ນ ມ1 ທັງສາມອົງ.

 ພ້ອມນີ້ ສາທຸນີ ພົນອາສາ ຍັງໂພສແຈ້ງໃຫ້ງົດໃຊ້ຄຳວ່າສາທຸ3 ນໍາອີກ, ແນວໃດກໍ່ຕາມຂໍສະແດງຄວາມເສຍໃຈພ້ອມນ້ອມສົ່ງສາມະເນນທັງ 3ອົງ ໄປສູ່ສຸຂະຕິດ້ວຍເທີ້ນ.